ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ອີກສະໄໝ

376

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ໃນວັນທີ 6 ພະຈິກ 2020, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກ ສະໄໝທີ III; ຮັບຮອງເອົາແຜນພັດທະນາຂອງກະຊວງການຕ່າງປະເທດ ໄລຍະ 2021-2025. ພ້ອມນີ້ ຜູ້ແທນກອງປະຊຸມກໍໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫລຸບຕີລາຄາຫມາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ໄລຍະ 5 ປີຜ່ານມາ (2015- 2020) ເປັນຕົ້ນແມ່ນບັນດາຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນການເຄື່ອນໄຫວວຽກງານຕ່າງປະເທດ.

ນອກຈາກນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຸດທີ IV ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ສາມາດເລືອກໄດ້ 15 ສະຫາຍ, ຍິງ 1 ສະຫາຍ ຄື:

1 ສະຫາຍ ສະເຫຼີມໄຊ ກົມມະສິດ

2 ສະຫາຍ ທອງສະຫວັນ ພົມວິຫານ

3 ສະຫາຍ ບຸນເຫຼືອ ພັນດານຸວົງ

4 ສະຫາຍ ທອງຜ່ານ ສະຫວັນເພັດ

5 ສະຫາຍ ຕິ່ງ ສຸກສັນ

6 ສະຫາຍ ວັນທາ ແສງເມືອງ

7 ສະຫາຍ ດວງມະນີ ຍອດສີອຸດົມ

8 ສະຫາຍ ນາງ ໄກມະນີ ອໍລະບູນ

9 ສະຫາຍ ໄມທອງ ທໍາມະວົງສາ

10 ສະຫາຍ ໂພໄຊ ໄຂຄໍາພິທູນ

11 ສະຫາຍ ສີພັນດອນ ອ້ອຍດວງບຸດດີ

12 ສະຫາຍ ອານຸສິນ ຂັດຕິຍະລາດ

13 ສະຫາຍ ບຸນທະວີ ວິລະວົງ

14 ສະຫາຍ ໄມບົວ ໄຊຍະວົງ

15 ສະຫາຍ ກິ່ງໂພແກ້ວ ພົມມະຫາໄຊ

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ເລືອກເອົາຄະນະພັກປະຈໍາກະຊວງມີ 5 ສະຫາຍຄື: ສະຫາຍ ສະເຫລີມໄຊ ກົມມະສິດ, ສະຫາຍ ທອງສະຫວັນ ພົມວິຫານ, ສະຫາຍ ຕິ່ງ ສຸກສັນ, ສະຫາຍ ບຸນເຫລືອ ພັນດານຸວົງ ແລະ ສະຫາຍ ທອງຜ່ານ ສະຫວັນເພັດ.

ພ້ອມນີ້, ໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ສະເຫລີມໄຊ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ບຸນເຫລືອ ພັນດານຸວົງ ເປັນປະທານກວດກາພັກ; ສະຫາຍ ວັນທາ ແສງເມືອງ ແລະ ສະຫາຍ ດວງມະນີ ຍອດສີອຸດົມ ເປັນຮອງປະທານກວດກາພັກ.