ສະຫາຍ ບຸນຈັນ ສີວົງພັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

534

ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ VIII ໄດ້ສຳເລັດລົງໃນວັນທີ6 ພະຈິກ ພາຍຫຼັງໄດ້ດຳເດີນມາແຕ່ວັນ 5 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ. ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.

ໂດຍມີຜູ້ແທນສົມບູນເຂົ້າ ຮ່ວມ 250 ສະຫາຍ (ຍິງ 32 ສະຫາຍ) ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 17.700 ສະຫາຍ, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ ນຳໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຈຳນວນ 31 ສະຫາຍ (ຍິງ 3 ສະຫາຍ) ມີລາຍຊື່ດັ່ງນີ້:

  1. ສະຫາຍ ບຸນຈັນ ສີວົງພັນ
  2. ສະຫາຍ ບຸນໂຮມ ເທດທານີ
  3. ສະຫາຍ ພັອ ບຸນຊູ ໄຊລາສີ
  4. ສະຫາຍ ພັອ ບຸນລົດ ຄຳແພງພັນ
  5. ສະຫາຍ ໜໍບີຫາ ຕົງປາວ
  6. ສະຫາຍ ບົວເງິນ ຫຸມໄຊຍະພົມ
  7. ສະຫາຍ ສົມພອນ ສີອາໄພ
  8. ສະຫາຍ ຄອນສະໝຸດ ບຸນແພງພັນ
  9. ສະຫາຍ ນາງ ບົວສີ ນາຖາວົງ
  10. ສະຫາຍ ບຸນເລື່ອນ ວັນນາຮັກ
  11. ສະຫາຍ ວຽງໄຊ ສີວິໄລ
  12. ສະຫາຍ ສີວິໄລ ແສງຈະເລີນ
  13. ສະຫາຍ ຈັນໄຄ ສຸທິຈັກ
  14. ສະຫາຍ ສູນທອນ ພັນມີໄຊ
  15. ສະຫາຍ ກົງທະນູ ອຸ່ນສະຫວັນ
  16. ສະຫາຍ ໃຈເພັດ ພິມວົງສາ
  17. ສະຫາຍ ພັທ ຕູ້ຢ່າ ຢົງວ່າ


18. ສະຫາຍ ວຽງພອນ ເມືອງຈະເລີນ
19. ສະຫາຍ ບຸນມາ ສຸຍະວົງ
20. ສະຫາຍ ພັທ ບຸນມີ ບຸນຄຳພາ
21. ສະຫາຍ ຄຳພາ ພິລາວົງ
22. ສະຫາຍ ເພັດສະໝອນ ດາວົງສອນ
23. ສະຫາຍ ນາງ ຈັນທະສອນ ພູນສຸກ
24. ສະຫາຍ ພູວອນ ສີຄຳອອນ
25. ສະຫາຍ ຫົງຄຳ ພິມມະສານ
26. ສະຫາຍ ບຸນເຮືອງ ສຸລິໄຊ
27. ສະຫາຍ ສີວອນ ບຸດດາຈັນ
28. ສະຫາຍ ຫວາຢ່າ ໝອກພູເຂົາ
29. ສະຫາຍ ສີວອນ ອ່ອນລາວົງ
30. ສະຫາຍ ຄຳຜຸຍ ໂນລາ
31. ສະຫາຍ ນາງ ພວງພະຈັນ ມູນທະວົງ

ກອງປະຊຸມຄັ້ງປະຖົມມະລຶກອົງຄະນະພັກແຂວງຊຽງຂວາງ ຄັ້ງທີ VIII ເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ9 ສະຫາຍ (ຍິງ 1 ສະຫາຍ)ຄື:
1 ສະຫາຍ ບຸນຈັນ ສີວົງພັນ
2. ສະຫາຍ ບຸນໂຮມ ເທດທານີ
3. ສະຫາຍ ພັອ ບຸນຊູ ໄຊລາສີ
4. ສະຫາຍ ພັອ ບຸນລົດ ຄຳແພງພັນ
5. ສະຫາຍ ໜໍບີ ຫາຕົງປາວ
6. ສະຫາຍ ບົວເງິນ ຫຸມໄຊຍະພົມ
7. ສະຫາຍ ນາງ ບົວສີ ນາຖາວົງ
8. ສະຫາຍ ຈັນໄຄ ສຸທິຈັກ
9. ສະຫາຍ ສູນທອນ ພັນມີໄຊ


ກອງປະຊຸມ ກອງປະຊຸມໄດ້ເປັນເອກະພາບເລືອກເອົາ
1. ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ (ຜູ້ໃໝ່),
2. ສະຫາຍ ບຸນໂຮມ ເທດທານີ ເປັນຮອງເລຂາ
3. ສະຫາຍ ໜໍບີ ຫາຕົງປາວ ເປັນຮອງເລຂາ


ກອງປະຊຸມໄດ້ເຫັນດີ ເລືອກເອົາປະທານ ແລະ ຮອງປະທານຄະນະກວດກາພັກແຂວງ 4 ສະຫາຍ (ຍິງ 1 ສະຫາຍ)ຄື:
1. ສະຫາຍ ຈັນໄຄ ສຸທິຈັກ ປະທານຄະນະກວດກາພັກ
2. ສະຫາຍ ພອນສີ ພິນລາວົງ ຮອງປະທານກວດກາພັກ
3. ສະຫາຍ ຄຳວຽນ ສີຫານາດ ຮອງປະທານກວດກາພັກ
4. ສະຫາຍ ນາງ ວັນໄຊ ສິງດາລາ ຮອງປະທານຄະນະກວດກາພັກ