ທ່ອງທ່ຽວມັງກອນລາວ ຍອມຮັບປັບບໍ່ທັນ ຝາກຄວາມຫວັງກັບເສັ້ນທາງລົດໄຟລາວ – ຈີນສໍາເລັດ

167

ດັ່ງທີ່ຮູ້ນໍາກັນແລ້ວວ່າໂຄວິດ – 19 ເລີ່ມປາກົດຕົວທ້າຍປີ 2019 ແລະ ແຜ່ລະບາດຮ້າຍແຮງໃນປີ 2020 ເຮັດໃຫ້ທຸລະກິດຂະໜາດໃຫຍ່ – ນ້ອຍກະທົບໄປທົ່ວສາລະທິດ. ໃນນັ້ນ, ທີ່ຮູ້ກັນດີໃນລາວແມ່ນທຸລະກິດບໍລິການ ໂດຍສະເພາະຂະແໜງທ່ອງທ່ຽວໃຜໆກໍອອກປາກ “ ກະທົບ 100% ” ເຊັ່ນດຽວກັບເຈົ້າຂອງ ບໍລິສັດ ທ່ອງທ່ຽວມັງກອນລາວ ຈໍາກັດ ກ່າວ: “ ຍອມຮັບປັບບໍ່ທັນ ” ກັບພະຍາດລະບາດຄັ້ງນີ້.

ທ່ານ ຈັນທະວີ ພັນນາມວົງ ຜູ້ອໍານວຍການ ບໍລິສັດ ທ່ອງທ່ຽວມັງກອນລາວ ຈໍາກັດ ໜຶ່ງໃນທຸລະກິດທີ່ເນັ້ນລູກຄ້າຕ່າງປະເທດເປັນຫຼັກ ໃຫ້ທັດສະນະວ່າ: ພາຍຫຼັງເກີດການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ທຸລະກິດກະທົບ 100% ຮອດປັດຈຸບັນຍັງບໍ່ສາມາດຟື້ນຕົວໄດ້.

ການບໍລິການຜ່ານມາຂອງບໍລິສັດ ແມ່ນພົວພັນກັບນັກທ່ອງທ່ຽວຕ່າງປະເທດ ແລະ ແນະນໍາສະຖານທີ່ທ່ອງທ່ຽວຕ່າງໆໃນລາວໃຫ້ເຂົາເຈົ້າຮັບຮູ້ ເພື່ອຕັດສິນໃຈເລືອກ ເມື່ອເຂົາເຈົ້າໃຫ້ ຄວາມສົນໃຈ ແລະ ຕອບຮັບ ທາງບໍລິສັດພົວພັນປາຍທາງການທ່ອງທ່ຽວ ເພື່ອອໍານວຍ ຄວາມສະດວກດ້ານທີ່ພັກ, ອາຫານ ແລະ ກິດຈະກໍາຕ່າງໆ ພ້ອມບໍລິການຮັບ – ສົ່ງ ເຊິ່ງບໍລິສັດທ່ອງທ່ຽວມັງກອນລາວ ຈໍາກັດ ມີລູກຄ້າຫຼັກເປັນຄົນຈີນ; ແນ່ນອນເມື່ອໂຄວິດ – 19 ແຜ່ລະບາດແຕ່ລະປະເທດກໍຈໍາກັດການເຂົ້າ – ອອກປະເທດ ເຮັດໃຫ້ທຸລະກິດດັ່ງກ່າວຢຸດສະງັກ ( ຄົນຈີນບໍ່ມາທ່ຽວລາວ ) ບໍ່ມີຜູ້ໃຊ້ບໍລິການ ແມ່ນກະທັງລູກຄ້າທີ່ເຄີຍສັ່ງຈອງກ່ອນໜ້ານັ້ນກໍຈໍາເປັນໄດ້ໂຈະຍາວເທົ່າທຸກມື້ນີ້.

ຕໍ່ກັບເຫດການດັ່ງກ່າວ ທ່ານຜູ້ອໍານວຍການຍອມຮັບວ່າ: ໄດ້ຫຼຸດພະນັກງານລົງເພາະຄວາມຈໍາເປັນ ແລະ ພະຍາຍາມຄິດຫາທາງອອກອື່ນ ເພື່ອສ້າງລາຍຮັບເຂົ້າບໍລິສັດ ແຕ່ເນື່ອງຈາກວ່າການບໍລິການຕົ້ນຕໍເປັນລູກຄ້າຕ່າງປະເທດ ຈຶ່ງເປັນການຍາກທີ່ຈະຫັນມາບໍລິການລູກຄ້າພາຍໃນ.
ທ່ານ ຈັນທະວີ ພັນນາມວົງ ກ່າວຕື່ມວ່າ: ໃນຕໍ່ໜ້າຄົງຕ້ອງອີງໃສ່ຄວາມເປັນຈິງ ຫາກມີຢາປ້ອງກັນ ແລະ ປິ່ນປົວ ພ້ອມສາມາດເປີດປະເທດໄດ້ໄວ ທຸລະກິດກໍອາດຈະກັບມາຟື້ນຕົວໄດ້ໄວ ແຕ່ສິ່ງທີ່ຄາດຫວັງໄວ້ຂ້ອນຂ້າງສູງແມ່ນພາຍຫຼັງເປີດໃຊ້ບໍລິການເສັ້ນທາງລົດໄຟຄວາມໄວສູງ ລາວ – ຈີນ ເມື່ອມື້ນັ້ນມາເຖິງການໄປ – ມາຫາສູ່ກັນກໍຈະສະດວກສະບາຍ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ, ສິນຄ້າສົ່ງອອກ ແລະ ນໍາເຂົ້າກໍຈະຫຼຸດລາຄາ ທີ່ສໍາຄັນນັກທ່ອງທ່ຽວກໍຈະເພີ່ມຂຶ້ນນັ້ນຄືເງື່ອນໄຂທີ່ຕັ້ງຕາລໍຄອຍ.

