ຊີດີ ຮີໂຣຂອງຊາວສາລະວັນ ຍິງປະຕູໄຊທ້າຍເກມ ກາຍເປັນທີມທໍາອິດທີ່ຊະນະໃນບານເຕະທົ່ວປະເທດ

171

ກາຍເປັນຮີໂຣຂອງຊາວ ແຂວງສາລະວັນ ໄປເລີຍສໍາລັບ ຊີດີ ລັດທະວົງ ນັກເຕະດາວເດັ່ນຂອງແຂວງສາລະວັນ ທັງເປັນອະດີດນັກເຕະເຍົາວະຊົນຂອງ ລາວໂຕໂຢຕ້າ ເອັຟຊີ ຍິງປະຕູໄຊຊ່ວຍໃຫ້ກັບທີມແຂວງເອົາຊະນະ ໄຊສົມບູນ 1-0 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ເມື່ອວັນທີ 6 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ).

ປະຕູດັ່ງກ່າວ ເກີດຂຶ້ນໄລຍະທ້າຍການແຂ່ງຂັນໃນ 5 ນາທີສຸດທ້າຍ ເຊິ່ງ ສາລະວັນ ໄດ້ຈຸດໂທດ ກ່ອນທີ່ ຊີດີ ຈະຮັບໜ້າທີ່ຍິງແບບເໜືອຊັ້ນຊິບບານເຂົ້າປະຕູໄປຢ່າງສວຍງາມ. (ດັ່ງຄລິບລຸ່ມນີ້)

ສ່ວນຜົນການແຂ່ງຂັນຂອງຄູ່ອື່ນອີກ 2 ຄູ່ແມ່ນກິນກັນບໍ່ລົງ ແຂວງຜົ້ງສາລີ ສະເໝີກັບ ເຊກອງ 1-1 ແລະ ແຂວງອຸດົມໄຊ ສະເໝີກັບ ແຂວງວຽງຈັນ 0-0 ເຮັດໃຫ້ ແຂວງສາລະວັນ ກາຍເປັນທີມທໍາອິດທີ່ເກັບ 3 ຄະແນນເຕັມໃນລາຍການນີ້.
ຮູບຈາກ: The 45th Lao National Day’s Football Championship