ຮອງນາຍົກ ສອນໄຊ ສິພັນດອນ ລົງຊີ້ນຳວຽກງານການແກ້ໄຂໄພພິບັດນ້ຳຖ້ວມທີ່ເມືອງຈຳພອນ

214

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ-ການລົງທຶນ ທັງເປັນປະທານຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ເດີນທາງລົງຊີ້ນຳການແກ້ໄຂໄພພິບັດນ້ຳຖ້ວມທີ່ເມືອງຈຳພອນ ແຂວງສະຫວັນນະເຂດ ເມື່ອວັນທີ 5 ພະຈິກ 2020ຜ່ານມາ ພ້ອມທັງມອບເຄື່ອງຊ່ວຍເຫຼືອຈຳເປັນໃຫ້ປະຊາຊົນ.


ຮ່ວມເດີນທາງໃນຄັ້ງນີ້ມີທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມພະແນກການກົມກອງທີ່ກ່ຽວ ຂ້ອງຂອງແຂວງ.
ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 13-26 ຕຸລາ 2020 ຢູ່ເມືອງຈຳພອນ ໄດ້ປະເຊີນກັບສະພາບພາຍຸຝົນຫຼາຍຄັ້ງຕິດຕໍ່ກັນ ເຮັດໃຫ້ນ້ຳເຊຈຳພອນບວກກັບນ້ຳຍູ້ຈາກແມ່ນ້ຳເຊບັ້ງຫຽງ ເຮັດໃຫ້ລະດັບນ້ຳເຊຈຳພອນເພີ່ມຂຶ້ນ ສູງສຸດວັດແທກໄດ້ 10,24 ແມັດ ຊຶ່ງເກີນເຂດອັນຕະລາຍກວ່າ 2 ແມັດ ເຮັດໃຫ້ນ້ຳຖ້ວມບ້ານ 18 ບ້ານ ມີຈຳນວນ 2.042 ຄອບຄົວ, ໃນນີ້ ໄດ້ຍົກຍ້າຍປະຊາຊົນ 1.212 ຄອບຄົວ ມີ 6.150 ຄົນ ແລະສັດລ້ຽງງົວ, ຄວາຍ ໄປຢູ່ບ່ອນສູງຈຸດພັກຊົ່ວຄາວ. ມີເນື້ອທີ່ນາປີຖືກຖ້ວມ 6.920 ເຮັກຕາ ກວມໃນ 60 ບ້ານ, ເນື້ອທີ່ຖ້ວມເສຍຫາຍ 4.694 ເຮັກຕາ; ເນື້ອທີ່ປູກພືດຖືກຖ້ວມ 123 ເຮັກຕາ, ເສຍຫາຍ 13 ເຮັກຕາ.


ນອກນັ້ນຍັງມີ ລະບົບຊົນລະປະທານຖືກຖ້ວມ 23 ໂຄງການ, ມີອ່າງເກັບນ້ຳ 2 ແຫ່ງ, ຄອງຊົນລະປະທານ 10 ໂຄງການ, ປະຕູນ້ຳ 1 ແຫ່ງ, ໜອງປາຖືກຖ້ວມ 218 ໜອງ ແລະສັດລ້ຽງ(ເປັດ, ໄກ່)ຈຳນວນໜຶ່ງຖືກເສຍຫາຍ, ມີເສັ້ນທາງຖືກຖ້ວມ 10 ເສັ້ນ ເຮັດໃຫ້ການສັນຈອນຖືກຕັດຂາດ 15 ບ້ານ, ຖ້ວມນໍ້າສ້າງ 306 ໜ່ວຍ, ວິດຖ່າຍ 1.758 ໜ່ວຍ, ສຸກສາລາ 1 ແຫ່ງ, ໂຮງຮຽນຖືກຖ້ວມ 7 ແຫ່ງ, ໂຮງຮຽນທີ່ປິດການຮຽນ ຍ້ອນນ້ຳຖ້ວມ ແລະເສັ້ນທາງ ຖືກຕັດຂາດ 16 ແຫ່ງ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 58,5 ຕື້ກີບ( ດ້ານກະສິກຳ 48 ຕື້ກີບ ແລະດ້ານໂຍທາ 10,5 ຕື້ກີບ).


ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ກ່າວສະແດງຄວາມເຫັນອົກເຫັນໃຈຕໍ່ເຫດການໄພທຳມະຊາດໃນຄັ້ງນີ້ ແລະ ືຂໍເປັນກຳລັງໃຈຊ່ວຍອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນຊາວເມືອງຈຳພອນ ກໍຄືຊາວແຂວງສະຫວັນນະເຂດ ພ້ອມນີ້ກໍມີຄວາມເຊື່ອໝັ້ນມູນເຊື້ອລູກຫຼານພໍ່ກະດວດ ແລະປະທານໄກສອນ ພົມວິການ ວ່າຈະສາມາດຜ່ານຜ່າວິກິດການໃນຄັ້ງນີ້ໄປດ້ວຍຜົນສຳເລັດ. ສະແດງຄວາມຍ້ອງຍໍຊົມເຊີຍອຳນາດການປົກຄອງແຂວງ-ເມືອງ ທີ່ສາມາດແກ້ໄຂສະຖານະການເບື້ອງຕົ້ນໄດ້ດີ ແລະປະຊາຊົນ ກໍມີຄວາມຕື່ນຕົວ ໃນການກຽມຮັບມືນ້ຳຖ້ວມແຕ່ຫົວທີ ສະແດງອອກເຖິງໄດ້ຮັບຜົນກະທົບໜ້ອຍຕໍ່ຊີວິດຂອງປະຊາຊົນ ທີ່ເປັນສິ່ງສຳຄັນທີ່ສຸດ.


ສຳລັບວຽກງານອັນເລັ່ງດ່ວນ ແມ່ນການຟື້ນຟູຫຼັງນ້ຳຖ້ວມ ແມ່ນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ໂດຍໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະທ້ອງຖິ່ນ ປະສານສົມທົບກັນ ເພື່ອປະເມີນ ແລະເກັບກຳຂໍ້ມູນລະອຽດ ເພື່ອຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ໂດຍສະເພາະແມ່ນໃຫ້ສະໜອງເຂົ້າກິນຈຳນວນ 3 ເດືອນ ຕາມລະບຽບຜູ້ໜຶ່ງ 12 ກິໂລ/ຄົນ/ເດືອນ ໂດຍໃຫ້ຂຶ້ນແຜນ 3 ເດືອນກ່ອນ .ຈາກນີ້ກໍໃຫ້ເລັ່ງຟື້ນຟູເຮືອນຊານບ້ານຊ່ອງຂອງປະຊາຊົນ ໂດຍລະດົມກຳລັງແຮງຂອງແຕ່ລະພາກສ່ວນໃນສັງຄົມ ກໍຄືບັນດາອົງການຈັດຕັ້ງມະຫາຊົນເຂົ້າມາຊ່ວຍ, ສ່ວນເຮືອນປະຊາຊົນ ທີ່ຖືກ ເສຍຫາຍເປ້ເພ ກໍໃຫ້ທາງພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ປະສານສົມທົບໃນການຊອກວັດສະດຸອຸປະກອນທີ່ຈຳເປັນສະໜອງໃຫ້ປະຊາຊົນ. ຈາກນັ້ນກໍໃຫ້ເລັ່ງຟື້ນຟູສາທາລະນູປະໂພກຕ່າງໆ, ຖະໜົນຫົນທາງ ເພື່ອໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ແລະໃຫ້ເອົາໃຈໃສ່ໃນວຽກງານປ້ອງກັນພະຍາດ ຄົນ-ສັດ ຫຼັງນ້ຳຖ້ວມ.

ພ້ອມນີ້, ທ່ານຮອງນາຍົກ ຍັງໄດ້ຊີ້ນຳວຽກງານອື່ນໆ ທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະໃນໂອກາດນີ້, ທ່ານ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ການນຳເມືອງຈຳພອນ ເພື່ອນຳໄປແຈກຢາຍຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ປະກອບມີ: ເຂົ້າສານ 12 ພັນກິໂລ, ນ້ຳດື່ມ 250 ແພັກ, ໝໍ້ຕົ້ມນ້ຳ 210 ໜ່ວຍ, ເຄື່ອງໃຊ້ໃນຄົວເຮືອນ 15 ຊຸດ, ຟີລາ 50 ຊຸດ, ເກືອ 1.100 ຖົງ ລວມມູນຄ່າ 207 ລ້ານກວ່າກີບ ພ້ອມດ້ວຍເງິນສົດຈຳນວນ 50 ລ້ານກີບ.


ຫຼັງຈາກນັ້ນ, ທ່ານຮອງນາຍົກ ພ້ອມຄະນະນຳຂັ້ນຕ່າງໆ ກໍໄດ້ລົງຢ້ຽມຢາມ ແລະມອບເເຄື່ອງຊ່ວຍເຫຼືອໃຫ້ພໍ່່ແມ່ປະຊາຊົນ ຢູ່ທີ່ກຸ່ມບ້ານຕາແຫຼວ ເມືອງຈຳພອນຕື່ມອີກ.