ກົມມາດຕະຖານ ແລະ ວັດແທກ ລົງກວດກາວັດແທກຊິງຊັ່ງອ້ອຍ ບໍລິສັດນ້ຳຕານມິດລາວ ຈຳກັດ

419

ໃນວັນທີ 5 ພະຈິກ 2020 ຜ່ານມາ ທີ່ບໍລິສັດນ້ຳຕານມິດລາວ ບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີກວດກາວັດແທກຊິງຊັ່ງອ້ອຍ ຂອງບໍລິສັດນ້ຳຕານມິດລາວ ຈຳກັດ ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ,ທ່ານ ບຸນເຄືອບ ແກ້ວມະນີ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ທ່ານ ສະອາດ ບັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍຂອງບໍລິສັດນ້ຳຕານມິລາວ ພ້ອມດ້ວຍວິຊາການຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີເຂົ້າຮ່ວມ.


ຈຸດປະສົງໃນການກວດກາວັດແທກຊິງຊັ່ງອ້ອຍ ຂອງບໍລິສັດນ້ຳຕານມິດລາວ ຈຳກັດ ປະຈຳປີ 2020 – 2021 ນີ້ ກໍເພື່ອເປັນການຮັບປະກັນທາງດ້ານຊິງຊັ່ງນ້ຳໜັກທີ່ໄດ້ມາດຕະຖານ,ຍຸຕິທຳ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ຄືບໍລິສັດນ້ຳຕານມິດລາວ ກັບຊາວສວນອ້ອຍ ຊຶ່ງໃນແຕ່ລະປີທາງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ລົງກວດກາວັດແທກຊິງຊັ່ງອ້ອຍຂອງບໍລິສັດນ້ຳຕານມິດລາວປີລະຄັ້ງ.

ໃນນີ້ທາງວິຊາການກົມມາດຕະຖານ ແລະ ວັດແທກ ແມ່ນໄດ້ທຳການກວດເຊັກຂາໂຫຼດເຊວທັງ 6 ຂາ, ໂດຍກວດກາໄປແຕ່ລະຂາ,ຫຼັງຈາກນັ້ນແມ່ນໄດ້ເອົາແມ່ແບບມາຢາຍໝົດແຜ່ນ ເມື່ອເຫັນວ່າຊິງຊັ່ງໄດ້ມາດຕະຖານແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ທຳການລັອກກິບ ແລະ ຫົວອ່ານຄອມພີວເຕີຢ່າງຄັກແນ່ເພື່ອຮັບປະກັນດ້ານມາດຕະຖານ.


ໂອກາດນີ້ ທ່ານ ສະອາດ ບັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍຂອງບໍລິສັດນ້ຳຕານມິລາວ ຍັງໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງຂອງພວກເຮົາວ່າ: ທາງບໍລິສັດຈະໄດ້ເປີດຫີບອ້ອຍໃນຄັ້ງວັນທີ 17 ທັນວາ ໄປຈົນຮອດເດືອນ ມີນາ 2020 ຄາດວ່າປີນີ້ຈະມີອ້ອຍປ້ອນເຂົ້າໂຮງງານປະມານ 4 ແສນໂຕນ ຊຶ່ງຈະຫຼຸດລົງຈາກປີຜ່ານມາປະມານ 1 ແສນໂຕນ.

ສາເຫດແມ່ນເນື່ອງມາຈາກປະລິມານນ້ຳຝົນໜ້ອຍກວ່າປີຜ່ານມາ ແລະ ປີນີ້ເປັນປີທີ່ຊາວສວນອ້ອຍພັກດິນເພື່ອມາປູກອີກໃນປີຕໍ່ໄປ ຈຶ່ງເຮັດໃຫ້ອ້ອຍເຫຼືອປະມານ 4 ແສນໂຕນ. ເຊິ່ງປີນີ້ມີອ້ອຍທີ່ປູກທັງໝົດໃນເນື້ອທີ່ 7.200 ເຮັກ ລວມທັງເນື້ອທີ່ຂອງບໍລິສັດ ແລະ ຂອງປະຊາຊົນ. ສ່ວນວ່າລາຄາອ້ອຍຈະມີ 3 ປະເພດຄື: ອ້ອຍຊີວະພາບລາຄາ 337.500 ກີບ/ໂຕນ,ອ້ອຍງາມ 350.000 ກີບ/ໂຕນ ແລະ ອ້ອຍປ່ຽນຖ່າຍ 312.500 ກີບ/ໂຕນ.