ຂະນະທີ່ ທ່ານ ເຄນ ວົງທອງຈິດ ຜູ້ອໍານວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ໜຶ່ງໃນທຸລະກິດບໍລິການດ້ານການທ່ອງທ່ຽວຢູ່ໃນອັນດັບແຖວໜ້າ ກໍໄດ້ໃຫ້ຮູ້ວ່າ: ດ້ານການບໍລິການທ່ອງທ່ຽວ ບໍລິສັດສຸດໃຈ ໄດ້ຮັບຜົນກໍທົບ 100% ປັດຈຸບັນແມ່ນຫັນສູ່ການບໍລິການພາຍໃນຕາມແນວທາງສົ່ງເສີມຂອງລັດຖະບານ “ ລາວທ່ຽວລາວ ” ແຕ່ກໍບໍ່ຄ່ອຍໄດ້ດີເທົ່າໃດ ພ້ອມຫາເງື່ອນໄຂສ້າງລາຍຮັບໃນການບໍລິການອື່ນໄປນໍາ.

ຖ້າເບິ່ງໄປກວ້າງກວ່ານັ້ນຕື່ມອີກ ເວົ້າເຖິງການທ່ອງທ່ຽວໃນຂອບເຂດທົ່ວປະເທດແມ່ນມີຕົວເລກຫຼຸດລົງ. ຫຼ້າສຸດ 2 ແຂວງພາກເໜືອຫຼວງນໍ້າທາ ແລະ ຜົ້ງສາລີ ໃຫ້ຂໍ້ມູນວ່າ: ປີ 2019 ມີຕົວເລກນັກທ່ອງທ່ຽວຜ່ານ ແລະ ເຂົ້າມາຢ້ຽມຢາມແຂວງຫຼວງນໍ້າທາ ທັງໝົດ 743.932 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວຜ່ານດ່ານສາກົນບໍ່ເຕັນ ທັງໝົດ 661.852 ເທື່ອຄົນ, ນັກທ່ອງທ່ຽວສາກົນ 10.320 ເທື່ອຄົນ, ນັກທ່ອງທ່ຽວລາວ 5.077 ເທື່ອຄົນ, ນັກທ່ອງທ່ຽວຈີນ 305.344 ເທື່ອຄົນ; ສໍາລັບປີ 2020 ຕາມແຜນຄາດຄະເນເບື້ອງຕົ້ນຈະມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ ຈໍານວນ 857.588 ກວ່າເທື່ອຄົນ ຈະສ້າງລາຍຮັບທາງກົງ – ທາງອ້ອມ ເຂົ້າແຂວງຫຼວງນໍ້າທາ ໄດ້ປະມານ 33,52 ລ້ານກວ່າໂດລາສະຫະລັດ ແຕ່ຕົວຈິງການຈັດຕັ້ງປະຕິບັດຮອດເດືອນມີນາ 2020 ມີຈໍານວນນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ ພຽງ 110.247 ເທື່ອຄົນເທົ່າ ນັ້ນ ທຽບໃສ່ປີ 2019 ຫຼຸດລົງ 85,18%. ຈາກບັນຫາດັ່ງກ່າວ ເຮັດໃຫ້ແຂວງຫຼວງນໍ້າທາ ສູນເສຍລາຍຮັບຈາກການທ່ອງທ່ຽວສູງເຖິງ 28,35 ລ້ານກວ່າໂດລາສະຫະລັດ; ນັບແຕ່ເດືອນເມສາ 2020 ຈົນຮອດເດືອນກັນຍາ 2020 ຖືວ່າບໍ່ມີນັກທ່ອງທ່ຽວຊາຍແດນ ແລະ ສາກົນເລີຍ.

ສ່ວນແຂວງຜົ້ງສາລີ ສະຖິຕິນັກທ່ອງທ່ຽວປີ 2019 ລວມທັງໝົດ ມີ 168.635 ຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 8.623 ຄົນ, ນັກທ່ອງທ່ຽວສາກົນ 20.771 ຄົນ ແລະ ນັກທ່ອງທ່ຽວຊາຍແດນ 139.001 ຄົນ ແລະ ສະຖິຕິປີ 2020 ທີ່ເກັບຈາກໂຮງແຮມ ແລະ ເຮືອນພັກໃນໄລຍະ 9 ເດືອນ ມີທັງໝົດ 55.558 ຄົນ. ໃນນີ້, ມີນັກທ່ອງທ່ຽວຄົນລາວ 22.748 ຄົນ, ນັກ ທ່ອງທ່ຽວສາກົນ 9.983 ຄົນ ແລະ ນັກທ່ອງທ່ຽວຊາຍແດນ 22.827 ຄົນ, ຖ້າທຽບໃສ່ປີ 2019 ຫຼຸດລົງ 65,27%.

ຕໍ່ກັບກໍລະນີດັ່ງກ່າວ ພັກ – ລັດຖະບານ ຈຶ່ງມີແນວທາງສົ່ງເສີມ “ ລາວທ່ຽວລາວ ” ໃຫ້ຫຼາຍຂຶ້ນ ແລະ ເປັນຂະບວນຟົດຟື້ນກວ່າເກົ່າ ທັງຮັບປະກັນຕໍ່ຄວາມປອດໄພຈາກເຊື້ອພະຍາດໂຄວິດ – 19 ແລະ ຄ່ອຍໆເປີດປະຕູຮັບຄົນພາຍນອກເຂົ້າປະເທດ ບົນພື້ນຖານມາດຕະການກວດກາ ແລະ ປ້ອງກັນຢ່າງຄັກແນ່.