ບານເຕະທົ່ວປະເທດ ອາທິດນີ້ວັດກັນ 4 ຄູ່, ເຈົ້າພາບ ພົບ ແຂວງຊຽງຂວາງ ນັດເປີດສະໜາມທາງການ

87

ທີມທີ່ເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ລາຍງານຕົວແລ້ວ ຫຼ້າສຸດໃນວັນທີ 5 ພະຈິກ 2020 ໄດ້ມີປະຊຸມເຕັກນິກ ແລະ ຖະແຫຼງຂ່າວຄວາມພ້ອມກ່ອນການແຂ່ງຂັນຮຽບຮ້ອຍ ໂດຍສາຍ ກ ຄູ່ລະຫວ່າງ ນະຄອນຫຼວງວຽງຈັນ ພັບກັບ ຊຽງຂວາງ ຈະເປີດນັດເປີດສະໜາມຢ່າງເປັນທາງການ

ໂອກາດດັ່ງກ່າວ ໄດ້ມີການລາຍງານຄວາມພ້ອມ ແລະ ແຈ້ງສີເສື້ອ ລວມເຖິງລາຍລະອຽດຕ່າງໆຂອງທີມທີ່ຢູ່ໃນສາຍ ກ ແລະ ຂ ທີ່ຈະແຂ່ງຂັນໃນທ້າຍອາທິດເປັນ 2 ກຸ່ມທໍາອິດ ເຊິ່ງການແຂ່ງຂັນຈະເລີມແຕ່ວັນທີ 6 ພະຈິກ 2020, ແຕ່ພິທີເປີດການແຂ່ງຂັນຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 7 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນເວລາ 17:00 ໂມງ ນັດລະຫວ່າງ ເຈົ້າພາບ ນະຄອນຫຼວງວຽງຈັນ ພົບ ແຂວງຊຽງຂວາງ.

ໂອກາດດັ່ນກ່າວ ທ່ານ ສົມທອງ ພະລີຈັນ ຮອງປະທານສະຫະພັນບານເຕະແຂວງຊຽງ ລາຍງານຄວາມພ້ອມວ່າ: ແຂວງຊຽງຂວາງ ແມ່ນສົ່ງເຂົ້າທັງປະເພດທີມຊາຍ ແລະ ທີມຍິງ ເຊິ່ງມາຮອດປັດຈຸບັນແມ່ນມີຄວາມພ້ອມ ໂດຍສະເພາະ ທີມບານເຕະຊາຍແມ່ນຕັ້ງເປົ້າເຂົ້າຮອບ 2 ໃຫ້ໄດ້ ແລະ ທີມຍິງຫວັງເຂົ້າຮອບຮອງຊະນະເລີດ, ສ່ວນນັດທໍາອິດທີ່ພວກເຮົາຈະພົບກໍແມ່ນ ເຈົ້າພາບ ນະຄອນຫຼວງ ເຊິ່ງຈະເປັນງານທີ່ໜັກທີ່ສຸດເລີຍກໍວ່າໄດ້. ຢ່າງໃດກໍຕາມ ພວກເຮົາຈະເຮັດໃຫ້ດີທີ່ສຸດ, ຫຼິ້ນຕາມແຜນທີ່ໄດ້ຝຶກຊ້ອມກັນມາ ແລະ ພະຍາຍາມກະຕຸກຊຸກຍູ້ໃຫ້ນັກກີລາ ສະແດງຜົນງານຢ່າງເຕັມທີ່.

ທ່ານ ດາວອນ ວົງສາມະນີ ຜູ້ຊ່ວຍຄູຝຶກຂອງ ນະຄອນຫຼວງວຽງຈັນ ກ່າວວ່າ: ນະຄອນຫຼວງວຽງຈັນ ແມ່ນສົ່ງເຂົ້າຮ່ວມທັງປະເພດຊາຍ ແລະ ປະເພດຍິງເຊັ່ນດຽວກັນ ເຊິ່ງປັດຈຸບັນແມ່ນມິຄວາມພ້ອມ ໂດຍຕັ້ງເປົ້າເຂົ້າຮອບຊີງຊະນະເລີດໃຫ້ໄດ້, ສ່ວນນັດທໍາອິດທີ່ຈະພົບກັບ ແຂວງຊຽງຂວາງ ແມ່ນເປັນວຽກໜັກ ເພາະວ່າຍັງບໍ່ທັນໄດ້ເຫັນຟອມຂອງຄູ່ແຂ່ງ ແລະ ເຊື່ອວ່າຂວາງຊຽງຂວາງ ກໍກຽມຕົວມາດີແນ່ນອນ ເຊິ່ງສິ່ງທີ່ພວກເຮົາຈະເຮັດກໍຄືຕ້ອງຫຼິ້ນແບບຫັດກຸມ ແລະ ຫຼິ້ນສຸດຄວາມສາມາດ.

ສໍາລັບ ອາທິດນີ້ຈະເລີ່ມແຂ່ງຂັນບານເຕະຊາຍ ສາຍ ກ ແລະ ສາຍ ຂ, ສ່ວນສາຍ ຄ ແລະ ງ ຈະແຂ່ງຂັນອາທິດໜ້າເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ເຊັ່ນດຽວກັບບານເຕະຍິງ ໂດຍລາຍການແຂ່ງຂັນອາທິດນີ້ປະກອບມີ:

+ວັນສຸກທີ 6 ພະຈິກ 2020 ແຂ່ງເວລາ 15:00 ໂມງເທົ່າກັນ:
-ໄຊສົມບູນ ພົບ ສາລະວັນ ທີ່ສະໜາມຫຼັກ 16 ສະໜາມນອກ (ສາຍ ກ )

-ວຽງຈັນ ພົບ ອຸດົມໄຊ ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ (ສາຍ ຂ )

-ເຊກອງ ພົບ ຜົ້ງສາລີ ທີ່ສະໜາມ ກອງທັບ (ສາຍ ຂ )

-ວັນເສົາທີ 7 ພະຈິກ 2020 ຈະເປີດມື້ເປີດການແຂ່ງຂັນຢ່າງເປັນທາງການ ກ່ອນແຂ່ງເວລາ 17:00 ໂມງ ນະຄອນຫຼວງ ພົບ ແຂວງຊຽງຂວາງ ( ສາຍ ກ )
ຂ່າວ: ຄໍາສອນ; ຮູບ: The 45th Lao National Day’s Football Championship