ທີມບານເຕະຊາຍແຂວງຄໍາມ່ວນ ອະດີດແຊັມກິລາແຫ່ງຊາດ ເດີນທາງຂຶ້ນມາ ນະຄອນຫຼວງວຽງຈັນ ເຊົ້ານີ້

126

ຄະນະນຳ, ຄະນະຄູຝຶກ​ ແລະ​ ນັກກິລາ​ ທີມບານເຕະຊາຍ ແຂວງຄໍາມ່ວນ ແຊັມກີລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ອອກເດີນທາງຂຶ້ນມາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 4 ພະຈິກ 2020 ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ຕຸລາ 2020.

ທ່ານ ແອນ້ອຍ ຄໍາພັນໄຊເສດຖາ ຄະນະຮັບຜິດຊອບຂອງ ສະຫະພັນບານເຕະແຂວງຄໍາມ່ວນ ເປີດເຜີຍກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ນັກກີລາທີມແຂວງຄໍາມ່ວນຊຸດນີ້ ສ່ວນໃຫຍ່ແມ່ນໃຊ້ນັກເຕະພາຍໃນແຂວງເກືອບ 95%, ເຊິ່ງນັກເຕະດາວເດັ່ນຊຸດນີ້ມີຂ້ອນຂ້າງຈໍາກັດ ປະສົມປະສານກັບນັກເຕະຊຸດເກົ່າທີ່ມີປະສົບການໃນຊຸດແຊັມກີລາແຫ່ງຊາດ ຄັ້ງທີ 10, ປັດຈຸບັນແມ່ນຄັດໄດ້ຄົບ 20 ນັກເຕະເປັນທີ່ຮຽບຮ້ອຍ ໂດຍຊ້ອມໜັກເຊົ້າ ແລະ ແລງ ແນ່ນອນວ່າໃນກຸ່ມຂອງພວກເຮົາແມ່ນງານໜັກຫຼາຍມີທັງ ນະຄອນຫຼວງ ເຈົ້າພາບ, ແຂວງຊຽງຂວາງ ເຈົ້າພາບກີລາແຫ່ງຊາດ ຄັ້ງທີ 11, ສາລະວັນ ແລະ ໄຊສົມບູນ. ຢ່າງໃດກໍຕາມ ພວກເຮົາຈະເຮັດໃຫ້ດີທີ່ສຸດເພື່ອເຂົ້າຮອບເລິກໆໃຫ້ໄດ້.

ລາຍຊື່ນັກເຕະຂອງທີມແຂວງຄໍາມ່ວນ ປະກອບມີ: ທ້າວ ເປີ້ນທະວີ ດາລາສຸກ ກັບ ແບັດດີ ບຸນຍະຂຽນ 2 ຜູ້ຮັກສາປະຕູ, ສ່ວນນັກເຕະປະກອບມີ ພູໄມ ສຸວັນດີ, ສ່ອງໃສ ໝັ້ນຄໍາສຸກ, ສີພັນດອນ ພົມມະສອນ, ສຸກສະບາຍ ພະຈັນທາ, ຈິວ ນົນມະນີ, ເພັດລະຄອນ ພົວພາສິດ, ໄຊຍາ ໄຊຍະລາດ, ພອນເທວາ ເທບພະວົງສາ, ໂອເລ ຄໍາສຸກຖາວົງ, ແສງເພັດ ດາລາສຸກ, ຄອນປະເສີດ ລາດສະອີງຮັງ, ລໍາສະໄໝ ຈູມມະນີ, ທີ ພິມມະສອນ, ບຸນມາ ເຮືອງສະຫວັນ, ພອນປະເສີດ ບຸດສະດີ, ສຸວັນນະອນ ສຸວັນນະສານ ແລະ ແກ້ວອຸລາ ພົມມະຈັນ.

ຂ່າວ: ຄໍາສອນ, ຮູບຈາກ: ອາຈານ ແອນ້ອຍ