ແປັບຊີ-ສຸລິຈັນ ຍິງຄົນລະປະຕູຊ່ວຍ ເຊກອງ ຊະນະ ວຽງຈັນ ເກັບໂອກາດເຂົ້າຮອບບານເຕະທົ່ວປະເທດ

131

ແປັບຊີ ບຸດດາຜົນ ແລະ ສຸລິຈັນ ພະສະແຫວງ 2 ກອງໜ້າຕົວເກັ່ງຂອງທີມບານເຕະຊາຍແຂວງເຊກອງ ສ້າງຜົນງານໂດດເດັ່ນອີກຄັ້ງຍິງຜູ້ລະປະຕູ ຊ່ວຍໃຫ້ທີມເອົາຊະນະ ແຂວງວຽງຈັນ 2-0 ກຸ່ມ ຂ ໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ປະຈໍາວັນທີ 9 ພະຈິກ 2020.

ນັດດັ່ງກ່າວ ເຄິ່ງເວລາທໍາອິດທັງສອງທີມຫຼິ້ນໄດ້ໄດ້ຢ່າງສູສີ ແລະ ຕ່າງຝ່າຍຕ່າງມີໂອກາດ ແຕ່ຈົບບໍ່ໄດ້ສະເໝີກັນ 0-0 ແຕ່ເຄິ່ງເວລາທີ 2 ເປັນ ເຊກອງ ທີ່ສ້າງໂອກາດໄດ້ດີກວ່າ ແລະ ໄດ້ 2 ປະຕູຈາກການຍິງຂອງ ແປັບຊີ ນາທີໆ 58 ແລະ ປະຕູໄຊຈາກ ສຸລິຈັນ ນາທີໆ 62 ເອົາຊະນະ ແຂວງວຽງຈັນ 2-0

ຈາກຜົນດັ່ງກ່າວ ເຮັດໃຫ້້ ເຊກອງ ລົງສະໜາມ 2 ນັດມີ 4 ຄະແນນຢຶດທີມນໍາກຸ່ມ ຂ ຊົ່ວຄາວ, ສ່ວນແຂວງວຽງຈັນ ລົງສະໜາມ 2 ນັດມີິ 1 ຄະແນນ.