ໄບເດັນ ກຽມຕັ້ງລັດຖະບານຊຸດໃໝ່ ຫຼັງຜົນເລືອກຕັ້ງຊະນະໂດນັລ ທຣຳ, ຂະນະທີ່ຜູ້ນຳທົ່ວໂລກສະແດງຄວາມຍິນດີນຳ

182
Democratic presidential candidate former Vice President Joe Biden speaks to members of the media outside a voter service center, Monday, Oct. 26, 2020, in Chester, Pa. (AP Photo/Andrew Harnik)

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂຈ ໄບເດັນ (Joe Biden) ວ່າທີ່ປະທານາທິບໍດີສະຫະລັດອາເມຣິກາຄົນໃໝ່ ມີແຜນຈັດຕັ້ງລັດຖະບານຊຸດໃໝ່ໃຫ້ໄວທີ່ສຸດ ໂດຍເນັ້ນໃສ່ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອອກມາດຕະການກະຕຸ້ນ ເພື່ອຟື້ນຟູເສດຖະກິດໃຫ້ກັບມາຟື້ນຕົວໃຫ້ໄວທີ່ສຸດ. ຂະນະທີ່ຜູ້ນຳຫຼາຍປະເທດທົ່ວໂລກ ໄດ້ສະແດງຄວາມຍິນດີກັບ ໂຈ ໄບເດັນ.


ລາຍງານຂ່າວລະບຸວ່າ: ທ່ານ ໄບເດນ ຈະແຕ່ງຕັ້ງ ທ່ານ ເດວິດ ເຄສເລີ ອະດີດເຈົ້າໜ້າທີ່ລະດັບສູງຂອງຄະນະກຳມະການອາຫານ ແລະ ຢາ ຂອງສະຫະລັດອາເມຣິກາ (FDA) ເປັນຄະນະກຳມະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄາດວ່າ ຈະປະກາດລາຍຊື່ບຸກຄະລາກອນຄົນອື່ນໆອີກໃນໄວໆນີ້.


ລາຍງານຂ່າວຍັງລະບຸອີກວ່າ: ທ່ານໄບເດັນ ໄດ້ປຶກສາຫາລືກັບສະມາຊິກພັກຣີພັບລີກັນ ແລະ ພັກເດໂມແຄຣັດ ໃນສະພາຄອງເກຣສ ເພື່ອກຽມອອກມາດຕະການກະຕຸ້ນເສດຖະກິດຮອບໃໝ່ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້ ທີມງານຂອງທ່ານ ໂຈ ໄບເດັນ ຍັງຮຽກຮ້ອງໃຫ້ປະທານາທິບໍດີ ໂດນັລ ທຣຳ ສະໜັບສະໜູນມາດຕະການດັ່ງກ່າວ ກ່ອນທີ່ທານໄບເດັນ ຈະສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີສະຫະລັດອາເມຣິກາໃນວັນທີ 20 ມັງກອນ 2021.


ທັງນີ້ ທ່ານ ໄບເດນ ໄດ້ຂຶ້ນກ່າວສູນທອນພົດທີ່ເມືອງ ວີລມິນຕັນ ລັດເດລາແວຣ໌ ເມື່ອວັນເສົາຜ່ານມາ ຕາມເວລາທ້ອງຖິ່ນ ເພື່ອປະກາດໄຊຊະນະໃນການເລືອກຕັ້ງປະທານາທິບໍດີສະຫະລັດ ພ້ອມທັງຮຽກຮ້ອງໃຫ້ຊາວອາເມຣິກາສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທ່ານ ໄບເດນ ຍັງໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນຊາວອາເມຣິກາທີ່ມອບຄວາມໄວ້ວາງໃຈໃຫ້ ເຊິ່ງໄຊຊະນະຄັ້ງນີ້ ເປັນໄຊຊະນະຂອງຊາວອາເມຣິກາທຸກຄົນ.


ທັງນີ້ ເຖິງແມ່ນວ່າ ປະທານາທິບໍດີ ໂດນັລ ທຣຳ ຈະບໍ່ຍອມຮັບຜົນການເລືອກຕັ້ງກໍຕາມ ແຕ່ຜູ້ນຳຫຼາຍປະເທດ ທົ່ວໂລກ ໄດ້ສະແດງຄວາມຍິນດີກັບ ທ່ານ ໂຈ ໄບເດັນ ວ່າທີ່ປະທານາທິບໍດີ ສະຫະອາເມລິກາ ຄົນທີ່ 46 ໂດຍ ທ່ານ ນາງ ອັງເກລາ ແມຣເຄີລ ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ສົ່ງຂໍ້ຄວາມ ຜ່ານທາງທະວິດເຕີ (Twitter) ສະແດງຄວາມຍິນດີ ຕໍ່ໄຊຊະນະໃນຄັ້ງນີ້.


ສ່ວນ ທ່ານ ເອມານູແອລ ມາຄຣົງ ປະທານາທິບໍດີ ຝຣັ່ງ ສະແດງຄວາມຍິນດີກັບ ທ່ານ ໄບເດັນ ວ່າ ຍັງມີພາລະກິດຫຼາຍຢ່າງ ທີ່ຕ້ອງເຮັດຮ່ວມກັນ ເພື່ອເອົາໄຊຊະນະ ຄວາມທ້າທາຍ ໃນປັດຈຸບັນ.