ສະພາ ຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ

456

ສະພາແຫ່ງຊາດ ໄດ້ຮັບຮອງແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບທີ IIIຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ ເພື່ອຮອງຮັບຕໍ່ສະພາບການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມ ເນື່ອງຈາກເຫັນວ່າແຜນຜັງລວມ ສະບັບທີ II ຍັງບໍ່ທັນຕອບສະໜອງ ກັບຄວາມຕ້ອງການ ການຂະຫຍາຍຕົວຂອງຕົວເມືອງ ເປັນຕົ້ນການເພີ່ມຂຶ້ນຢ່າງໄວຂອງປະຊາກອນ ອັນໄດ້ເຮັດໃຫ້ເກີດການກາຍເປັນຕົວເມືອງທີ່ແຜ່ລາມ, ການຖົມຫ້ວຍໜອງຄອງບຶງທີ່ກໍ່ໃຫ້ເກີດ ນໍ້າອັ່ງ, ນໍ້າຂັງ, ນໍ້າຖ້ວມຢູ່ຫຼາຍຈຸດ.


ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 3 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ໃນວາລະກອງປະຊຸມ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີລາຍງານກ່ຽວກັບການຄົ້ນຄວ້າ ແລະ ປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ III ໂດຍໄດ້ລາຍງານກ່ຽວກັບຄວາມເປັນມາຂອງການສ້າງແຜນຜັງລວມຕົວເມືອງ ນວ; ການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ສະບັບທີ I ແລະ II; ການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາ ຢູ່ໃນແຜນຜັງຕົວເມືອງສະບັບທີ III; ເນື້ອໃນຂອງແຜນຜັງຕົວເມືອງສະບັບທີ III ແລະ ຂໍ້ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ.


ທ່ານ ບຸນຈັນ ສິນທະວົງ ກ່າວວ່າ: ແຜນຜັງລວມຕົວເມືອງ ນວ ສະບັບທີ I ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1991 ໂດຍ ມີເນື້ອທີ່ວາງແຜນ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ສ່ວນແຜນຜັງລວມຕົວເມືອງ ສະບັບທີ II ໄດ້ຖືກຮັບຮອງ ໃນປີ 2002 ມີເນື້ອທີ່ວາງແຜນ ທັງໝົດ 20.250 ເຮັກຕາ ແລະ ລວມເອົາ 180 ບ້ານ ໂດຍການປະເມີນແຜນຜັງລວມຕົວເມືອງ ສະບັບທີ I ແລະ II ເຫັນວ່າ ໄດ້ປະກອບສ່ວນຕໍ່ການພັດທະນາໂດຍລວມຂອງ ນວ ຢ່າງຮອບດ້ານ, ອັນໄດ້ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມຂອງຕົວເມືອງ ໄດ້ຮັບການປັບປຸງ ພັດທະນາຂຶ້ນຢ່າງເປັນຮູບປະທໍາ.


ເຖິງແນວໃດກໍຕາມ ແຜນຜັງເມືອງທັງສອງສະບັບຜ່ານມາ ຍັງບໍ່ທັນຕອບສະໜອງ ກັບຄວາມຕ້ອງການ ຂອງຈັງຫວະການຂະຫຍາຍຕົວຂອງຕົວເມືອງ ເປັນຕົ້ນແມ່ນເພື່ອຮອງຮັບການເພີ່ມຂຶ້ນຢ່າງໄວຂອງປະຊາກອນ ອັນໄດ້ເຮັດໃຫ້ເກີດມີການກາຍເປັນຕົວເມືອງທີ່ແຜ່ລາມ, ການຖົມຫ້ວຍໜອງຄອງບຶງທີ່ກໍ່ໃຫ້ເກີດ ນໍ້າອັ່ງ, ນໍ້າຂັງ, ນໍ້າຖ້ວມຢູ່ຫຼາຍຈຸດ ແລະ ສະພາບການຊຸດໂຊມຂອງສະພາບແວດລ້ອມ ແມ່ນມີແນວໂນ້ມນັບມື້ນັບຮຸນແຮງ. ຈາກການຕີລາຄາເຫັນວ່າບັນຫາເຫຼົ່ານີ້ ມີການພົວພັນນໍາແຜນຜັງຕົວເມືອງສອງດ້ານຄື: ດ້ານວິທີການວາງແຜນຜັງ ແລະ ດ້ານການຈັດຕັ້ງປະຕິບັດແຜນຜັງ.


