ແຕ່ງຕັ້ງທ່ານ ຄໍາບາງ ພະສະແຫວງ ກໍາມະການພັກແຂວງ, ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ (ຜູ້ໃໝ່)

158

ພິທີມອບ-ຮັບໜ້າທີ່ ຫົວໜ້າອົງການໄອຍະການແຂວງເຊກອງຜູ້ເກົ່າ ແລະຜູ້ໃໝ່ໄດ້ມີຂຶ້ນໃນວັນທີ 9 ພະຈິກ 2020 ທີ່ຫ້ອງປະຊຸມອົງການໄອຍະການແຂວງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການພັກແຂວງ, ປະທານຄະນະກໍາມະການວັດທະນະທໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີດັ່ງກ່າວ, ທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າກົມຈັດຕັ້ງ, ອົງການໄອຍະການປະຊາຊົນສູງສຸດໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດສະບັບເລກທີ 515 ລົງວັນທີ 23 ຕຸລາ 2020 ວ່າດ້ວຍການຍົກຍ້າຍທ່ານ ປະລິນຍາເອກ ສົມນິດ ສີລິບຸນລ້ຽງ ກໍາມະການປະຈໍາພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງເຊກອງ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ອົງການກວດກາລັດແຂວງ ແລະຂໍ້ຕົກລົງສະບັບເລກທີ 516 ລົງວັນທີ 23 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງທ່ານ ຄໍາບາງ ພະສະແຫວງ ກໍາມະການພັກແຂວງ, ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ (ຜູ້ໃໝ່). ຫຼັງຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່.


ໃນໂອກາດເຂົ້າຮ່ວມທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນຊີ້ນໍາ ໂດຍໄດ້ເນັ້ນໜັກໃຫ້ຫົວໜ້າອົງການໄອຍະການຜູ້ໃໝ່ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນຄັນທຸງແຫ່ງການນໍາພາ-ຊີ້ນໍາວຽກງານໄອຍະການໃນໄລຍະໃໝ່, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ປະສານສົມທົບກັບຂະແໜງການກ່ຽວຂ້ອງ, ປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນການແກ້ໄຂຄະດີໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະຖືກຕ້ອງຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ, ຕິດຕາມກວດກາ, ສະຫຼຸບລາຍງານ ແລະຂໍທິດຊີ້ນໍາຈາກຂັ້ນເທິງໃຫ້ເປັນປົກກະຕິ ເພື່ອເຮັດແນວໃດໃຫ້ວຽກງານອົງການໄອຍະການພັດທະນາດີຂຶ້ນກວ່າເກົ່າ.