ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ5-6 ພະຈິກ

176

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ພະຈິກ 2020 ໂດຍການເປັນປະ ທານຂອງສະຫາຍ ບຸນຕົ້ນ ຈັນທະພອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຊຽງຂວາງ; ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີຮອງປະທານຄະນະກວດກາສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ.

ກອງປະຊຸມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 286 ສະຫາຍ, ຜູ້ແທນສົມບູນ 250 ສະຫາຍ(ຍິງ 32 ສະຫາຍ), ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວແຂວງ ຈໍານວນ 17.700 ສະຫາຍ.

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຈະໄດ້ຜ່ານຮ່າງລາຍງານການ ເມືອງຕໍ່ກອງປະຊຸມໃຫຍ່, ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ແລະ ວາງທິດທາງແຜນພັດທະນາເສດຖະກິດສັງ ຄົມ 5 ປີ ຄັ້ງທີ 9 ຂອງແຂວງ (ແຕ່ 2021-2025) ພ້ອມຮັບຟັງການປະກອບຄໍາຄິດຄຳເຫັນຈາກຫລາຍພາກສ່ວນຕ່າງໆຂອງບັນດາກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບ ໃນການປູກຝັງ, ລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະ ການຄ້າ ຂາຍບໍລິການອື່ນໆ.

ພ້ອມນັ້ນຜູ້ແທນກອງປະຊຸມຍັງ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຄັ້ງທີ VIII ຕາມລະ ບຽບການ, ເພື່ອນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VIII ໃຫ້ປາກົດຜົນເປັນຈິ່ງ.

ນອກຈາກນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.

 

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ (5-6 ພະຈິກ) ຈຶ່ງຈະສໍາເລັດ.