ລັດຖະບານ ຈະສົ່ງເສີມນະໂຍບາຍ3 ເປີດ ຢ່າງແຂງແຮງ ເພື່ອຍູ້ໜູນການພັດທະນາເສດຖະກິດ-ສັງຄົມ

719

ລັດຖະບານ ໄດ້ກຳນົດ 4 ນະໂຍບາຍ 12 ຈຸດສຸມ ເພື່ອສົ່ງເສີມນະໂຍບາຍ3 ເປີດຢ່າງແຂງແຮງ ຊຸກຍູ້ໃຫ້ເສດຖະກິດ ມີການເຕີບໂຕດີຂຶ້ນຕໍ່ເນື່ອງ ແລະ ມີຄວາມຍືນຍົງຕາມທິດເຕີບໂຕ ສີຂຽວ ດ້ວຍການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການສ້າງ ແລະ ດໍາເນີນ ທຸລະກິດ


ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 2 ພະຈິກ 2020 ໂດຍການເປັນປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ; ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານຂຶ້ນຊີ້ແຈງ ຕໍ່ຫຼາຍບາງບັນຫາທີ່ຜູ້ແທນຍົກຂຶ້ນ.


ສຳລັບການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດ ຂອງ ທ່ານ ນາຍົກລັດຖະມົນຕີນັ້ນ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ຈາກພຶດຕິກໍາການລະດົມທຶນລວມໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ ສາມາດສັງລວມໄດ້ວ່າ ແຫຼ່ງທຶນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແມ່ນກວມດສ່ວນຫຼາຍ ກວ່າພາກສ່ວນອື່ນ (ໃນໄລຍະ 2016-2020 ການລົງທຶນຂອງຕ່າງປະເທດຫລື FDI ບັນລຸ 26.127,6 ຕື້ກີບ ກວມ 50,7% ຂອງການລົງທຶນທັງຫມົດ, ຈາກລະບົບການເງິນ-ເງິນຕາ 36.851 ຕື້ກີບ ກວມ 21,7%, ຈາກນັ້ນແມ່ນການຊ່ວຍເຫຼືອທາງການເພື່ອການພັດທະນາ ຫລື ODA ແລະ ການລົງທຶນຈາກງົບປະມານຂອງລັດ ຈໍານວນ 26.666,1 ຕື້ກີບ ແລະ 17.099,9 ຕື້ກີບ ກວມ 17,5% ແລະ 10,1% ຕາມລໍາດັບຂອງການລົງທຶນລວມທັງຫມົດ 169.744,6 ຕື້ກີບ ເທົ່າກັບ 26,9% GDP ຫຼື ບັນລຸໄດ້ 97,9% ຂອງແຜນທີ່ ສພຊ ຮັບຮອງແມ່ນ 173.329 ຕື້ກີບ).


ສະນັ້ນ, ຈຶ່ງຢັ້ງຢືນໄດ້ວ່າ: ໃນສະເພາະຫນ້ານີ້ແຫຼ່ງທຶນຈາກການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດຍັງມີບົດບາດສໍາຄັນ ເພື່ອຊ່ວຍຊຸກຍູ້ໃຫ້ເສດຖະກິດຂອງ ສປປ ລາວ ມີການເຕີບໂຕດີຂຶ້ນຕໍ່ເນື່ອງ ແລະ ມີຄວາມຍືນຍົງຕາມທິດເຕີບໂຕ ສີຂຽວ.
ດັ່ງນັ້ນ ເພື່ອສືບຕໍ່ປະຕິບັດນະໂຍບາຍ 3 ເປີດ (ເປີດໃຈ, ເປີດປະຕູ, ເປີດສິ່ງກີດຂວາງ) ໃຫ້ເປັນຮູບປະທໍາ ແລະ ມີຫມາກຜົນຕົວຈິງນັ້ນ ໃນຕໍ່ຫນ້າລັດຖະບານຈະສຸມໃສ່ ປະຕິບັດ 4 ນະໂຍບາຍ ແລະ 12 ມາດຕະການດັ່ງນີ້:


