ຕຸກຕາ ພົມດາສິດ ສາວອາລົມດີ ML 26 ໃນເວທີນາງສາວລາວ 2020

202

ຕຸກຕາ ພົມດາສິດ ໜຶ່ງສາວງາມຜູ້ຜ່ານເຂົ້າຮອບ 40 ຄົນ ໃນເວທີປະກວດນາງສາວລາວ ໝາຍເລກ 2020 ML26, ຈົບການສຶກສາແລ້ວ ແລະ ເປັນພະນັກງານນໍາທ່ຽວບໍລິສັດເອກະຊົນແຫ່ງໜຶ່ງ.

ຕຸກຕາ ບອກວ່າ: ປັດຈຸບັນອາໄສຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ມາປະກວດໃນເວທີນາງສາວລາວ 2020 ເພາະມີຄວາມຝັນຢາກມາຢືນຢູ່ໃນເວທີອັນຊົງກຽດນີ້, ເປັນຄວາມພູມໃຈຄັ້ງໜຶ່ງໃນຊີວິດ ແລະ ຍັງເປັນເວທີທີ່ເປີດໂອກາດໃຫ້ສາວລາວໄດ້ມີບົດບາດໃນການສະແດງ ຄວາມຮູ້, ຄວາມສາມາດອີກດ້ວຍ.

ຜ່ານມາເຄີຍເຂົ້າຮ່ວມການປະກວດ Lao supermodel 2016 ( Top10 ) ແລະ ຮ່ວມເດີນແບບໃນງານ Lao fashionweek, Wow fashionweek, Lao handicraft..

ສໍາລັບຄວາມຄາດຫວັງໃນເວທີນີ້ ບອກເລີຍວ່າການໄດ້ເຂົ້າມາເປັນໜຶ່ງໃນ 40 ນາງສາວ ແມ່ນເກີນຄວາມຄາດຫວັງແລ້ວ ເພາະຖືວ່າໄດ້ມາຮຽນຮູ້ ແລະ ເກັບກ່ຽວປະສົບການກັບຫຼາຍໆຄົນ, ຫຼາຍໆພາກສ່ວນ ທຸກຄົນແມ່ນຄາດຫວັງອັນດຽວກັນກໍຄື “ ມົງກຸດ ” ນາງສາວລາວ ເຊິ່ງໄດ້ເປັນຕົວແທນຂອງແມ່ຍິງລາວເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງລາວເຮົາ.

ຄັ້ງນີ້ແມ່ນໄດ້ກຽມຄວາມພ້ອມທັງຮ່າງກາຍ ແລະ ຈິດໃຈເຕັມທີ່ ເພື່ອມາເຂົ້າຮ່ວມປະຕິບັດພາລະກິດ, ກິດຈະກຳຕ່າງໆກັບທາງກອງປະກວດ.

“ ໃນນາມທີ່ນ້ອງເອງເປັນພະນັກງານນໍາທ່ຽວ ແລະ ໜ້າວຽກຂອງນ້ອງແມ່ນເຜີຍແຜ່ວັດທະນະທໍາຮີດຄອງປະເພນີ ແລະ ປະຫວັດຄວາມເປັນມາຂອງລາວໃຫ້ຊາວຕ່າງຊາດໄດ້ຮູ້ຢູ່ແລ້ວ ນ້ອງເອງຈຶ່ງຢາກເປັນຕົວແທນນາງສາວລາວ ເພື່ອສືບສານຄວາມເປັນລາວໃຫ້ຊາວໂລກໄດ້ຮູ້ຕໍ່ໆໄປໃນນາມຂອງນາງສາວລາວ ”, ຕຸກຕາ ກ່າວ.

ສາວ ຕຸກຕາ ຍັງເວົ້າອີກວ່າ: ນ້ອງເອງຂໍແຮງເຊຍແຮງໃຈຈາກທຸກໆຄົນ ຝາກຕິດຕາມ ແລະ ເປັນກໍາລັງໃຈໃຫ້ ML26 ຄົນນີ້ແນ່ເດີ ຂໍຂອບໃຈ.