ເປີດສະພາການຄ້າ ສ.ເກົາຫຼີ ປະຈໍາສປປລາວ ຢ່າງເປັນທາງການ

169

ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານແນະນຳ ກິດຈະກຳ CSR(Corporate Social Responsibility) ແລະ ເປີດສະພາການຄ້າ ສ.ເກົາຫຼີ ປະຈຳສປປລາວ ຢ່າງເປັນທາງການ ເມືຶ່ອວັນທີ 5 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມລາວພລາຊາ ໃນນະຄອນຫຼວງວຽງຈັນ.

ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ຊອງ ຊຸນຊິນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ ໂອ ເຊຢັງ ປະທານສະພາການຄ້າ ສ.ເກົາຫຼີ ປະຈໍາລາວ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ໂອ ເຊຢັງ ປະທານສະພາການຄ້າ ສ.ເກົາຫຼີ ປະຈຳລາວ ກ່າວວ່າ: ການສ້າງຕັ້ງສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງນີ້ແມ່ນເພື່ອເປັນການຜັນຂະຫຍາຍວຽກງານການຄ້າ ແລະ ການລົງທຶນຢູ່ໃນລາວ ພ້ອມກັນນັ້ນ ກໍເພື່ອເປັນການອຳນວຍຄວາມສະດວກໃຫ້ກັບພາກທຸລະກິດຂອງປະເທດສ.ເກົາຫຼີ ທັງຮັດແໜ້ນສາຍພົວພັນການຮ່ວມມືຂອງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ ລວມທັງການດຶງດູດເອົານັກລົງທຶນຂອງ ສ.ເກົາຫຼີ ໃຫ້ເຂົ້າມາລົງທຶນຢູ່ລາວໃຫ້ນັບມື້ເພີ່ມຂຶ້ນເປັນກ້າວໆ.


ດັ່ງນັ້ນ ການເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ເທື່ອນີ້ ບໍ່ພຽງແຕ່ຈະເປັນການປະກອບສ່ວນແກ່ເສດຖະກິດຂອງລາວໃຫ້ນັບມື້ເຕີບໂຕຂຶ້ນ ຍັງເຮັດໃຫ້ນັກທຸລະກິດ ສ.ເກົາຫຼີ ເຊື່ອໝັ້ນ ແລະ ຕັດສິນໃຈມາລົງທຶນໃນລາວອີກ, ທັງນີ້ກໍຍ້ອນວ່າ ໄລຍະຜ່ານມາ ລັດຖະບານລາວ ໄດ້ອຳນວຍຄວາມສະດວກຫຼາຍດ້ານແກ່ພາກທຸລະກິດ ສ.ເກົາຫຼີ ທີ່ເຂົ້າມາລົງທຶນ ແລະ ເຊື່ອວ່າ ສະພາການຄ້າທີ່ເປີດໃໝ່ນີ້ກໍຈະເປັນຂົວຕໍ່ທີ່ສຳຄັນເພື່ອເຮັດໃຫ້ພາກທຸລະກິດ ສ.ເກົາຫຼີ ແລະ ລັດຖະບານລາວ ເຮັດວຽກຮ່ວມກັນໄດ້ດີຂຶ້ນ.


ພ້ອມນີ້ ທ່ານ Kyung Jang ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ ຫລື KOTRA ປະຈໍານະຄອນຫຼວງວຽງຈັນ ໄດ້ຂຶ້ນນຳສະເໜີກິດຈະກຳຂອງ (CSR) ເຊິ່ງທ່ານໄດ້ອະທິາຍ 17 ເປົ້າໝາຍການພັດທະນາແບບຍືນຍົງທີ່ປະກາດໂດຍອົງການສະຫະປະຊາຊາດ ແລະ ຕົວຢ່າງຕ່າງໆ ພ້ອມກ່າວວ່າບັນດາບໍລິສັດຂອງລາວ ແລະ ສ.ເກົາຫຼີຈະຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງປະຊາຄົມໂລກ ແລະ ຮັບຮູ້ເປົ້າໝາຍເຫຼົ່ານີ້ຮ່ວມກັນ.


ໃນໂອກາດດຽວກັນ ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ຕະຫຼອດ 25 ປີ ຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເຫັນວ່າປັດຈຸບັນ ການຄ້າລະຫວ່າງປະເທດແມ່ນພວມຢູ່ໃນລະດັບສູງ ໂດຍສະເພາະ ການແລກປ່ຽນທາງດ້ານການຄ້າ, ໃນປີ 2018 ການລົງທຶນຂອງສ.ເກົາຫຼີ ໃນລາວ ເປັນອັນດັບທີ 5, ຈຳນວນນັກທ່ອງທ່ຽວ ສ.ເກົາຫຼີ ມີ 175 ພັນຄົນ ເພາະມີສາຍການບິນລາວ-ສ.ເກົາຫຼີ, ການຊ່ວຍເຫຼືອກໍກວມເອົາຫຼາຍຂົງເຂດ. ອີງໃສ່ການຂະຫຍາຍຕົວຂອງວຽກງານການຄ້າ ຈຶ່ງສະເໜີສ້າງຕັ້ງສະພາການຄ້າຂຶ້ນ ເພາະມີຫຼາຍກິດຈະການທີ່ມາລົງທຶນມີການຂະຫຍາຍຕົວ ເຊິ່ງມີທັງທຸລະກິດຂະໜາດນ້ອຍ ແລະ ໃຫຍ່, ທີ່ຜ່ານມາສະພາການຄ້າແມ່ນເຮັດວຽກຢ່າງໃກ້ສິດ ເພື່ອເຕົ້າໂຮມທຸກສະມາຄົມໃຫ້ເຂົ້າຮ່ວມໃນສະພາການຄ້າ. ຂະນະດຽວກັນ ສະພາການຄ້າ ຈະເຮັດໜ້າທີ່ຊຸກຍູ້ພາຍຫຼັງໄດ້ຈົດທະບຽນແລ້ວ ເພື່ອໃຫ້ທຸກທຸລະກິດຮູ້ນະໂຍບາຍຂອງລັດ, ອັນເປັນບ່ອນອີງທີ່ສາມາດເປັນແປ້ນຢັນ ລະຫວ່າງທຸລະກິດ 2 ປະເທດໃຫ້ຄຶກຄື້ນ.


ນອກຈາກນີ້ ເພື່ອເຮັດໃຫ້ພິທີເປີດສະພາການຄ້າສ.ເກົາຫຼີ ປະຈຳລາວ ມີຄວາມໝາຍຍິ່ງຂຶ້ນ ພາຍໃນງານກໍໄດ້ມີພິທີຕັດເຄັກ ໂດຍຄະນະປະທານ.


ໃນຕອນທ້າຍ ທ່ານ ໂອ ເຊຢັງ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານທູດເພື່ອຊົມເຊີຍຜົນງານການເຮັດວຽກ, ມອບເງິນໃຫ້ແກ່ສະພາການຄ້າ ສ.ເກົາຫຼີ ເພື່ອພັດທະນາອົງກອນຈຳນວນ 1 ແສນໂດລາ, ໃຫ້ສະມາຄົມຄົນເກົາຫຼີ ຈຳນວນ 1 ໝື່ນໂດລາ ແລະ ໃຫ້ສະພາຊາວໜຸ່ມຄົນເກົາຫຼີ ອີກ 1 ໝື່ນໂດລາສະຫະລັດ ອີກ.

.

.