ບໍ່ແກ້ວ ມອບ – ຮັບໜ້າທີ່ໃຫ້ການນຳຂັ້ນສູງພາຍໃນແຂວງ

139

ພິທີມອບ – ຮັບໜ້າທີ່ຫົວໜ້າຄະນະຈັດຕັ້ງແຂວງ, ປະທານກວດກາພັກ-ລັດແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ແມ່ນໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2020 ນີ້ ທີ່ຫ້ອງວ່າການແຂວງ.

ໂດຍການເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.


ສະຫາຍ ບຸນທອງ ແສງສີກອງ ຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຮອງປະ ທານສະພາປະຊາຊົນແຂວງ ໄປຮັບໜ້າທີ່ເປັນຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ, ສຳລັບ ສະຫາຍ ເພັງສອນ ແກ້ວວິໄລ ໄປຮັບໜ້າທີ່ເປັນຮອງເລຂາພັກແຂວງ ແລະ ສະ ຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ປະທານກວດກາພັກ-ລັດແຂວງ ໄປຮັບໜ້າທີ່ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ.

ສ່ວນ ສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ຍ້າຍມາເປັນປະທານກວດການພັກ-ລັດແຂວງ ແລະ ເຈົ້າແຂວງ ຕົກລົງຍົກຍ້າຍສະຫາຍ ສິນໄຊ ສີລິປັນຍາ ຮອງປະທານຄະນະກວດກາພັກ-ລັດແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງວ່າການແຂວງ.


ຂ່າວ-ພາບ: ຄໍາພັນ ແກ້ວມະນີ