ເຈົ້າພາບ ໃຊ້ນັກເຕະໃນລາວລີກ 2 ຄົບທີມລຸຍບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ

119

ເຈົ້າພາບ ນະຄອນຫຼວງວຽງຈັນ ກາຍເປັນທີມທີ່ໃຊ້ນັກເຕະໃນຄອມມານໂດ ລາວລີກ 2 ໝັງໝົດທີມເຂົ້າໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີລະຫວ່າງວັນທີ 6-21 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນນັກເຕະຈາກສະໂມສອນ ເອັສທີທີ ເອັຟຊີ ກັບ ເມືອງຫາດ ຢູໄນເຕັດ ທີມອັນດັບ 2 ແລະ ອັນດັບ 3 ໃນລາວລີກ 2 ລະດູການ 2020.

ນະຄອນຫຼວງວຽງຈັນ ພາຍໃຕ້ການນໍາທີມຂອງ ທ່ານ ເວີນ ສີວິໄຊ ທີ່ເປັນຄູຝຶກ A ລາຍເຊັນລະດັບ A ລາຍເຊັນ ທີມຫາກໍພາ ເອັສທີທີ ເອັຟຊີ ຄວ້າຮອງແຊັມບານເຕະລາວລີກ 2 ລະດູການ 2020 ໃຫ້ສໍາພາດເມື່ອທ້າຍອາທິດວ່າ: ຂອບໃຈທາງຂັ້ນເທິງຂອງ ນະຄອນຫຼວງຈັນ ທີ່ໄດ້ມອບໜ້າທີ່ຫົວໜ້າຄູຝຶກໃຫ້ຂ້າພະເຈົ້າ ໂດຍໄດ້ເລືອກເອົານັກກີຈາກສະໂມສອນລາວລີກ 2 ໄດ້ແກ່ ນະຄອນຫຼວງວຽງ ເອັຟຊີ 5 ຄົນ, ເຄພີເອັສ ເອັຟຊີ 4 ຄົນ, ເມືອງຫາດ ຢູໄນເຕັດ 5 ຄົນ, ເອັສທີທີ ເອັສທີທີ ເອັຟຊີ 8 ຄົນ ແລະ ກະຣູດາ ເອັຟຊີ 1 ຄົນ, ເຊິ່ງພວກເຮົາໄດ້ເລີ່ມຝຶກແອບມາແຕ່ວັນທີ 22 ຕຸລາ ເປັນຕົ້ນມາ ແລະ ເຂົ້ານອນສູນເມື່ອ 2 ອາທິດ ທີ່ຜ່ານມາ.

“ ເຊິ່ງອາທິດທີ່ຜ່ານມາ ໄດ້ເລີ່ມຝຶກໜັກ ແລະ ເນັ້ນການບຸກ ກັບ ການຮັບ ຫຼັງຈາກທີ່ນັກກີລາຈາກສະໂມສອນ ເມືອງຫາດ ຢູໄນເຕັດ ເຂົ້າມາສົມທົບ, ເຊິ່ງນັກກີລາຊຸດນີ້ມີທັງໝົດ 23 ຄົນທີ່ພວກເຮົາຈະຮັກສາໄວ ເພື່ອສັບປ່ຽນກັນໄດ້ໃນເວລາມີບັນຫາ ແຕ່ວ່າສາມາດສົ່ງນັກກີລາໄດ້ 20 ຄົນໃນລາຍການນີ້ຕາມລະບຽບ ແນ່ນອນວ່າ ທຸກທີມແມ່ນມີຄວາມແຂງແກ່ນ ແລະ ຄວາມພ້ອມທັງໝົດທຸກທີມ. ດັ່ງນັ້ນ, ພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອເປົ້າໝາຍຢ່າງໜ້ອຍຕ້ອງເຂົ້າຮອບ 4 ທີມສຸດທ້າຍ ” ທ່ານ ເວີນສະຫວັນ ກ່າວ.

ສໍາລັບ ການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ຢູ່ສາຍ ກ ຮ່ວມກັບ ແຂວງຄໍາມ່ວນ, ສາລະວັນ, ໄຊສົມບູນ ແລະ ແຂວງຊຽງຂວາງ ຈະລົງສະໜາມນັດທໍາອິດພົບກັບ ແຂວງຊຽງຂວາງ ໃນວັນທີ 7 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ເວລາ 16:00 ໂມງ.
ຮູບຈາກ: The 45th Lao National Day’s Football Championship