5 ປີ ຜ່ານມາການລົງທຶນຂອງລັດຢູ່ແຂວງຫົວພັນ ມີ 511 ໂຄງການ ດ້ວຍທຶນ 886 ຕື້ກວ່າກີບ

190

ລວມຍອດຜະລິດຕະພັນພາຍໃນ 5ປີຂອງແຂວງຫົວພັນບັນລຸໄດ້ທັງໝົດ 13.784ຄຶ້ກວ່າກີບ, ສະເພາະ ປີ 2020 ບັນລຸໄດ້ 3.270ຕື້ກີບ , ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 10,5ລ້ານກວ່າກີບ.ການລົງທຶນຂອງລັດ ມີ 511 ໂຄງການ ດ້ວຍທຶນ 886 ຕື້ກວ່າກີບ.ອັດຕາຄວາມທຸກຍາກຍັງເຫຼືອ 13,44% ຂອງຄອບຄົວທັງໝົດ, ອັດຕາການຊົມໃຊ້ໄຟຟ້າເຂົ້າເຖິງບ້ານກວມເອົາ 91,07%.

ສະຫາຍ ພັນທອງ ເພັດໄຊສົມພັນ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນຳເສດຖະກິດຂັ້ນແຂວງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຂອົງຄະນະພັກແຂວງຫົວພັນຄັ້ງທີ X ເມື່ອວັນທີ 2 ພະຈິກ 2020 ວ່າ: ໃນ5ປີຜ່ານມາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ການລົງທຶນຂອງລັດໃນ 5 ປີ ຜ່ານມາໄດ້ຈັດຕັ້ງປະຕິບັດ 511 ໂຄງການ, ໄດ້ຮັບທຶນອະນຸມັດຈາກສະພາແຫ່ງຊາດ ທັງໝົດ 886 ຕື້ກ່ວາກີບ, ລື່ນຕາດໝາຍ 536 ຕື້ກ່ວາກີ; ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າໃນກິດຈະການສຳປະທານມີ 67 ໂຄງການ, ມີມູນຄ່າທັງໝົດ 1.100 ກ່ວາຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ເພື່ອການພັດທະນາ 217 ໂຄງການ, ໃນມູນຄ່າ 1.600 ກ່ວາຕື້ກີບ, ການລົງທຶນຈາກສິນເຊື່ອທະນາຄານໄດ້ທັງໝົດ 1.200 ກ່ວາຕື້ກີບ.

ທົ່ວແຂວງຫົວພັນມີເນື້ອທີ່ປູກຝັງທັງໝົດ 57 ພັນກວ່າເຮັກຕາ, ຜົນຜະລິດໄດ້ 2 ແສນ 52 ພັນກ່ວາໂຕນ, ຜົນຜະລິດລວມ 5 ປີໄດ້ 1 ລ້ານ 2 ແສນ 30 ພັນກວ່າໂຕນ, ໄດ້ຊຸກຍູ້ສົ່ງເສີມບັນດາຄອບຄົວທີ່ມີທ່າແຮງໃນການປູກພືດພັກ ແລະ ໝາກໄມ້ປະເພດຕ່າງໆທີ່ເປັນຕົວແບບໄດ້ ທັງໝົດ 21 ຄອບຄົວ, ຄອບຄົວຕົວແບບດ້ານການລ້ຽງສັດປະເພດຕ່າງໆ 46 ຄອບຄົວ, ອັດຕາຄວາມທຸກຍາກຍັງເຫຼືອ 13,44% ຂອງຄອບຄົວທັງໝົດ, ອັດຕາການຊົມໃຊ້ໄຟຟ້າເຂົ້າເຖິງບ້ານໄດ້ 663 ບ້ານ ກວມເອົາ 91,07% ຂອງຈຳນວນບ້ານທັງໝົດທົ່ວແຂວງ, ເສັ້ນທາງຄົມມະນາຄົມສາມາດທຽວໄດ້ 2 ລະດູເພີ່ມຂຶ້ນກວມເອົາ 60,88% ຂອງຈຳນວນເສັ້ນທາງຍາວທັງໝົດ ແລະ ທົ່ວແຂວງມີລະບົບນ້ຳປະປາຊົມໃຊ້ແລ້ວ 8 ເມືອງ.

ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ທັງໝົດ 13.784,24 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 89,67%. ມາຮອດປີ 2020 ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 3.270,53 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 10.516.982 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.213 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ແຜນການວາງໄວ້ 13 ລ້ານກີບຕໍ່ຄົນຕໍ່ປີ ບໍ່ບັນລຸຕາມຄາດໝາຍ, ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດໃນລະດັບ 6,54%, (ສະເລ່ຍແຕ່ລະປີຢູ່ໃນລະດັບ 7,44% ຕໍ່ປີທຽບໃສ່ແຜນການ 9% ຂຶ້ນໄປຫຼຸດຄາດໝາຍ 1,56%).

ໂຄງປະກອບເສດຖະກິດມີການຫັນປ່ຽນໃນທ່າອ່ຽງຄື: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 5,15% ກວມເອົາ 54,85%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 7,73% ກວມເອົາ 22,14%, ຂະແໜງບໍລິການ ເພີ່ມຂຶ້ນ 8,45% ກວມເອົາ 23,01% ຂອງ GDP.

ຮູບໂດຍ: noy images, ສອນ-ມີເດຍ ປ້າຍ ແລະ ສະຕູດີໂອ