ກວຕ ລົງເຄື່ອນໄຫວຊຸກຍູ້-ສົ່ງເສີມ ກຸ່ມຜະລິດຊາກໍແມນ ຢູ່ແຂວງຜົ້ງສາລີ

174

ໃນວັນທີ 1 ພະຈິກ 2020 ຜ່ານມານີ້, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຜົ້ງສາລີ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ ກຸ່ມຜະລິດ “ຊາກໍແມນ” ຢູ່ບ້ານລຸງຈິງ, ແຂວງຜົ້ງສາລີ ຊຶ່ງນໍາໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຄຳຈັນ ສິດທິລາດ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງຜົ້ງສາລີ.

ພ້ອມດ້ວຍຄະນະຈາກທັງສູນກາງ ແລະ ທ້ອງຖິ່ນ ແລະ ທີມງານຖ່າຍທໍາສາລະຄະດີ ກຸ່ມຜະລິດຊາກໍແມນ ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ ຫຼື (ADB) ຄຸ້ມຄອງໂດຍ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ.

.


ການລົງຢ້ຽມຢາມຂອງຄະນະດັ່ງດ່າວ ແມ່ນເພື່ອຊຸກຍູ້ສົ່ງເສີມກຸ່ມຜະລິດຊາກໍແມນ ແລະ ເພື່ອຈັດທໍາສາລະຄະດີກ່ຽວກັບຊາກໍແມນ ລວມເຖິງຂະບວນການຜະລິດຊາຂອງກຸ່ມຜະລິດຊາກໍແມນ, ຊຶ່ງການຈັດທຳສາລະຄະດີດັ່ງກ່າວ ແມ່ນເພື່ອໂຄສະນາເຜີຍແຜ່ຜະລິດຕະພັນຂອງຊາກໍແມນ ອອກສູ່ສັງຄົມໃຫ້ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຂັ້ນຕອນຜະລິດຂອງປະຊາຊົນກຸ່ມຜະລິດຊາກໍແມນ ເຊັ່ນ: ການເກັບໃບຊາ, ການພືງໃບຊາ, ການຂົ້ວຊາ, ການນວດຊາ, ການຕາກຊາ, ການອົບຊາໃຫ້ແຫ້ງ, ການອັດຊາເປັນກ້ອນ, ການບັນຈຸຫຸ້ມຫໍ່ເປັນຜະລິດຕະພັນຊາ ແລະ ການຈໍາໜ່າຍຜະລິດຕະພັນຊາ.

ພ້ອມນີ້, ກໍເພື່ອເປັນການສົ່ງເສີມໃຫ້ຊາວກະສິກອນຜະລິດຊາເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະ ສາມາດສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນພາຍໃນແຂວງດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງຜົ້ງສາລີ ໃຫ້ນັບມື້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.


ຂ່າວ ແລະ ຮູບພາບ: ບາລະຄອນ ສຸວັນນະພາສີ