zoom ເພີ່ມຟີເຈີໃໝ່ໃຫ້ຜູ້ໃຊ້ Android ສາມາດ Live Stream ໃນ YouTube ໄດ້

223

ຄືທີ່ຮັບຮູ້ກັນດີແລ້ວວ່າ ໃນປີນີ້ໄດ້ມີການແຜ່ລະບາດຂອງໂຄວິດ – 19 ແລະ ເຮັດໃຫ້ຫຼາຍໆບໍລິສັດທົ່ວໂລກ ຕ້ອງປັບລະບົບການເຮັດວຽກໃໝ່ເປັນການ Work from Home ສົ່ງຜົນໃຫ້ບໍລິການທີ່ໄດ້ຮັບຄວາມນິຍົມສູງສຸດໃນປີນີ້ ເປັນບໍລິການ Video Conference ຫຼື ການປະຊຸມອອນລາຍ.

ຈາກການປັບຮູບແບບການເຮັດວຽກໃໝ່ນີ້ ເຮັດໃຫ້ບໍລິການ Video Conference ຫຼາຍເຈົ້າຕ້ອງເລັ່ງພັດທະນາຟີເຈີຕ່າງໆຂຶ້ນມາໃຫ້ຕອບໂຈດຄວາມຕ້ອງການຂອງຜູ້ໃຊ້ຫຼາຍຂຶ້ນ ໂດຍສະເພາະ Zoom ທີ່ເປັນບໍລິການ Video Conference ຍອດນິຍົມຂອງຜູ້ໃຊ້ໃນປີນີ້ທີ່ໄດ້ເພີ່ມຟີເຈີໃໝ່ໆ ເຂົ້າມາທັງ OnZoom, ການສະແດງຜົນຈໍຜູ້ໃຊ້ສູງສຸດເຖິງ 9 ຄົນ ຫຼື ການອັບເດດຄວາມປອດໄພໃນການໃຊ້ງານ.

ຫຼ້າສຸດທາງບໍລິສັດ Zoom ກໍໄດ້ເພີ່ມການອັບເດດແອັບພລິເຄຊັນໃນລະບົບ Android ໃຫ້ມີການເຂົ້າລະຫັດໃຊ້ງານແບບ E2EE ( End-to-End Encryption ) ທີ່ມີຄວາມປອດໄພສູງເຂົ້າມາແລ້ວ ໂດຍຜູ້ໃຊ້ຈະຕ້ອງເຂົ້າໄປຕັ້ງຄ່າການເຮັດວຽກງານຂອງຟີເຈີນີ້ໃນ Account Setting ແລະ ເລືອກເປີດການໃຊ້ງານໃນຫ້ອງປະຊຸມທີ່ຕ້ອງການ ແຕ່ຜູ້ຮ່ວມປະຊຸມທີ່ຍັງບໍ່ໄດ້ອັບເດດຟີເຈີ E2EE ຈະບໍ່ສາມາດເຂົ້າຮ່ວມປະຊຸມນີ້ໄດ້.

ນອກນັ້ນຍັງເພີ່ມຟີເຈີການ Live Stream ໃນ YouTube ໄດ້ຢ່າງສະດວກຍິ່ງຂຶ້ນ ແຕ່ຜູ້ໃຊ້ຈະຕ້ອງມີແອັກເຄົ້າ ( Account ) YouTube ທີ່ຮອງຮັບການ Live Stream ຢູ່ແລ້ວ ຫາກເປັນແອັກເຄົ້າທີ່ບໍ່ເປີດການ Live Stream ໄວ້ຈະບໍ່ສາມາດໃຊ້ງານຟີເຈີນີ້ໄດ້ ແລະ ຜູ້ໃຊ້ຈະຕ້ອງເຂົ້າໄປເປີດການໃຊ້ງານຟີເຈີນີ້ໃນເວັບໄຊ ( https://us02web.zoom.us/signin ) ໂດຍໄປທີ່ Account Setting > In-Meeting ( Advances ) ແລະ ເປີດການໃຊ້ງານການ Live Stream ( Allow live streaming meetings ) ກ່ອນ.

ນອກຈາກນີ້, ໃນການອັບເດດເວີຊັນໃໝ່ຂອງ Zoom ( 5.4.0.434 ) ຍັງເພີ່ມຟີເຈີ   ໃຫ້ຜູ້ໃຊ້ສາມາດຕັ້ງສຽງເອີ້ນເຂົ້າ ( Ringtone ), ການ        ແຊຣ໌ໄຟລ໌ຜ່ານ Microsoft SharePoint, ການແກ້ໄຂ Bug ແລະ ຟີເຈີອື່ນໆເຂົ້າມາເພີ່ມ.

ທີ່ມາ: news.thaiware.com/19532.html