ກວດສອບຊິງຊັ່ງອ້ອຍໃຫ້ໄດ້ມາດຖານ ກຽມສູ່ລະດູການເກັບກ່ຽວ

240

ໃນວັນທີ 5 ພະຈິກ 2020 ທີ່ຜ່ານມາ, ທີ່ບໍລິສັດນ້ຳຕານມິດລາວ ບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີກວດກາວັດແທກຊິງຊັ່ງອ້ອຍ ຂອງບໍລິສັດດັ່ງກ່າວຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າ ເມືອງໄຊບູລີ, ທ່ານ ບຸນເຄືອບ ແກ້ວມະນີ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງສະຫວັນນະເຂດ, ທ່ານ ສະອາດ ປັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍບໍລິສັດນ້ຳຕານມິດລາວ ພ້ອມດ້ວຍວິຊາການຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຕະຫຼອດເຖິງຕົວແທນຊາວສວນອ້ອຍເຂົ້າຮ່ວມ.

ຈຸດປະສົງໃນການກວດກາ ວັດແທກຊິງຊັ່ງອ້ອຍຂອງບໍລິ ສັດນ້ຳຕານມິດລາວຈຳກັດປະ ຈຳປີ 2020-2021 ນີ້, ກໍ່ເພື່ອ ເປັນການຮັບປະກັນທາງດ້ານ ຊິງຊັ່ງນ້ຳໜັກທີ່ໄດ້ມາດຕະ ຖານ, ຍຸຕິທຳລະຫວ່າງຜູ້ຊື້ ແລະ ຜູ້ຂາຍຄືບໍລິສັດນ້ຳຕານມິດ ລາວກັບຊາວສວນອ້ອຍ, ຊຶ່ງໃນ ແຕ່ລະປີທາງກົມມາດຕະຖານ ແລະວັດແທກກະຊວງວິທະຍາ ສາດ ແລະເຕັກໂນໂລຊີຈະໄດ້ ລົງກວດກາວັດແທກຊິງຊັ່ງ ອ້ອຍຂອງບໍລິສັດນ້ຳຕານມິດ ລາວປີລະຄັ້ງ. ໃນນີ້ທາງວິຊາ ການກົມມາດຕະຖານ ແລະວັດ ແທກແມ່ນໄດ້ທຳການກວດ ເຊັກຂາໂຫຼດເຊວທັງ 6 ຂາ, ໂດຍກວດກາໄປແຕ່ລະຂາ, ຫຼັງຈາກນັ້ນແມ່ນໄດ້ເອົາແມ່ແບບມາຢາຍໝົດແຜ່ນ ເມື່ອເຫັນວ່າຊິງຊັ່ງໄດ້ມາດຕະຖານ ແລ້ວທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ທຳການລັອກກິບ ແລະຫົວອ່ານຄອມພີວເຕີຢ່າງຄັກແນ່ ເພື່ອຮັບປະກັນດ້ານມາດຕະຖານ.

ໂອກາດດັ່ງກ່າວ, ທ່ານ ສະອາດ ປັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍຂອງບໍລິສັດນ້ຳຕານ ມິດລາວ ກ່າວວ່າ: ທາງບໍລິສັດ ຈະໄດ້ເປີດຫີບອ້ອຍໃນຄັ້ງ ວັນທີ 17 ທັນວາ ໄປຈົນຮອດ ເດືອນ ມີນາ 2021 ຄາດວ່າປີນີ້ຈະມີອ້ອຍປ້ອນເຂົ້າໂຮງງານປະມານ 4 ແສນໂຕນ, ຊຶ່ງຈະຫຼຸດລົງຈາກປີຜ່ານມາ ປະມານ 1 ແສນໂຕນ.

ສາເຫດ ແມ່ນເນື່ອງມາຈາກປະລິມານ ນ້ຳຝົນໜ້ອຍກວ່າປີຜ່ານມາ ແລະປີນີ້ເປັນປີທີ່ຊາວສວນອ້ອຍພັກດິນ ເພື່ອມາປູກອີກ ໃນປີຕໍ່ໄປ ຈຶ່ງເຮັດໃຫ້ອ້ອຍເຫຼືອ ປະມານ 4 ແສນໂຕນ. ເຊິ່ງປີ ນີ້ມີອ້ອຍທີ່ປູກທັງໝົດໃນເນື້ອທີ່ 7.200 ເຮັກຕາ, ລວມທັງເນື້ອ ທີ່ຂອງບໍລິສັດ ແລະຂອງປະຊາຊົນ;  ສ່ວນວ່າລາຄາອ້ອຍຈະມີ 3 ປະເພດຄື: ອ້ອຍຊີວະພາບ ລາຄາ 337.500 ກີບ/ໂຕນ, ອ້ອຍງາມ 350.000 ກີບ/ໂຕນ ແລະອ້ອຍປ່ຽນຖ່າຍ 312.500 ກີບ/ໂຕນ. ນອກນັ້ນ ທາງບໍລິສັດ ຍັງມີໂບນັດໃຫ້ກັບຊາວສວນອ້ອຍຕື່ມອີກເປັນຕົ້ນ: ອ້ອຍງາມ, ຕັດອ້ອຍແລ້ວ ຈົ່ງໃບໄວ້ໃນດິນສວນອ້ອຍ ແລະລາງວັນອື່ນໆອີກ.