ຂໍ້ຄວນຮູ້ກ່ອນຕັດສິນໃຈຈອດລົດຕາມສະຖານທີ່ຕ່າງໆ

165

ຂີ່ລົດໄປທ່ຽວໃສ ຫຼື ໄປສະຖານທີ່ໃໝ່ໆ ນອກຈາກຕ້ອງລະມັດລະວັງໃນການຂັບຂີ່ ຍັງຕ້ອງລະມັດລະວັງໃນການຈອດອີກດ້ວຍ ເພາະຖ້າເຜີຈອດຕາມໃຈຜິດທີ່ຜິດທາງອາດເປັນເຫດໃຫ້ເກີດບັນຫາຕາມມາໄດ້.

ດັ່ງນັ້ນ, ຄໍລໍາລົດມື້ນີ້ຂໍນໍາເອົາຂໍ້ຄິດດີໆ 4 ຂໍ້ ມາໃຫ້ຮູ້ນໍາກັນ ໂດຍສະເພາະຄົນຂັບລົດໃໝ່.

  1. ຈອດລົດໃນບ່ອນທີ່ມີແສງສະຫວ່າງ ຫຼື ແນມເຫັນງ່າຍ.

ຢ່າລືມວ່າເຖິງເຮົາຈະຈອດຖືກຕາມເຂດທີ່ກໍານົດ ແຕ່ເພື່ອຄວາມປອດໄພກໍຄວນເລືອກຫາຕໍາແໜ່ງທີ່ສະບາຍຕາ ບໍ່ວ່າຈະເປັນເຮົາເອງ ຫຼື ແມ່ນແຕ່ຄົນອື່ນທີ່ສາມາດແນມເຫັນໄດ້. ອີກຢ່າງບ່ອນທີ່ແຈ້ງ ຫຼື ເຫັນງ່າຍ ຄົນທີ່ຂັບລົດຄັນອື່ນກໍຈະແນມເຫັນໄດ້ງ່າຍເຊັ່ນກັນ. ຖ້າເປັນເວລາຕອນຄໍ່າຍິ່ງຕ້ອງລະວັງມືໄວທີ່ອາໄສຄວາມມືດເປັນຫົນທາງກະທໍາຜິດ.

  1. ບໍ່ຖິ້ມຂອງມີຄ່່າໄວ້ໃນລົດ.

ເຖິງແມ່ນລົດຈະຕິດຟີມກັນແສງ ແຕ່ໃຊ້ໄຟສາຍສ່ອງກໍສາມາດເຫັນພາຍໃນລົດໄດ້ ຖ້າວາງຂອງມີຄ່າໄວ້ຕາມເບາະນັ່ງພາຍໃນລົດ ບໍ່ວ່າຈະເປັນກະເປົາເງິນ, ໂທລະສັບ, ກ້ອງຖ່າຍຮູບ, ໂມງ ແລະ ອື່ນໆ ກໍຈະກາຍເປັນສິ່ງລໍ້ຕາລໍ້ໃຈຄົນບໍ່ຫວັງດີກໍເປັນໄດ້.

ບາງຄົນລົງລົດແລ້ວກໍມັກຈະຈົກກະເປົາ ຫຼື ສິ່ງຂອງໂຍນເຂົ້າໄປໃນລົດ ເພາະໝັ້ນໃຈດ້ານຄວາມປອດໄພ ແລະ ເວລາທີ່ຕົນເອງອອກໄປກໍບໍ່ດົນ ແຕ່ນັ້ນກໍຂໍແນະນໍາໃຫ້ປ່ຽນພຶດຕິກໍາອີກເຊັ່ນກັນ.

  1. ຢ່າຈອດຂວາງທາງຄົນອື່ນ

ເບິ່ງໃຫ້ດີວ່າບ່ອນທີ່ຈະຈອດລົດເປັນທາງເຂົ້າ – ອອກ ຫຼື ບໍ່ ເຊັ່ນ: ທາງໜ້າເຮືອນ, ທາງຍ່າງ, ທາງຮ່ອມ ແລະ ອື່ນໆ ແມ່ນຢູ່ວ່າຕອນນັ້ນບໍ່ມີຄົນທຽວທາງ ຫຼື ບໍ່ມີຄົນຢູ່ເຮືອນ ແຕ່ວິນາທີຫຼັງຈາກນັ້ນເຮົາກໍບໍ່ສາມາດຮູ້ໄດ້ວ່າຈະມີໃຜຕ້ອງການຜ່ານຈຸດນັ້ນ.

ແມ່ນຈະເປັນພຽງເວລາສັ້ນໆກໍຕາມ ລອງຄິດໃຈ   ເຂົາ – ໃຈເຮົາ ຖ້າເຫັນມີຄົນຈອດລົດຕັນທາງທີ່ຕົນເອງກໍາລັງໄປ ຫຼື ເຄີຍໃຊ້ປະຈໍາຈັ່ງໃດກໍຄົງຮູ້ສຶກບໍ່ດີ.

  1. ຢ່າຈອດທີ່ຫ້າມຈອດ.

ປ້າຍກໍມີໄວ້ຫ້າມຈອດ ຖ້າຍັງຈະຈອດເພາະບໍ່ເຫັນມີຄົນທີ່ຫ້າມ ຫຼື ຜູ້ກວດຢູ່ແຖວນັ້ນກໍຈັດໄດ້ວ່າເປັນການຈອດເພາະຄວາມມັກງ່າຍ ຫຼື ເຫັນແກ່ຕົວ. ສະນັ້ນ, ຫາກຖືກໃໝກໍຖືວ່າຍັງໂຊກດີ ແຕ່ຖ້າໂຊກຮ້າຍລົດອາດຖືກທໍາຮ້າຍ ເພາະການຈອດຕາມຈຸດຫ້າມຈອດອາດກີດຂວາງການສັນຈອນ ອັນນໍາມາໃຫ້ເກີດອາລົມສູນເສຍ ຫຼື ອາດເກີດອຸບັດເຫດໄດ້.

ທັງ 4 ຂໍ້ທີ່ນໍາມາແລກປ່ຽນມື້ນີ້ ຫວັງວ່າຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ໂດຍສະເພາະນັກຂັບມືໃໝ່ທີ່ຕ້ອງໃສ່ໃຈທຸກລາຍລະອຽດ ນັບແຕ່ການອອກລົດຈົນຮອດ    ວິນາທີຈອດລົດ ຢ່າລືມວ່າ “ ການຂັບລົດຕ້ອງໃຊ້ສາດ ແລະ ສິນ ” ສ່ວນການຈອດລົດກໍເຊັ່ນກັນ ຂໍໃຫ້ທຸກໆທ່ານມີຄວາມລະມັດລະວັງ ແລະ ຈອດລົງຢ່າງປອດໄພ.