ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020

222

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ(ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.


ພິທີເປີດງານມີຂຶ້ນໃນຕອນເຊົ້າວັນທີ 6 ພະຈິກ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິີ່ງແວດລ້ອມ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາ ການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ການຈັດງານຄັ້ງນີ້ແມ່ນ ເພື່ອນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໃຫ້ບັນດາທຸລະກິດການທ່ອງທ່ຽວ ເປັນຕົ້ນ ແມ່ນ: ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈໍາໜ່າຍເຄື່ອງຫັດຖະກໍາ ແລະ ກະສິກໍາ, ການນໍາໃຊ້ພະລັງງານ ທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເພື່ອໂຄສະນາອາຊຽນ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ; ທັງເປັນເວທີພົບປະແລກປ່ຽນ ລະຫວ່າງ “ທຸລະກິດ ແລະ ທຸລະກິດ” ຢູ່ໃນບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການດໍາເນີນທຸລະກິດ ໃຫ້ມີຄວາມຍືນຍົງ; ສ້າງໃຫ້ເປັນງານວາງສະແດງການທ່ອງທ່ຽວຕົວແບບ ທີ່ມີຄວາມຍືນຍົງໃນອາຊຽນ.


ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການວາງສະແດງຄັ້ງນີ້ຈະເປັນການຊຸກຍູ້, ສົົ່ງເສີມການພັດທະນາການທ່ອງທ່ຽວອາຊຽນ ໃຫ້ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສົົ່ງເສີມ ແລະ ຊຸກຍູ້ສ້າງ ສປປ ລາວ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີີ່ມີຄຸນນະພາບ ທັງສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານແຫ່ງ ສປປ ລາວ. ທັງເປັນການເຕົ້າໂຮມເອົາພາກສ່ວນຕ່າງໆ ໃນສັງຄົມທັງ ພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ອົງການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມໃນການພັດທະນາການທ່ອງທ່ຽວຕາມທິດສີຂຽວ ແລະ ຍືນຍົງ.

ການຈັດງານວາງສະແດງດັ່ງກ່າວນີ້ກໍແມ່ນໜຶ່ງໃນກິດຈະກໍາຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ກໍຄືຂອງ ສປປ ລາວ ພາຍໃຕ້ເປົ້າໝາຍທີ 12 ຮັບປະກັນອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ.

ການແຜ່ລະບາດພະຍາດໂຄວິດ-19 ໃນທ້າຍປີ 2019 ນັ້ນ ເຮັດໃຫ້ຈໍານວນຕົວເລກນັກທ່ອງທ່ຽວ 9 ເດືອນ ປີ 2020 ມີພຽງ 886.447 ເທື່ອຄົນ ຫຼຸດລົງ -74% ທຽບໃສ່ໄລຍະດຽວກັນຂອງ ປີ 2019 ເຮັດໃຫ້ການທ່ອງທ່ຽວຂອງ ສປປ ລາວ ເປັນຂະແໜງການທີີ່ໄດ້ຮັບຜົນກະທົບຫຼາຍສົມຄວນ.

ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈະຈັດຂຶ້ນໃນລະຫວ່າງ ວັນທີ 5-7 ພະຈິກ 2020 ທີ່ໂຮງແຮມຄຣາວພລາຊາ  ນະຄອນຫຼວງວຽງຈັນ

.