ເຈົ້າເມືອງ ອາດສະພັງທອງ ລົງຕິດຕາມການສ້ອມແປງທາງເຂົ້າບ້ານ

149

ໃນວັນທີ 3 ພະຈິກ2020 ຜ່ານມາ, ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການສ້ອມແປງເສັ້ນທາງເຂົ້າບ້ານໂພນນົກຂຽນ ແລະ ບ້ານແຈລະມ໋ອງ ໂດຍຜ່ານບ້ານຫົວເມືອງໃນການສ້ອມແປງທາງທີ່ເປ້ເພ້ຈາກຝົນຕົກລົງມາ.ໂດຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງຮ່ວມຕິດຕາມ, ພ້ອມດ້ວຍເລຂາພັກບ້ານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນທັງ 3 ບ້ານ.


ການລົງຊຸກຍູ້ ແລະ ຕິດຕາມການຊ້ອມແປງໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງທີ່ຈະເຖິງໃນມໍ່ໆນີ້ ໂດຍມີການນຳໃຊ້ກົນຈັກໜັກເຂົ້າຊ່ວຍ ແລະ ແຮງງານປະຊາຊົນປະກອບສ່ວນ ທັງ 3 ບ້ານ ຄື ບ້ານ ຫົວເມືອງ,ບ້ານ ໂພນນົກຂຽນ ແລະ ບ້ານ ແຈລະມ໋ອງ ໄລຍະທາງປະມານ 10 ກວ່າກິໂລແມັດ ໂດຍແມ່ນທຶນສົມທົບລະຫວ່າງຫົວໜ່ວຍທຸລະກິດພາຍໃນເມືອງ ແລະ ທຶນຂອງ ປະຊາຊົນທັງ 3 ບ້ານ ໃນການສ້ອມແປງເສັ້ນທາງ.


ທັງນີ້ກໍເພື່ອເຮັດໃຫ້ ປະຊາຊົນທັງ 3 ບ້ານໄດ້ມີເສັ້ນທາງຊົມໃຊ້ໃນການສັນຈອນໄປມາຄ້າຂາຍລະຫວ່າງບ້ານຕໍ່ບ້ານ, ບ້ານກັບຕົວເມືອງ ໃຫ້ມີຄວາມດວກ ແລະ ສະບາຍຫຼາຍຂຶ້ນກວ່າເກົ່າ ແລະ ທັງເປັນການສ້າງຂະບວນການອອກແຮງງານສາມັກຄີລວມຂອງບັນດາ ປະຊາຊົນໃນກຸ່ມບ້ານໃຫ້ມີຄວາມໜັກແໜ້ນຂຶ້ນໄປກວ່າເກົ່າ.


ນັກຂ່າວເມືອງອາດສະພັງທອງ