ສະຫາຍ ວັນໄຊ ແພງຊຸມມາ ໄດ້ຮັບເລືອກເປັນເລຂາພັກແຂວງຫົວພັນອີິກສະໄໝ, ໂດຍມີສະຫາຍເພີດ ມາປັນຍາ ແລະ ສະຫາຍ ນາງອຳໄຟວອນ ລ້ອມບຸນແພງ ເປັນຮອງເລຂາ

260

ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ (2-3 ພະຈິກ 2020) ຢູ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ  ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ມີຜູ້ແທນສົມບູນຈຳນວນ 324 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງທັງໝົດ 18.042 ສະຫາຍ.

ບັນດາສະຫາຍຜູ້ແທນສົມບູນທີເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້. ໂດຍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ແລະ ແຜນພັດທະນາເສດຖະກິດສັງຄົມ, ທິດທາງສູ້ຊົນແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃນ 5 ປີ ຜ່ານມາ.

ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ທິດທາງ, ແຜນການ 5 ປີ ໃນຕໍ່ໜ້າ ( 2021-2025 ) ຊຶ່ງມີເນື້ອໃນຕົ້ນຕໍຄື: ເອົາໃຈໃສ່ສ້າງເງື່ອນໄຂ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 5 ປີ ໃຫ້ບັນລຸ 18.802,97 ຕື້ກີບ, ໃນນີ້ຄາດວ່າໃນປີ 2025 GDP ຈະໃຫ້ບັນລຸ 4.096,99 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 12.792.608 ກີບ/ຄົນ/ປີ (1.505 ໂດລາ/ຄົນ/ປີ), ເຮັດໃຫ້ໂຄງປະກອບເສດຖະກິດ ມີການຫັນປ່ຽນຢ່າງຕັ້ງໜ້າໃນນີ້ຂະແໜງກະສິກໍາ ແລະ ປ່າໄມ້ ກວມເອົາ 53,43% ຂອງ GDP, ຂະແໜງອຸດສະຫະກໍາ ແລະ ການຄ້າ ກວມເອົາ 23,50% ຂອງ GDP, ຂະແໜງການບໍລິການກວມເອົາ 23,07% ຂອງ GDP.

ຮອດປີ 2025 ລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ຍັງເຫຼືອ 22% ຂອງຈໍານວນຄອບຄົວໃນທົ່ວແຂວງຕາມດໍາລັດ 348/ລບ; ສ້າງບ້ານພັດທະນາໃຫ້ໄດ້ 128 ບ້ານ ແລະ ສຸມໃສ່ສ້າງເມືອງຊ່ອນ, ເມືອງສົບເບົາ, ເມືອງຊຽງຄໍ້ ແລະ ເມືອງວຽງໄຊໃຫ້ເປັນເມືອງພົ້ນທຸກໃນປີ 2025.

ພ້ອມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດ ແລະ ໄດ້ຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 5 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງໄດ້ຄະນະບໍລິຫານງານພັກແຂວງຊຸດໃໝ່ຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ; ໄດ້ເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ຕາມຄາດໝາຍ.


ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງຫົວພັນໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ. ໃນນີ້, ໄດ້ເປັນເອກະສັນເລືອກຕັ້ງສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນ. ອຳໄຟວອນ ລ້ອມບຸນແພງ ເປັນຮອງເລຂາ; ເລືອກຕັ້ງເອົາສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາ, ສະຫາຍ ຄຳແພງ ຈັນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປອ ຄອນເສີດ ເປັນຮອງປະທານກວດກາ.


ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກສະຫາຍ  ໄຊສົມພອນ ພົມວິຫານ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນໍາພາພະນັກງານ, ສະມາຊິກພັກ ແລະ ປະຊາຊົນປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ.

ຂ່າວ-ພາບ: ໄອແກ້ວ