ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລະຫວ່າງ ທ່ານ ເພັດ ພົມພິພັກ(ຜູ້ເກົ່າ) ກັບ ທ່ານ ຄຳເຈນ ວົງໂພສີ(ຜູ້ໃໝ່)

425

ໃນຕອນບ່າຍວັນທີ 5 ພະຈິກ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ  ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຜູ້ເກົ່າ) ກັບ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່).ພ້ອມທັງ ປະກາດການນໍາຂັ້ນສູງ 2 ທ່ານ ອອກພັກການຮັບອຸດໜູນບຳນານ;

ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ໂອ້ລົມ ໃຫ້ທິດຊີ້ນຳ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ, ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ພະນັກງານພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.


ໃນພິທີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກ ແລະ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກ ອອກພັກການຮັບອຸດໜູນບຳນານ.

ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ  ເພັດ ພົມພິພັກ ກໍາມະການສູນກາງພັກ, ເລຂາຄະນະພັກ ,ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງກະສິກຳ ແລະ ປ່າໄມ້; ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງທ່ານ ຄຳເຈນ ວົງໂພສີ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບຫຍໍ້ ໃນການຊີ້ນຳ-ນຳພາວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນໄລຍະເດືອນເມສາ 2016 ຫາ ປະຈຸບັນ.


ໃນພິທີມອບ-ຮັບໜ້າທີ່ ແລະ ປະກາດພະນັກງານການນຳຂັ້ນສູງ ອອກພັກການຮັບອຸດໜູນບໍານານ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ, ຄວາມເປັນແບບຢ່າງ, ຄວາມເສຍສະຫຼະ, ຄວາມຮັບຜິດຊອບ ກໍຄືຄຸນງາມຄວາມດີ ຂອງທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ບຸນເກີດ ສັງສົມສັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຕະຫຼອດໄລຍະທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບ, ຊຶ່ງລ້ວນແຕ່ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ, ສົມເປັນນັກຮົບປະຕິວັດ, ໄດ້ເປັນແບບຢ່າງ ແລະ ບົດຮຽນໃຫ້ແກ່ພະນັກງານໜຸ່ມນ້ອຍ ຕໍ່ໄປ.

ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍຄືການນຳພາ-ຊີ້ນຳ ຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໂດຍສະເພາະ ການປະຕິບັດຕາມຄຳເຫັນຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ໃນໂອກາດມອບ-ຮັບໜ້າທີ່ ລະຫວ່າງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ເກົ່າ ແລະ ຜູ້ໃໝ່ ໃນປີ 2016 ຈຳນວນ 9 ຂໍ້ ແມ່ນມີຜົນສຳເລັດ ເປັນສ່ວນຫຼາຍ ແລະ ເຫັນໄດ້ການຫັນປ່ຽນ ຈາກອັນເກົ່າ ສູ່ອັນໃໝ່ ທີ່ດີຂຶ້ນກວ່າແຕ່ກ່ອນແທ້.


ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານ ຂອງຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ໃຫ້ມີຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເສີມຂະຫຍາຍຜົນສຳເລັດ ທີ່ສາມາດຍາດໄດ້ໃນໄລຍະທີ່ຜ່ານມາ, ໃຫ້ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ວ່ອງໄວ, ທັນການ, ແທດຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນເປັນກ້າວໆ; ສືບຕໍ່ປັບປຸງແກ້ໄຂ ບາງວຽກງານ ທີ່ຍັງຄົງຄ້າງ ຫຼື ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊຶ່ງຜົນສຳເລັດ ແລະ ຂໍ້ຄົງຄ້າງດັ່ງກ່າວນັ້ນ ແມ່ນໄດ້ສະແດງໃຫ້ເຫັນໃນບົດສະຫຼຸບ ການມອບ-ຮັບໜ້າທີ່ ໃນຄັ້ງນີ້ແລ້ວ; ສືບຕໍ່ປັບປຸງວຽກງານຮອບດ້ານ ຫັນສູ່ທັນສະໄໝ ໃຫ້ທັນສະພາບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່; ສືບຕໍ່ຮັກສາຄວາມສາມັກຄີພາຍໃນ, ພ້ອມກັນຫັນໄປສູ່ວິຖີຊີວິດປົກກະຕິແບບໃໝ່ ທີ່ດີກວ່າເກົ່າ.


ໃນຕອນທ້າຍ, ທ່ານ ຄຳເຈນ ວົງໂພສີ ກໍໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບພະນັກງານທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະຕິບັດຕາມທິດຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ສືບຕໍ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຂັ້ນເທິງ ຢ່າງແທ້ຈິງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