1.ດ້ານນະໂຍບາຍ:
ກວດກາຄືນ ແລະ ປັບປຸງບັນດານິຕິກໍາ (ກົດຫມາຍ ແລະ ລະບຽບການ) ຕ່າງໆທີ່ໄດ້ປະກາດໃຊ້ຜ່ານມາ ທີ່ເຫັນວ່າບໍ່ສອດຄ່ອງ ແລະ ບໍ່ທັນເປັນປັດໄຈດຶງດູດ ແລະ ສົ່ງເສີມການລົງທຶນ;
ປະຕິບັດນະໂຍບາຍເຮັດໃຫ້ການລົງທຶນມີຄວາມສະດວກ, ຖືກຕ້ອງຕາມກົດຫມາຍ ແລະ ສ້າງຕັ້ງ ແລະ ປັບປຸງກົນໄກສົ່ງເສີມການລົງທຶນຈາກຕ່າງປະເທດ, ສ້າງສະພາບແວດລ້ອມຂອງຕະຫຼາດ (ຕະຫຼາດສິນຄ້າ, ຕະຫຼາດທຶນ, ຕະຫຼາດແຮງງານ, ຕະຫຼາດເຕັກໂນໂລຊີ, ຕະຫຼາດຫຼັກຊັບ ແລະ ອື່ນໆ) ໃຫ້ມີສະເຖຍລະພາບ, ໂປ່ງໃສ, ຄາດຄະເນໄດ້,ທັນການ,ວ່ອງໄວ ແລະ ມີຄວາມຍຸດຕິທໍາ; ພັດທະນາ ແຮງງານລາວໃຫ້ມີ ທັກສະ-ຝີມື ສູງ ຂຶ້ນ ແລະ ມີວິໄນໃນການເຮັດວຽກ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ແຮງງານລາວສາມາດເຄື່ອນຍ້າຍຈາກຂະແ ຫນງທີ່ມີມູນຄ່າເພີ້ມຕໍ່າສູ່ຂະແຫນງການທີ່ມີມູນຄ່າເພີ່ມສູງຢ່າງເປັນລະບົບ;


ປະຕິດບັດລະບອບຄຸ້ມຄອງການລົງທຶນຈາກຕ່າງປະເທດເທົ່າທຽມກັບຜູ້ລົງທຶນຢູ່ພາຍໃນປະເທດ, ມີທັງການແຂ່ງຂັນກັນ ແລະ ການຮ່ວມມືກັນ, ສະເຫມີພາບກັນ ພາຍໃຕ້ກົດຫມາຍຂອງ ສປປ ລາວ (ຍົກເວັ້ນ ໂຄງການທີ່ນອນໃນບັນຊີຄວບຄຸມພິເສດຂອງລັດຖະບານ ຫຼື ເອີ້ນວ່າ negative list)
ປຸກລະດົມຂົນຂວາຍ ແລະ ເປີດກວ້າງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນບັນດາໂຄງການບູລິມະສິດຂອງລັດຖະບານໃນແຜນພັດທະນາ 5 ປີ ຄັ້ງທີ IX (6 ເປົ້າຫມາຍໃຫຍ່, 24 ແຜນງານບູລິມະສິດ, 184 ໂຄງການບຸລິມະສິດ) ທີ່ລັດຖະບານບໍ່ມີທຶນສະເພາະຈັດຕັ້ງປະຕິບັດດ້ວຍຮູບແບບ ສໍາປະທານ, ຮູບແບບລັດຮ່ວມກັບເອກະຊົນ (PPP), ຮູບແບບວິສາຫະກິດມະຫາຊົນ ແລະ ລົງທຶນດ້ວຍການ ຫັນຊັບສິນເປັນທຶນ (ສະຫນາມກິລາຫຼັກ 16- ເຂດພັດທະນາກວມລວມໄຊເສດຖາ) ຕາມ 7 ທ່າແຮງທີ່ໄດ້ກໍາ ນົດໃນຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາ 5 ປີ ຄັ້ງທີ IX.


