ເນັ້ນ ສຸດດາລາ ສີລາວົງ ML18 ຕົວແທນແຂວງຜົ້ງສາລີ ດີກີນັກສຶກສາ ສປ ຈີນ

307

ຂໍແນະນໍາໜຶ່ງສາວງາມ ໃນເວທີປະກວດນາງສາວລາວ 2020 ສາວ ເນັ້ນ ສຸດດາລາ ສີລາວົງ ອາຍຸ 20 ສູງ 167 ຊັງຕີແມັດ, ສັດສ່ວນ 36-27-37; ຕອນນີ້ກັບກຳລັງສຶກສາຢູ່ ສປ ຢູ່ຈີນ ປີ 2 ສາຂາ ຄຸ້ມຄອງບໍລິຫານ, ປັດຈຸບັນ ຢູ່ບ້ານພູຟ້າ ແຂວງຜົ້ງສາລີ ເມືອງຜົ້ງສາລີ.


ສຸດດາລາ ສີລາວົງ ໄດ້ໃຫ້ສຳພາດວ່າ ເວທີນີ້ເປັນເວທີທຳອິດ ແລະ ເປັນຄວາມໄຝ່ຝັນໃນການເປັນນາງງາມຂອງ ເນັ້ນ, ຜ່ານມາບໍ່ເຄີຍ ມີຜົນງານທາງດ້ານບັນເທີງມາກ່ອນ. ການມາປະກວດນີ້ນັບເປັນໂອກາດດີອັນໜຶ່ງທີ່ເຮັດໃຫ້ຫຼາຍຄົນໄດ້ເຫັນ ແລະ ຮູ້ຈັກເນັ້ນ.


ການປະກວດຄັ້ງນີ້ ເນັ້ນ ບໍ່ໄດ້ຄາດຫວັງຍັງຫລາຍ ແຕ່ນ້ອງກໍຈະເຮັດເຕັມທີ່ ແລະ ດີທີ່ສຸດໂດຍໄດ້ກຽມພ້ອມ ເຝິກຊ້ອມຍ່າງ, ເຝິກບຸກຄະລິກ ກິລິຍາມາລະຍາດຕ່າງໆ .

.


ສຳລັບຄວາມສາມາດພິເສດນ້ອງແມ່ນ ຟ້ອນ, ຫຼິ້ນກິລາບານສົ່ງ ແລະ ສາມາດເວົ້າພາສາຈີນໄດ້.

.


ຖ້າຖາມວ່ານ້ອງເໝາະສົມກັບເວທີນີ້ຫຼືບໍ່ ນ້ອງຄິດວ່ານ້ອງກໍເປັນແມ່ຍິງລາວຄົນໜຶ່ງ ທີ່ເປັນຄວາມໃຝ່ຝັນ ຢາກອະນຸລັກຮີດຄອງປະເພນີ, ເຜີຍແຜ່ວັດທະນະທຳ ແລະ ເປັນແບບຢ່າງທີ່ດີໃຫ້ກັບຄົນອື່ນໆ ນ້ອງຈະຕັ້ງໃຈເຮັດໃຫ້ດີທີ່ສຸດ.

.


ສຸດທ້າຍນີນ້ອງຂໍຝາກເປັນກຳລັງ ແລະ ເຊຍແດ່ເດີ ສຸດດາລາ ສີລາວົງ ML18 ເປັນຕົວຈາກແຂວງຜົ້ງສາລີ.

.

ຂ່າວ: ເມລີ, ພາບ: Soutdala Sylavong