ລັດຖະມົນຕີ ກະຊວງ ອຄ ນຳພາຄະນະ ເຂົ້າຮ່ວມພິທີເປີດງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 3 ແບບທາງໄກ

265

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ນຳພາຄະນະ ເຂົ້າຮ່ວມພິທີເປີດງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 3 ທີ່ຊຽງໄຮ, ສປ ຈີນ ແບບທາງໄກ (Video Conference).


ໃນວັນທີ 4 ພະຈິກ2020 ຜ່ານມາ ໄດ້ມີພິທີເປີດງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 3 ຢ່າງເປັນທາງການທີ່ ນະຄອນຊຽງໄຮ ສປ ຈີນ ງານດັ່ງກ່າວໄດ້ຈັດຂຶ້ນແບບເຄີ່ງອອນລາຍ ແລະ ອັອບລາຍ ໂດຍໃນພິທີເປີດງານ ທ່ານ ສີ ຈິນຜີງ ປະທານປະເທດແຫ່ງ ສປ ຈີນ ໄດ້ມີຄຳເຫັນຜ່ານທາງ Video Conference. ພ້ອມນັ້ນ, ຍັງມີການນຳສູງສຸດຂອງ 8 ປະເທດ ແລະ 4 ອົງການຈັດຕັ້ງສາກົນ ເຂົ້າຮ່ວມມີຄຳເຫັນຜ່ານທາງ Video Conference ແບບສັ້ນໆຕໍ່ພິທີເປີດງານ.

ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ໄດ້ນຳພາຄະນະຜູ້ແທນຝ່າຍລາວເຂົ້າຮ່ວມຜ່ານທາງ Video Conference, ຊຶ່ງປະກອບມີຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ຕາງໜ້າຈາກກະຊວງການຕ່າງປະເທດ, ຕາງໜ້າຈາກຫ້ອງການກຳມະການຮ່ວມມືລາວ-ຈີນ ແລະ ກົມກ່ຽວຂ້ອງຂອງກະຊວງ ອຄ 12 ທ່ານ ຕາມການເຊື້ອເຊີນຂອງລັດຖະບານແຫ່ງ ສປ ຈີນ.

ໃນງານວາງສະແດງຄັ້ງນີ້ ມີພາກທຸລະກິດ 2.700 ຫົວໜ່ວຍ ຈາກ 120 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ ໂດຍນຳໃຊ້ເນື້ອທີ່ວາງສະແດງທັງຫມົດ 360.000 ຕາແມັດ ເມື່ອທຽບໃສ່ປີຜ່ານມາເຫັນວ່າເພີ່ມຂຶ້ນ 3.000 ຕາແມັດ ຊຶ່ງແບ່ງການວາງສະແດງອອກເປັນ 6 ເຂດຄື: ເຂດເຄື່ອງອຸປະໂພກບໍລິໂພກ, ເຄື່ອງອຸປະກອນການແພດ ແລະ ສຸຂະພາບ, ເຄື່ອງອຸດສາຫະກຳສະຫຼາດ ແລະ ເຄື່ອງສື່ສານເທັກໂນໂລຍີີ, ເຂດອາຫານ ແລະ ສິນຄ້າກະສິກຳ ແລະ ເຂດການຄ້າບໍລິການ ໂດຍສຳຄັນທີ່ສຸດໃນງານວາງສະແດງຄັ້ງນີ້ ໄດ້ມີຜູ້ຊື້ມືອາຊີບລົງທະບຽນເຂົ້າຮ່ວມງານ ປະມານ 400.000 ຄົນ.


ສຳລັບ ສປປ ລາວ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄະນະການ ສປປ ລາວ ບໍ່ສາມາດເຂົ້າຮ່ວມງານວາງສະແດງທີ່ນະຄອນຊຽງໄຮ ໄດ້ໃນປີນີ້. ເຖິງແນວໃດກໍຕາມ ໄດ້ມີຕົວແທນທຸລະກິດຂອງລາວ ສາມາດເຂົ້າຮ່ວມງານວາງສະແດງຄື: ບໍລິສັດ ຊາຈຳປາຄຳ ແລະ ບໍລິສັດ ເມລີ ອອກແບບຕົບແຕ່ງ. ພ້ອມກັນນັ້ນ, ບໍລິສັດດັ່ງກ່າວຍັງໄດ້ນຳເອົາສິນຄ້າທ່າແຮງຂອງ ສປປ ລາວ ເຊັ່ນ: ເຂົ້າ, ກາເຟ, ສິນຄ້າຫັດຖະກຳ ແລະ ອື່ນໆໄປວາງສະແດງ ແລະ ສິ່ງທີ່ໂດດເດັ່ນທີ່ສຸດແມ່ນ ການເຊັນສັນຍາຊື້ຂາຍສັດໃຫຍ່ລະຫວ່າງ ບໍລິສັດ Lao Goutong Animal Husbandry Development Co., Ltd (ລາວ) ແລະ ບໍລິສັດ Mengla Chengkang Agricultural Food Development Co,. Ltd (ຈີນ), LS Chengkang Co., Ltd (ລາວ) ແລະ ບໍລິສັດ Mengla Chengkang Agricultural Food Development Co,. Ltd.