ຫ້ອງການເມືອງ ວິທະຍາຄານ ກົມມະດໍາ ຈັດບານເຕະມິດຕະພາບກັບ ທີມຫ້ອງເຕັກນິກ

84

ທີມເອັຟຊີ FC ຫ້ອງການເມືອງ ວິທະຍາຄານກົມມະດໍາ ກັບ ທີມຫ້ອງເຕັກນິກ ຈັດການແຂ່ງຂັນບານເຕະມິດຕະພາບຂຶ້ນໃນວັນທີ 4 ພະຈິກ 2020 ນໍາໂດຍ ສະຫາຍ ພັນໂທ ປ.ອ ສົມໄຫວ ແໜງໄຊຄູນ ຫົວໜ້າຫ້ອງການເມືອງ ວິທະຍາຄານ ກົມມະດໍາ ພ້ອມດວຍຄະນະນັກກີລາທັງສອງທີມເຂົ້າຮ່ວມ.

ການແຂ່ງຂັນກີລາຄັ້ງນີ້ຈັດຂຶ້ນ ເພື່ອຜູກແໜ້ນຄວາມສາມັກຄີແບບມິດຕະພາບລະຫວ່າງ ພັກນັກງານ – ນັກຮົບ ຢູ່ບັນດາກົມກອງ ໃຫ້ມີສຸຂະພາບແຂງແຮງ ເຂົ້າໃນວຽກງານຂະບວນການກີລາກາຍະກໍາຂອງນັກກີລາທັງສອງທີມ ເພື່ອສ້າງຂະບວນການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ຜ່ານການແຂ່ງຂັນປາກົດວ່າ: ທີິມເອັຟຊີ ຫ້ອງການເມືອງ ວິທະຍາຄານ ກົມມະດໍາ ເອົາຊະນະ ທີມຫ້ອງເຕັກນິກ ວິິທະຍາຄານ 5-3.
ຂ່າວ-ພາບ: ວັນນະເລດ ລໍວັນໄຊ