ຈິນນີ້ ບຸນພະສອນ ບຸດດາລາ ML4 ອີກໜຶ່ງຕົວແທນນະຄອນຫຼວງວຽງຈັນ

188

ອີກໜື່ງສາວງາມ ກຳລັງສຶກສາລະດັບປະລິນຍາໂທ ປີທີ 2 ສາຂາທຸລະກິດສາກົນ ທີ່ມະຫາວິທະຍາໄລການຄ້າສາກົນ ນະຄອນຫຼວງປັກກິ່ງ ສປ ຈີນ, ຄື ຈິນນີ້ ບຸນພະສອນ ບຸດດາລາ ML4 ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2020 ອາຍຸ 24 ປີ.

ຈິນນີ້ ບຸນພະສອນ ບຸດດາລາ ອາຍຸ24 ປີ ສູງ169 ຊັງຕີແມັດ, ສັດສ່ວນ 32-24-35

ຈິນນີ້ ບອກວ່າ ຕອນນີ້ອາໄສຢູ່ບ້ານ ດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເວທີນາງສາວລາວເປັນຄວາມຝັນຂອງນ້ອງ, ທັງເປັນເວທີທີ່ເປີດໂອກາດໃຫ້ຜູ້ຍິງລາວສະແດງຄວາມສາມາດ, ຄວາມຮູ້ ແລະ ສັກກະຍະພາບຂອງຕົນເອງອອກມາ.

ຜົນງານຜ່ານມາແມ່ານ ເຄີຍເຂົ້າປະກວດ ແລະ ເຂົ້າຮອບ 6 ຄົນສຸດທ້າຍ ໃນງານ Kids and Young Model Contest ທີ່ຈັດຂຶ້ນໂດຍ Centerstage Laos ໃນວັນທີ 18 ຕຸລາທີ່ຜ່ານມານີ້ເອງ.


ການປະກວດຄັ້ງນີ້ ມີຄວາມຄາດຫວັງກໍຢາກເຮັດອອກມາໃຫ້ດີທີ່ສຸດ ຢາກເປັນນາງສາວລາວ ຫຼື ຜ່ານເຂົ້າໄປໃນຮອບເລິກໆ ເພາະນ້ອງກໍໄດ້ມີການກຽມໂຕເຊັ່ນ: ການຝຶກຍ່າງ ແລະ ກຽມຄວາມພ້ອມໃນການເຂົ້າຮ່ວມກິດຈະກຳຕ່າງໆ


ຄວາມສາມາດພິເສດຕີຂິມໄດ້, ສ່ວນພາສາຕ່າງປະເທດ ກໍສາມາດເວົ້າໄດ້ທັງ ພາສາອັງກິດ ແລະ ພາສາຈີນ.

.


ນ້ອງຄິດວ່າ ເວທີນາງສາວລາວເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງລາວໄດ້ສະແດງຄວາມສາມາດ ແລະ ນ້ອງກໍຫວັງວ່າຈະໄດ້ສະແດງຄວາມສາມາດຂອງຕົນເທິງເວທີນີ້ໃຫ້ທຸກຄົນໄດ້ເຫັນ ແລະ ຮັບຮູ້.


ຂໍຝາກທຸກຄົນຕິດຕາມການປະກວດນາງສາວລາວ 2020 ຊ່ວຍເຊຍ ແລະ ໃຫ້ກຳລັງໃຈນ້ອງແນ່ເນີ ML4 , ຫຼື ເຂົ້າມາຕິດຕາມກັນໄດ້ທີ່ Facebook: Chinny Bounphasone, IG: chinny.lee

.


ຂ່າວ: ເມລີ, ພາບ: Chinny Bounphasone