ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ

178

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເດີນທາງມາເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 6-7 ພະຈິກ 2020.

ໃນຕອນບ່າຍວັນທີ 6 ພະຈິກ 2020 ທ່ານ ຮອງນາຍົກ ໄດ້ພົບປະໂອ້ລົມຄະນະພັກ-ອົງການປົກຄອງແຂວງ,ພະນັກງານການນໍາຫຼັກແຫຼ່ງ ທີ່ຫ້ອງວ່າການແຂວງ,ໂດຍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນທີ່ຜ່ານມາ,ຈາກທ່ານ ວິໄລວົງ ບຸດດາຄໍາ ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ,ຊຶ່ງມີທັງຜົນງານ,ຂໍ້ສະດວກ,ຂໍ້ຫຍຸ້ງຍາກ,ແລະສິ່ງທ້າທາຍຫຼາຍດ້ານ ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໜີ້ສິນອື່ນໆ.

ໃນໄລຍະ 9 ເດືອນ 2020 ຜ່ານມາ ມູນຄ່າລວມຍອດຜະລິດຕະພັນພາຍໃນ GDP ຂອງແຂວງຈໍາປາສັກ ປະຕິບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78%,ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫຼືເທົ່າກັບ 16 ລ້ານ 9 ແສນກ່ວາກີບຕໍ່ຄົນ,ເຮັດໃຫ້ໂຄງປະກອບເສດຖະກິດຂະແໜງ ກະສິກໍາ-ປ່າໄມ້ ກວມ 28,1%,ຂະແໜງອຸດສາຫະກໍາກວມ 15,55% ແລະ ຂະແໜງບໍລິການກວມ 56,35% ຂອງ GDP.

ຫຼັງຈາກຮັບຟັງລາຍງານແລ້ວ,ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍໄດ້ເປັນກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ຜົນງານການນໍາພາປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ,ອັນເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບໂດຍພື້ນຖານ,ເສດຖະກິດເຖິງວ່າໄດ້ຮັບຜົນກະທົບຈາກບັນຫາການລະບາດພະຍາດໂຄວິດ. ແຕ່ກໍສາມາດຜ່ານຜ່າບັນຫາຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.


ເພື່ອເປັນກໍາລັງໃຈ ແລະ ທິດທາງໃນການກໍານົດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈໍາປາສັກໃນຕໍ່ໜ້າ,ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ໂອ້ລົມ ໂດຍເນັ້ນຫຼາຍບັນຫາໃຫ້ຄະນະພັກ-ອົງການປົກຄອງແຂວງ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ ເຊັ່ນ: ເພີ່ມທະວີຍົກສູງການນໍາພາພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງພັກ,ບົນຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງ ແລະ ສ້າງຄວາມແຂງດ້ວຍຕົນເອງໃຫ້ຫຼາຍຂຶ້ນ,ຖືເອົາການຜະລິດເປັນສິນຄ້າ,ປູກຝັງ-ລ້ຽງສັດ,ອຸດສາຫະກໍາປຸງແຕ່ງ ໃຫ້ຫຼາຍໂດຍຫັນປ່ຽນຮູບແບບວິທີການຜະລິດໃຫ້ທັນສະໄໝ,ນໍາໃຊ້ຫົວຄິດປະດິດສ້າງ,ທຸກທ່າແຮງທີ່ບົ່ມຊ້ອນພາຍໃນແຂວງໃຫ້ເກີດປະໂຫຍດສູງສຸດ, ເປັນພື້ນຖານໃຫ້ແກ່ການລົບລ້າງຄວາມທຸກຍາກຂອງປະຊາຊົນ.

ໃນການໂອ້ລົມຍັງຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືປະເທດເຮົາທີ່ກໍາລັງຜັນແປໄປໄປຢ່າງສັບສົນ.ເປັນຕົ້ນ:ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19,ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ-ລັດຖະບານ ຕໍ່ການຄວບຄຸມ,ສະກັດກັ້ນການລະບາດພະຍາດໂຄວິດ ແລະ ມາດຕະການຜ່ອນຜັນໃນແຕ່ລະໄລຍະ ເພື່ອຟື້ນຟູຜົນກະທົບທາງດ້ານເສດຖະກິດ ໃນທົ່ວປະເທດໃຫ້ຄືນສູ່ສະພາບປົກກະຕິໂດຍໄວ.ຊຶ່ງພັກ-ລັດຖະບານຍາມໃດກໍເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ,ຢາກໃຫ້ປະເທດຊາດພັດທະນາ ມັ່ງຄັ່ງເຂັ້ມແຂງ,ປະຊາຊົນຢູ່ດີກິນດີ ແລະ ຮັ່ງມີຂຶ້ນໄປເລື້ອຍໆ.

ນອກຈາກໄດ້ໂອ້ລົມຊີ້ນໍາຕໍ່ຄະນະພັກ-ອົງການປົກຄອງແຂວງຈໍາປາສັກແລ້ວ ໃນວັນທີ 7 ພະຈິກ 2020,ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມເບິ່ງໂຄງການກໍ່ສ້າງຊົນລະປະທານຫ້ວຍວັງເຫ ຢູ່ເມືອງໂພນທອງ ແລະໂຄງການກໍ່ສ້າງເຂດພັດທະນາແຫຼ່ງທ່ອງທ່ຽວສີທັນດອນ ຢູ່ເມືອງໂຂງ,ແຂວງຈໍາປາສັກ ອີກດ້ວຍ.

ເກດສະໜາ ແກ້ວສຸວັນນະແສງ