ທີມບານເຕະແຂວງຫຼວງນ້ຳທາ ວາງກະຕ່າດອກໄມ້ທີ່ອານຸສາວະລີປະທານ ໄກສອນ ພົມວິຫານ ກ່ອນອອກເດີນທາງ

121

ໃນວັນທີ 3 ພະຈີກ 2020 ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ສະຫະພັນ ກິລາບານເຕະ ແຂວງຫຼວງນ້ຳທາໄດ້ ວາງກະຕ່າດອກໄມ້ ທີ່ອານຸສາວະລີປະທານ ໄກສອນ ພົມວິຫານ ກ່ອນການເຂົ້າຮ່ວມແຂ່ງຂັນກິລາບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ 1975– 2 ທັນວາ 2020 ) ນໍາພາໂດຍ ທ່ານ ທອງແດງ ສິດທິສົນ ປະທານ ສານປະຊາຊົນແຂວງ, ປະທານ ສະຫະພັນ ກິລາບານເຕະແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ, ຄູຝຶກຕະຫຼອດຮອດນັກກີລາບານເຕະ ຍິງ ແລະ ຊາຍ ເຂົ້າຮວ່ມ.

ໃນການວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ,ໄດ້ສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງທ່ານ, ທັງເປັນການຂໍກໍາລັງໃຈໃຫ້ແກ່ນັກກິລາກຽມພ້ອມທີ່ຈະເຂົ້າຮວ່ມແຂ່ງຂັນກິລາບານເຕະທົ່ວປະເທດຄັ້ງນີ້.

ຈາກນັ້ນ ຄະນະ ແລະ ທີມນັກກິລາໄດ້ເຂົ້າກາບໄຫ້ວພະທາດຫຼວງນໍ້າທາ ເພຶ່ອຂໍພອນ ແລະ ໄດ້ເຂົ້າພົບທ່ານ ຄໍາຟອງ ອີນມະນີ ຮອງເລຂາຄະນະບໍລິຫານງານພັກແຂວງ, ເຊີ່ງທ່ານກໍ່ໄດ້ຊີ້ທິດເຍືອງທາງ ພ້ອມທັງເນັ້ນໜັກໃຫ້ຄະນະ ແລະ ທີມນັກກິລາ ບານເຕະທັງສອງທີມຍິງ ແລະ ຊາຍ ໃນຈໍານວນ 54 ຄົນ ຈົ່ງເອົາໃຈໃສ່ຕໍ່ວຽກງານທີ່ທາງຂັ້ນເທີງມອບໝາຍໃຫ້ເປັນຕົ້ນກໍ່ແມ່ນການເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ ແລະ ນັກກິລາຈົ່ງເພີ່ມທະວີຄວາມສາມັກຄີ ,ມີຄວາມຮັບຜິດສອບສູງເອົາໃຈໃສ່ຝຶກຊອ້ມ,

ພາຍໃນທີມໃຫ້ຜູກແໜ້ນຄວາມສາມັກຄີ, ມີນໍ້າໃຈນັກກິລາ, ຮູ້ຈັກແພ້ ແລະ ຮູ້ຈັກຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ຂໍໃຫ້ທຸກຄົນຈົ່ງມີຄວາມຫ້າວຫັນ ແລະ ຍາດເອົາໄຊຊະນະ ຫຼື ຂັນລາງວັນ ແລະ ຫຽນໃດຫຼຽນໜື່ງມາສູ່ແຂວງນໍ້າທາ.

ໂອກາດນີ້ ທ່ານ ນາງ ອໍາພອນ ໄຊຍະວົງ ເຈົ້າຂອງຮ້ານອາຫານປາຄໍາ ໄດ້ນໍາເອົານໍ້າດື່ມ ເຄແມນ ຈໍານວນ 10 ແກັດ, ມຸນຄ່າ 1.200.000 ກີບ ມາມອບໃຫ້ທີມນັກກິລາຂອງແຂວງ ຮັບໂດຍຕາງໜ້າທີມນັກກິລາ.
ຂ່າວ: ມຸນຕີ