ການນຳແຂວງຫຼວງນໍ້າທາ ລົງຢ້ຽມຢາມໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳຕະລານພາວເວີຈຳກັດ

272

ວັນທີ 4 ພະຈິກ 2020 ນີ້ ຢູ່ທີ່ບ້ານ ສີນອຸດົມ ເມືອງຫຼວງນໍ້າທາ ການນໍາແຂວງໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານ້ຳຕະລານພາວເວີຈຳກັດ.

ໃຫ້ກຽດນຳພາໂດຍ ທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງຫຼວງນ້ຳທາ, ທ່ານ ຄຳຜາຍ ໄຊພະຈັນ ປະທານບໍລິສັດ ໄຊພະຈັນກໍ່ສ້າງ ເຄຫາສະຖານ ແລະ ຂົວທາງຈຳກັດ ທັງເປັນເຈົ້າຂອງໂຄງການ; ມີຫົວໜ້າພະແນກ – ຮອງພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ບຸນທັນ ພັນທະວົງ ຜູ້ຈັດການໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕະລານພາວເວີຈຳກັດ ໄດ້ຜ່ານບົດລາຍງານການກກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳຕະລານ ຕັ້ງຫ່າງຈາກເທດສະບານ ແຂວງຫຼວງນ້ຳທາ ໄປທາງເມືອງ ນາແລ ປະມານ 21 ກິໂລແມັດ; ຈຸດທີ່ຕັ້ງເຮືອນຈັກຢູ່ຫ່າງຈາກ ບ້ານ ສີນອຸດົມ ປະມານ 0,5 ກິໂລແມັດ ຈຸດທີ່ຕັ້ງເຂື່ອນຫ່າງຈາກ ບ້ານສີນອຸດົມ ປະມານ 7,8 ກິໂລແມັດ.

້ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້ຳຕະລານ ເປັນໜຶ່ງໃນໂຄງການຢູ່ໃນແຜນພັດທະນາ ແລະ ສະໜອງໄຟຟ້າໃນ ສປປ ລາວ ໂຄງການໄດ້ມີກຳລັງຕິດຕັ້ງ 5 ເມກາວັດສາມາດຜະລິດພະລັງງານໄຟຟ້າໄດ້ 18 ລ້ານ ກິໂລວັດຕໍ່ປີ ເປັນເຂື່ອນເບຕົງເສີມເຫຼັກ,ລວງຍາວສັນເຂື່ອນ 111 ແມັດ,ຄວາມກວ້າງສັນເຂື່ອນຈຸດນໍ້າລົ້ນ 35 ແມັດ,ຄວາມສູງຕົວເຂື່ອນ 14,7 ແມັດ,ກວ້າງສັນເຂື່ອນ 4 ແມັດ.

ຄອງເໜືອງເປັນປະເພດເບຕົງເສີມເຫຼັກ ຮູບໂຕ U ຕິດຕັ້ງເຄື່ອງປັ່ນໄຟ 3 ເຄື່ອງ ເປັນຊະນິດກົງຫັນ ການກໍ່ສ້າງໃຊ້ເວລາ 3 ປີ ໃຫ້ສໍາເລັດ , ມູນຄ່າກໍ່ສ້າງທັງໝົດ 10.350.000 ໂດລາ ,ລົງທຶນ ແລະ ກໍ່ສ້າງໂດຍ ບໍລິສັດ ໄຊພະຈັນ ຈຳກັດ.

ໂຄງການກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງແຕ່ ເດືອນ ທັນວາ 2016 ມາຮອດ ປະຈຸບັນໜ້າວຽກກໍ່ສ້າງແມ່ນໄດ້ດຳເນີນໄປຕາມແຜນ ແຕ່ມີບາງໜ້າວຽກຈະຊັກຊ້າເລັກໜ້ອຍ ປະຈຸບັນປະຕິບັດໄດ້ 100 % ຂອງໜ້າວຽກທັງໝົດ ແລະ ໄດ້ປ່ອຍໄຟຟ້າເຂົ້າສູ່ລະບົບໄຟຟ້າລາວເພື່ອຈ່າຍກະແສໄຟຟ້າໃຫ້ປະຊາຊົນໃນຂົງເຂດດັ່ງກ່າວໄດ້ຊົມໃຊ້.

ຂ່າວ:ຂ່າວ: ສົມພອນ ຂຸນດາວົງ