ໃຊ້ເວລາຫວ່າງຫຼັງເລີກການ ລ້ຽງສັດ ແລະ ປູກພືດຂາຍສ້າງລາຍຮັບເພີ່ມໄດ້ 70ລ້ານກີບຕໍ່ປີ

163

ການຊອກຫາແຫຼ່ງລາຍຮັບເພີ່ມ ເພື່ອເຮັດໃຫ້ເສດຖະກິດຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ມັນບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ແມ່ນເລື່ອງຍາກຈະເປັນອາຊີບປູກຝັງ – ລ້ຽງ ສັດ, ຄ້າຂາຍຫຼືອາຊີບອັນໃດກໍແລ້ວແຕ່ ຖ້າຫາກວ່າພວກເຮົາມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມບຸກບືນ, ຊື່ສັດ, ອົດທົນ , ຖືກຕ້ອງຕາມກົດໝາຍ ແລະ ມີຄວາມຕັດສິນໃຈສູງ ກໍຈະສາມາດເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

ດັ່ງຄອບຄົວຂອງສະຫາຍ ພັຕ ສົມພອນ ສຸວັນນະແສງ ເລຂາໜ່ວຍພັກ ຫົວໜ້າພະແນກພະລາທິການ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ພ້ອມທັງເຮັດສຳເລັດໜ້າທີ່ຕາມການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ ນອກຈາກເຮັດວຽກສ່ວນລວມແລ້ວ ສະຫາຍຍັງໄດ້ໃຊ້ເວລາຫວ່າງກ່ອນໂມງເຂົ້າການ, ຫຼັງໂມງເລີກການ ແລະ ວັນເສົາ-ວັນອາທິດ ເພື່ອລ້ຽງງົວ, ຂະຫຍາຍແນວພັນຫຍ້າຂາຍ ປູກເຂົ້ານາປີຕາມລະດູການ ແລະອື່ນໆ ສາມາດສ້າງລາຍຮັບເພີ່ມເຂົ້າຄອບຄົວໄດ້ 60 ລ້ານ ຫາ 70 ລ້ານກີບຕໍ່ປີ .

ສະຫາຍ ພັຕ ສົມພອນ ສຸວັນນະແສງ ເລຂາໜ່ວຍພັກ ຫົວໜ້າພະແນກພະລາທິການ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ກ່າວວ່າ: ໃນປີ 1997 ໄດ້ສ້າງຄອບຄົວກັບນາງ ວິໄລ ສີສຸມາ ອາຊີບພະນັກງານ ຢູ່ບ້ານຊະນະຄາມ ເມືອງຊະນະຄາມ ແຂວງວຽງຈັນ ມີລູກນຳກັນ 2 ຄົນ ຍິງ 1 ຄົນ ໃນເບື້ອງຕົ້ນຊີວິດການເປັນຢູ່ຂອງຄອບ ຄົວສະຫາຍ ແມ່ນຂາດໆເຂີນໆ ອາໄສແຕ່ເງິນເດືອນ ເພື່ອລ້ຽງຊີວິດປະຈຳວັນ ແຕ່ກໍບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ.

ຕໍ່ມາໄລຍະປີ 2008 ຈຶ່ງໄດ້ປຶກສາຫາລືກັບ ຜູ້ເປັນເມຍ ເພື່ອຊອກຫາແຫຼ່ງລາຍຮັບເພີ່ມເຂົ້າຄອບຄົວ ເປັນຕົ້ນແມ່ນປູກເຂົ້ານາປີ, ລ້ຽງງົວ, ປູກຫຍ້າຂະຫຍາຍແນວພັນຫຍ້າຂາຍ ເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະມີຄວາມຕັດສິນໃຈສູງ ຈຶ່ງໄດ້ສ້າງອາຊີບເສີມໃນປີ 2008 ເປັນ ຕົ້ນມາ ໃນເບື້ອງຕົ້ນຄອບຄົວສະຫາຍມີນາ 1 ເຮັກຕາ ຜະລິດເຂົ້າໄດ້ 7 ໂຕນ/ປີ, ມີຄັງ 2 ເຮັກຕາ ລ້ຽງງົວ 5 ໂຕ ແລະ ໄດ້ຂະຫຍາຍເນື້ອທີ່ຄັງໃນທຸກໆປີ ພ້ອມທັງຊື້ງົວເຂົ້າເພີ່ມ ມາຮອດປະຈຸບັນ ມີຄັງ 18 ເຮັກຕາ, ມີງົວ 40 ກວ່າໂຕ ພ້ອມທັງປູກຫຍ້າພັນໂລຊີ ເພື່ອເປັນອາຫານງົວ, ໂດຍມີແຮງງານຕົ້ນຕໍ 2 ຄົນ, ບາງຄັ້ງກໍໄດ້ຈ້າງແຮງງານເພີີ່ມ.

