ສົມກັບການລໍຄອຍ ນະຄອນຫຼວງ ສະເໝີ ແຂວງຊຽງຂວາງ 1-1 ປະຕູຈາກ 2 ນັກເຕະໃນລາວລີກ 2

115

ຄວາມມັນລະດັບ 5 ດາວສົມກັບການລໍຄອຍ ສໍາລັບ ການແຂ່ງຂັນນັດລະຫວ່າງ ນະຄອນຫຼວງວຽງຈັນ ເຈົ້າພາບ ກັບ ແຂວງຊຽງຂວາງ ວາທີເຈົ້າພາບງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ຈົບລົງດ້ວຍຜົນສະເໝີ 1-1 ຂອງສາຍ ກ ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີນັດວັນທີ 7 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ເຊິ່ງ 2 ປະຕູດັ່ງກ່າວ ເກີດຂຶ້ນຈາກ 2 ນັກເຕະໃນລາວລີກ 2 ໂດຍປະຕູທໍາອິິດເປັນ ອາຄົມ ທໍລະນີ ກອງໜ້າຂອງສະໂມສອນ ເມືອງຫາດ ຢູໄນເຕັດ ຍິງໃຫ້ກັບ ນະຄອນຫຼວງວຽງຈັນ ຂຶ້ນນໍາກ່ອນ 1-0 ກ່ອນທີ່ເຄິ່ງເວລາທີ 2 ສີນວນ ຊາມົນຕີ ກອງໜ້າຂອງ HBT 941 ເອັຟຊີ ຈະມາຍິງປະຕູຕີສະເໝີໃຫ້ກັບ ແຊວງຊຽງຂວາງ ໃນເຄິ່ງເວລາທີ 2 ກ່ອນຈົບດ້ວຍຜົນສະເໝີກັນ 1-1.

ສໍາລັບ ສະຖານະການສາຍ ກ ເປັນ ແຂວງສາລະວັນ ທີມທໍາອິດທີ່ສາມາດເກັບ 3 ຄະແນນເຕັມໄດ້ສໍາເລັດ ຫຼັງເອົາຊະນະ ໄຊສົມບູນ 1-0, ສ່ວນ ນະຄອນຫຼວງ ກັບ ແຂວງຊຽງຂວາງ ແບ່ງໄປທີມລະ 1 ຄະແນນ. ຂະນະທີ່ ແຂວງຄໍາມ່ວນ ຍັງບໍ່ໄດ້ລົງແຂ່ງຂັນຈັກນັດຈະເລີ່ມແຂ່ງຂັນອາທິດໜ້າ