2. ດ້ານຄາດໝາຍ
ເລັ່ງໃສ່ຂະແຫນງການບູລິມະສິດຕາມທີ່ກໍານົດໄວ້ໃນກົດຫມາຍການສົ່ງເສີມການລົງທຶນ (ສະບັບປັບປຸງ 2016), ລັກ ສະນະຂອງໂຄງການຕ້ອງ ເປັນຫົວຈັກແກ່ດຶງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ, ເປັນການລົງທຶນທີ່ມີຄຸນນະພາບ, ເປັນການລົງທຶນເພື່ອຜະລິດເປັນສິນຄ້າຈໍາເປັນຕໍ່ການບໍລິໂພກເພື່ອຫຼຸດຜ່ອນການເອື່ອຍອີງ ການນໍາເຂົ້າ ແລະ ສາມາດສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນເປັນຈໍານວນຫຼາຍເປັນຕົ້ນ ກະສິກໍາສະອາດ ແລະ ປອດສານຜິດ, ອຸດສະຫະກໍາປຸງແຕ່ງອາຫານ, ອຸດສາຫະກຜະລິດເຄື່ອງອຸປະໂພກ-ບໍລິໂພກ, ການພັດທະນາອຸດສາຫະກໍາການທ່ອງ ທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ, ການສຶກສາ, ການສ້າງໂຮງຫມໍ ທັນສະໄຫມ ແລະ ການຜະລິດຢາ, ການພັດທະນາພື້ນຖານໂຄງລ່າງເສັ້ນທາງ, ການບໍລິການຂົນສົ່ງສິນຄ້າ, ທາງຜ່ານ ແລະ ການ ເຊື່ອມໂຍງ ແລະ ເຊື່ອມຈອດລະຫວ່າງປະເທດ.
ນອກຈາກນັ້ນ, ກໍໃຫ້ເອົາໃຈໃສ່ດຶງດູດການລົງທຶນເຂົ້າໃນການລົງທຶນໃນເຂດ ເສດຖະ ກິດພິເສດ, ເຂດ ແລະ ນິຄົມອຸດສາຫະກໍາ, ໂຄງການຂະຫນາດນ້ອຍ ແລະ ກາງ, ບັນດາໂຄງການທີ່ນໍາໃຊ້ເຕັກນິກ ວິທະຍາສາດທີ່ທັນສະໄຫມທີ່ຈໍາເປັນ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງຕົນ. ສົ່ງເສີມການລົງທຶນດ້ວຍຮູບແບບ BOT ແລະ PPP.


3.ດ້ານວຽກງານຈຸດສຸມ
ເພື່ອປະຕິບັດນະໂຍບາຍ 3 ເປີດ ໃນການຊຸກຍູ້ໃຫ້ການລົງທຶນຂອງພາກເອກະຊົນ ບັນລຸຕາມລະດັບຄາດຫມາຍ, ຕ້ອງສຸມໃສ່ວຽກງານຕົ້ນຕໍດັ່ງນີ້:
ສຸມໃສ່ປະສານສົມທົບກັບຂະແຫນງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນ ຕີວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານການດໍາເນີນທຸລະກິດຢູ່ ສປປ ລາວ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການສ້າງ ແລະ ດໍາເນີນ ທຸລະກິດ ໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ ໂດຍການສືບຕໍ່ປັບປຸງຂັ້ນຕອນ ແລະ ລະບຽບການໃນການສ້າງ ແລະ ດໍາເນີນທຸລະກິດ ຕາມ 10 ຕົວຊີ້ວັດ ໃຫ້ດີຂຶ້ນ ຢ່າງເປັນຮູບປະທໍາຈະແຈ້ງ ດ້ວຍການປັບປຸງກົດຫມາຍວ່າ ດ້ວຍວິສາຫະກິດໃຫ້ມີຄວາມສອດຄ່ອງ, ສ້າງລະບົບການຂຶ້ນທະບຽນວິສາຫະກິດແບບອອນລາຍ, ຫັນເລກປະຈໍາ ຕົວຜູ້ເສຍອາກອນ, ລະຫັດວິສາຫະກິດ ແລະ ເລກປະກັນສັງຄົມ ເປັນຕົວເລກລະຫັດດຽວກັນ ໂດຍການປັບປຸງໂປແກຼມທະບຽນ (ERS) ແລະ ອາກອນ (TaxRis),

ສຸມໃສ່ການຜັນຂະຫຍາຍການຈັດຕັ້ງປະຕິບັດຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ໃນຂອບເຂດທົ່ວປະເທດໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະ ພາບໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອໍານວຍຄວາມສະດວກໃນການເຈົ້າເນີນທຸລະກິດຂອງ ເອກະຊົນພາຍໃນ ແລະ ຕ່າງປະເທດ, ໂດຍຖືເອົາຂະແຫນງແຜນການ ແລະ ການລົງທຶນ ເປັນຈຸດໃຈກາງປະສານງານ ກັບ ບັນດາຫນ່ວຍງານປະ ສານງານບໍລິການ ການລົງທຶນປະຕູດຽວ ຢູ່ແຕ່ລະຂະແຫນງການທີ່ກ່ຽວຂ້ອງ.