ທີມບານເຕະຊາຍ ແຂວງໄຊສົມບູນ ຫວັງເຂົ້າຮອບໃຫ້ໄດ້ແລງນີ້ງານໜັກພົບ ສາລະວັນ

191

ທີມບານເຕະຊາຍ ແຂວງໄຊສົມບູນ ທີມຈາກພາກເໜືອກໍພາຍເປັນອີກທີມໜຶ່ງທີ່ໜ້າຕິດຕາມ ເຖິງຈະຢູ່ຮ່ວມສາຍທີ່ແຂງແກ່ນກໍຄືສາຍ ກ ທີ່ມີທັງ ເຈົ້າພາບ, ແຊັມກີລາແຫ່ງຊາດປີ 2014, ສາລະວັນ ແລະ ວາທີ ເຈົ້າພາບກີລາແຫ່ງຊາດ ຄັ້ງທີ 11, ເຊິ່ງ ແຂວງໄຊສົມບູນ ກໍກຽມຕົວມາດີ ແລະ ຫວັງເຂົ້າຮອບ 8 ທີມໃຫ້ໄດ້.

ທ່ານ ໄກສອນ ໄຊຍະວົງ ຫົວໜ້າຄູຝືກຂອງທີມບານເຕະຊາຍ ແຂວງໄຊສົມບູນ ລາຍງານວ່າ: ອີງໃສ່ສະພາບການກຽມທີມໄລຍະສັ້ນ. ດັ່ງນັ້ນ, ຈິ່ງໄດ້ຄັດເລືອກເອົານັກເຕະພາຍໃນແຂວງ 100% ເຊິ່ງໃນນັ້ນກໍມີ 2 ນັກເຕະທີ່ເຄີຍມີປະສົບການນໍາໂດຍ ນັດທະພົງ ພົມມະເທບ ກອງຫຼັງທີ່ເຄີຍຫລິ້ນໃຫ້ກັບ ສະໂມສອນ ມາສເຕີ ເຊເວັ້ນ ເອັຟຊີ ແລະ ທໍ່ຕູ້ເທົາ ເຈີເຈັງ ນັກເຕະຂອງສະໂມສອນ ເຄວສ ທີມຈາກລາວລີກ 2, ແນ່ນອນວ່າ ພວກເຮົາຮ່ວມສາຍ ກ ທີ່ມີແຕ່ທີມແຂງແກ່ນນໍາໂດຍ ນະຄອນຫຼວງ ເຈົ້າພາບ, ຄໍາມ່ວນ ແຊັມກີລາແຫ່ງຊາດ 2014, ສາລະວັນ ແລະ ຊຽງຂວາງ. ຢ່າງໃດກໍພວກເຮົາກໍຈະເຮັດໃຫ້ດີທີ່ສຸດ ຄືຕັ້ງເປົ້າເຂົ້າຮອບ 8 ທີມສຸດທ້າຍ.

ສໍາລັບ ທ່ານ ອາຈານ ໄກສອນ ໄຊຍະວົງ ຈົບຄູຝືຶກຂອງ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ລະດັບ C ລາຍເຊັນໃນປີ 2013 ກ່ອນທີ່ປີ 2017 ຈະຈົບຄູຝຶກລະດັບ B ລາຍເຊັນ ຖືເປັນອີກຄູຝຶກທີ່ມີປະສົບການໃນລາວລີກ ແລະ ທີມຊາດລາວ ຮຸ່ນເຍົາວະຊົນ ໂດຍສະເພາະປີ 2017 ພາ ກອງທັບ ເອັຟຊີ ຄວ້າແຊັມບານເຕະສາຍ ກ ໂດຍທ້າຍອາທິດນີ້ຈະພາ ທີມແຂວງໄຊສົມບູນ ເປີດສະໜາມພົບກັບ ແຂວງສາລະວັນ ໃນມື້ນີ້ໜວັນທີ 6 ພະຈິກ 2020 ເວລາ 15:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ເດີ່ນນອກ).

ສໍາລັບ ແຂວງໄຊສົມບູນ ສົ່ງລາຍຊື່ນັກເຕະພຽງ 16 ຄົນດັ່ງນີ້:
-ຜູ້ຮັກສາປະຕູ: ທ້າວ ມີ
-ກອງຫຼັງ: ຄໍາຜອງ ວົງຄໍາຜິວ, ນັດຕະພົງ ພົມມະເທບ, ສອນມີໄຊ ປະຫວັດທະໂນ ແລະ ອາເລັກ ໄຊຍະວົງ

-ກອງກາງ: ອາຫຼົງ, ທ່າວ, ພຸດທະສິດ ສີສະຫຼຽວ, ແກ້ວຢ່າງ ຈາປາວ ແລະ ພອນສະຫວັນ
-ກອງໜ້າ: ຊາຍຊົນ ສຸທໍາມະວົງ, ພາຍຸ, ບຸນຊູ ພຸດທະວົງ, ວິລະສອນ ແກ້ມພົມມາ, ວຽງຄໍາ ສອນທະວີ ແລະ ສຸລິດເດດ ສີລິນພັນ
ຂ່າວ: ຫຼ້າເສດຖະກິດ, ຮູບຈາກ: ໂທລະພາບ ໄຊສົມບູນ