ເປີດຫ້ອງການທີ່ປືກສາກ່ຽວກັບການຜະລິດທີ່ສະອາດ ຂຶ້ນທີ່ ສຄອຊ

134

ເປີດຫ້ອງການທີ່ປືກສາກ່ຽວກັບການຜະລິດທີ່ສະອາດ (CP Clinic) ຂຶ້ນທີ່ ສຄອຊ ເພື່ອສົ່ງເສີມ ພັດທະນາການຜະລິດທີ່ສະອາດ, ການນຳໃຊ້ຊັບພະຍາກອນ ແລະ ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ, ເບື້ອງຕົ້ນຈະໃຫ້ບໍລິການທຸກໆວັນພະຫັດ.

ໃນວັນທີ 5 ພະຈິກ 2020 ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດຫ້ອງການທີ່ປືກສາກ່ຽວກັບການຜະລິດທີ່ສະອາດ (CP Clinic) ຂອງສູນການຜະລິດທີ່ສະອາດລາວ ຂຶ້ນທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ອິດທະມິດ ຮອງລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ມີ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວໃນພິທີວ່າ: ຂ້າພະເຈົ້າຕາງໜ້າກະຊວງ ອຄ ຂໍສະແດງຄວາມຂອບໃຈມາຍັງ ສຄອຊ ທີ່ໄດ້ໃຫ້ການເອື້ອເຟື້ອສະຖານທີ່ໃຫ້ສູນການຜະລິດທີ່ສະອາດລາວ ມາເປີດຫ້ອງການເພື່ອບໍລິການໃຫ້ແກ່ທຸລະກິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ແລະ ຂະແໜງການບໍລິການຕ່າງໆ ເຊິ່ງສູນຜະລິດທີ່ສະອາດລາວ ແມ່ນຂຶ້ນກັບກົມອຸດສາຫະກຳ ແລະ ຫັດຖະກຳ ມີບົດບາດໃນການສົ່ງເສີມ ແລະ ພັດທະນາການຜະລິດທີ່ສະອາດ ແລະ ການນຳໃຊ້ ຊັບພະຍາກອນ ແລະ ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ, ແນ່ໃສ່ເພີ່ມຜະລິດຕະພາບການຜະລິດ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນຕົ້ນທຶນການຜະລິດ, ການຜະລິດທີ່ສະອາດ.

ເປັນສູນວິຊາການມີໜ້າທີ່ສະໜອງຂໍ້ມູນຂ່າວສານດ້ານເທັກໂນໂລຊີການຜະລິດທີ່ສະອາດການຈັດການ ແລະ ການບໍລິຫານໃຫ້ແກ່ພາກທຸລະກິດໃນຂົງເຂດການຜະລິດ ແລະ ການບໍລິການ ໄດ້ມາເປີດຫ້ອງການຢູ່ທີ່ ສຄອຊ ເຊິ່ງໃນເບື້ອງຕົ້ນຈະເປີດບໍລິການທຸກໆວັນພະຫັດ ເພື່ອໃຫ້ພາກທຸລະກິດເຂົ້າເຖິງການບໍລິການ ແລະ ການຈັດການຄວາມເປັນລະບຽບຮຽບຮ້ອຍຂອງໂຮງງານ, ການຄວບຄຸມຂະບວນການຜະລິດຂອງໂຮງງານ, ການນຳໃຊ້ຊັບພະຍາກອນພາຍໃນຂົງເຂດໂຮງແຮມ, ຮ້ານອາຫານ, ການປ່ຽນແທນປະເພດວັດຖຸດິບ, ວັດຖຸເຄມີຕ່າງໆ, ການປັບປຸງອຸປະກອນການຜະລິດ, ການປ່ຽນຖ່າຍເທັກໂນໂລຊີທີ່ທັນສະໄໝ, ການນຳໃຊ້ 3 R (Reuse, Recycle, Reduce) ການນຳໃຊ້ສິ່ງເສດເຫຼືອໃຫ້ເກີດປະໂຫຍດ, ການອອກແບບນະວັດຕະກຳ, ທ່ານ ສົມຈິດ ອິນທະມິດ

ທ່ານ ສົມຈິດ ອິນທະມິດ ກ່າວເນັ້ນຕື່ມອີກວ່າ: ນັບແຕ່ນີ້ເປັນຕົ້ນໄປ ໃນນາມຕາງໜ້າຄະນະນຳກະຊວງ ອຄ ຂໍຮຽກຮ້ອງມາຍັງພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ແລະ ສຄອຊ ຈົ່ງຕັ້ງໜ້າເອົາໃຈໃສ່ຊີ້ນໍາຜູ້ປະກອບການ ເພື່ອໃຫ້ຄວາມຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດລະບົບການບໍລິຫານຈັດການວຽກງານການຜະລິດທີ່ສະອາດເຂົ້າໃນທຸລະກິດ ໂດຍຖືເອົາການໃຫ້ຄຳປຶກສາ ແລະ ແນະນຳຂອງສູນການຜະລິດທີ່ສະອາດລາວ ຢູ່ ສອຄຊ ແຫ່ງນີ້ໃນທຸກໆວັນພະຫັດຂອງແຕ່ລະອາທິດ, ສ່ວນເຫຼືອນັ້ນແມ່ນສາມາດຕິດຕໍ່ພົວພັນສູນການຜະລິດທີ່ສະອາດລາວຢູ່ກົມອຸດສາຫະກຳ ແລະ ຫັດຖະກໍາ ໄດ້ໃນວັນເວລາລັດຖະການ ເພື່ອຮ່ວມມືກັນພັດທະນາວຽກງານດັ່ງກ່າວໃຫ້ເປັນລະບົບ, ຍືນຍົງ ແລະ ເຕີບໂຕເຂັ້ມແຂງຂຶ້ນເລື້ອຍໆ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ການເປີດຫ້ອງການທີ່ປືກສາກ່ຽວກັບການຜະລິດທີ່ສະອາດ (CP Clinic) ຂອງສູນການຜະລິດທີ່ສະອາດລາວ ຂຶ້ນທີ່ ສຄອຊ ນີ້ຖືວ່າເປັນການດີທີ່ສຸດທີ່ຈະເຂົ້າມາໃຫ້ຄຳປືກສາຊ່ວຍບັນດາທຸລະກິດ SMEs ໃນຊ່ວງທີ່ມີຜົນກະທົບຈາກພະຍາດໂຄວິດ-19 ແລະ ສອຄຊ ເອງກໍໄດ້ມີການຮ່ວມມືກັບບັນດາທຸລະກິດໃນບັນດາແຂວງຕ່າງ ເຊິ່ງຄາດວ່າຈະເຮັດໃຫ້ການເຜີຍແຜ່ວຽກງານກ່ຽວກັບການຜະລິດທີ່ສະອາດກ້າວໄປອີກຂັ້ນ.