ສະນັ້ນ, ຈຶ່ງໄດ້ສະເໜີແຜນຜັງລວມຕົວເມືອງ ນວ ສະບັບທີ III ເພື່ອຮອງຮັບຕໍ່ສະພາບການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງການນຳໃຊ້ທີ່ດິນເພື່ອການພັດທະນາ ລວມທັງເພື່ອເປັນແນວໃນທາງໃນການສືບຕໍ່ແກ້ໄຂສະພາບບັນຫາທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນຜັງຕົວເມືອງສະບັບຜ່ານມາ ແລະ ເພື່ອໃຫ້ສອດຄ່ອງກັບວິໄສທັດການພັດທະນາ ນວ ໃນ ໄລຍະໃໝ່ຄື: ສ້າງ ນວ ໃຫ້ເປັນນະຄອນໜ້າຢູ່, ນະຄອນຍືນຍົງ, ນະຄອນອັດສະລິຍະເປັນກ້າວໆ ແລະ ພັດທະນາ ນວ ຕາມທິດຫັນເປັນຕົວເມືອງ ໂດຍໄດ້ຜັນຂະຫຍາຍໃຫ້ເປັນ 3 ວິໄສທັດ ສະເພາະຂອງແຜນຂະຫຍາຍຜັງເມືອງຄື: ສ້າງຕົວເມືອງວຽງຈັນໃຫ້ກາຍເປັນ: 1) ສູນກາງແຫ່ງຊາດຮອບດ້ານ, 2) ສູນ ກາງການເຊື່ອມໂຍງກັບສາກົນແລະອະນຸພາກພື້ນ ແລະ 3) ຕົວເມືອງນິເວດເປັນມິດກັບສິ່ງແວດລ້ອມທໍາມະຊາດ.


ທ່ານ ບຸນຈັນ ສິນທະວົງ ກ່າວຕື່ມອີກວ່າ: ໃນການວາງແຜນຜັງລວມຕົວເມືອງ ນວ ສະບັບທີ III ນີ້ ແມ່ນຄວບຄຸມເອົາເນື້ອທີ່ຂອບເຂດວາງແຜນທັງໝົດ 61.600 ເຮັກຕາ, ເພີ່ມຂຶ້ນ ຈາກແຜນຜັງສະບັບທີສອງ ປະມານ 3 ເທົ່າ ໂດຍກວມເອົາ 288 ບ້ານ ທີ່ນອນຢູ່ໃນ ເມືອງຈັນທະບູລີ, ສີສັດຕະນາກ ແລະ ສ່ວນໜຶ່ງຂອງເມືອງສີໂຄດຕະບອງ, ໄຊເສດຖາ, ຫາດຊາຍຟອງ, ນາຊາຍທອງ ແລະ ເມືອງໄຊທານີ ເຊິ່ງເທົ່າກັບ 16% ຂອງເນື້ອທີ່ທັງໝົດຂອງ ນວ.


ຫຼັງຈາກນັ້ນບັນດາ ສສຊ ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງ ນວ ຢ່າງລະອຽດ, ຮັດກຸມ, ກົງໄປກົງມາເພື່ອເຮັດໃຫ້ ບົດລາຍງານດັ່ງກ່າວມີຄວາມຖືກຕ້ອງ, ຮອບຄອບ ແລະ ຊັດເຈນທີ່ສຸດ.


ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດເລືອກຕັ້ງທີ 1 ນວ ໄດ້ປະກອບຄຳເຫັນໃນບາງຕອນວ່າ ແຜນຜັງລວມຕົວເມືອງ ນວ ສະບັບທີ III ນີ້ ມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງພວກເຮົາແລ້ວ. ແຕ່ສິ່ງໜຶ່ງຢາກສະເໜີຄື ໃນຜັງເມືອງເນື້ອທີ່ທັງໝົດ 61.600 ເຮັກຕານີ້ ເມື່ອວາງໄປແລ້ວການປະຕິບັດກໍ່ໄດ້ມີຄວາມເຂັ້ມແຂງ ແລະ ການວາງຜັງໃຫ້ຕັດເສັ້ນທາງກ່ອນແລ້ວ ໄປອະທິບາຍສູ່ໄປຊາຊົນໃຫ້ເຂົ້າໃຈ ຢ່າໃຫ້ເປັນຜັງຢູ່ໃນລີ້ນຊັກຮູ້ແຕ່ວິຊາການ, ຕ້ອງໄດ້ໄປເຜີຍແຜ່ທາງກວ້າງ ແລະ ທາງເລີກໃຫ້ປະຊາຊົນໄດ້ຮັບຮູ້ ດິນໃຜຈະຖືກທາງ, ດິນໃຜຈະຖືກສວນສາທາລະນະ, ດິນໃຜຈະຖືກເຂດເສດຖະກິດ ຕ້ອງບອກໃຫ້ປະຊາຊົນຮູ້ ແລະ ເຂົ້າໃຈ ເຂົາເຈົ້າຈຶ່ງຈະປະກອບສ່ວນ.

ໃນຕອນທ້າຍທ່ານລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຖາມຂອງ ສສຊ. ຈາກນັ້ນສະມາຊິກສະພາແຫ່ງຊາດ ກໍລົງຄະແນນສຽງ ຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