ຜ່ານການປູກເຂົ້າ, ປູກຫຍ້າ ແລະ ລ້ຽງງົວເຫັນວ່າໄດ້ຮັບຜົນດີ ສະເສ່ຍລາຍຮັບຈາກການຂາຍເຂົ້າ 11 ລ້ານກວ່າກີບ/ປີ, ຂາຍແນວພັນຫຍ້າ 10 ລ້ານຫາ 15 ລ້ານກີບ/ປີ ແລະ ຂາຍງົວ 30 ລ້ານຫາ 40 ລ້ານກີບ/ປີ ສາມາດສ້າງລາຍຮັບເພີ່ມເຂົ້າຄອບຄົວໄດ້ ປະມານ 60- 70ລ້ານ ກີບ/ປີ ເມື່ອບວກກັບເງິນເດືອນທັງສອງຄົນແລ້ວປີໜຶ່ງມີລາຍຮັບເຂົ້າຄອບຄົວທັງໝົດ 100 ກວ່າລ້ານກີບ ເຮັດໃຫ້ຊີວິດຄອບຄົວດີຂຶ້ນເປັນກ້າວໆມາ.
ສ່ວນແຜນໃນຕໍ່ໜ້າແມ່ນຈະຂະຫຍາຍຄອກງົວເພີ່ມອີກ 2 ຄອກ ແລະ ເພີ່ມແມ່ພັນງົວຕື່ມອີກ.

ທ່ານ ພັທ ນວນຕີ ຄຳພາພົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ ໄດ້ຢັ້ງຢືນຕື່ມອີກວ່າ: ຄອບຄົວຂອງສະຫາຍ ພັຕ ສົມພອນ ສຸວັນນະແສງ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ແມ່ນຜູ້ໜຶ່ງທີ່ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍ ພ້ອມນັ້ນສະຫາຍຍັງໄດ້ປະຕິບັດຕາມແນວທາງນະໂຍບາຍຂອງພັກກໍຄືກະຊວງປ້ອງກັນຄວາມສະຫງົບວາງອອກ ໂດຍສະເພາະແມ່ນການພັດທະນາເສດຖະກິດຄອບຄົວຂອງຕົນເອງ ຜ່ານການສູ້ຊົນ ແລະເດີນຕາມເສັ້ນທາງທີ່ພັກ-ລັດວາງອອກ ຖືວ່າຄອບຄົວຂອງສະຫາຍສາມາດປະຕິບັດໄດ້.

ນັບແຕ່ປີ 2008 ເປັນຕົ້ນມາ ເຫັນໄດ້ວ່າເສດຖະກິດຄອບຄົວຂອງສະຫາຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ ມາເຖິງປະຈຸບັນຄອບຄົວຂອງສະຫາຍແມ່ນໄດ້ລົງທຶນເພີ່ມຂຶ້ນເຂົ້າໃນການການປູກເຂົ້າ, ປູກຫຍ້າ ແລະ ລ້ຽງງົວ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນເລື້ອຍໆຈາກຊີວິດທີ່ຂາດໆເຂີນໆ ຈົນສາມາດຂະຫຍາຍຕົວກຸ້ມຢູ່ກຸ້ມກິນ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານ-ນັກຮົບ ຢູ່ພາຍໃນກອງບັນ ຊາການເມືອງຊະນະຄາມ ແລະ ເມືອງອືນໆໄດ້.