ບໍລິສັດບຸບຜາຄູນຊັບ ຈະເຂົ້າລົງທຶນປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ

245

ພິທີເຊັນສັນຍາສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງເມືອງບໍລິຄັນ ແຂວງບໍລິຄຳໄຊ ມີຂຶ້ນໃນວັນທີ 31 ຕຸລາ 2020 ຜ່ານມາ ຢູ່ໂຮງແຮມດອກຈໍາປາ

ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ນາງ ສຸນິຕາ ບຸບຜາວັນ ປະທານບໍລິສັດບຸບຜາຄູນຊັບ ຈຳກັດຜູ້ດຽວ ໂດຍຊອງໜ້າການນຳຂອງແຂວງ, ຂອງເມືອງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ບໍລິສັດ ບຸບຜາຄູນຊັບ ຈຳກັດຜູ້ດຽວ ແມ່ນມີຄວາມຕ້ອງການສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃນເນື້ອທີ່ 100 ເຮັກຕາ, ໄລຍະເວລາ 30 ປີ ໂດຍທາງບໍລິສັດໄດ້ມີແຜນປູກພືດເປັນຢາຫຼາຍຊະນິດເຊັ່ນ: ຂີງດຳ, ຢາຫົວ, ຂີ້ໝີ້ນຂຶ້ນ, ຫວ້ານລາຍ, ເຄືອເຂົາຮໍ, ຟ້າທະລາຍໂຈນ, ສີໄຄຕົ້ນ, ເຄືອແຮ່ມ ແລະ ອື່ນໆ.

ສຳລັບແຜນລ້ຽງສັດ ແມ່ນມີຂີ້ເຂັບ, ງູພິດ, ກັບແກ້, ກວ້າງດາວ, ລີ່ນ ແລະ ແຂ້ ເພື່ອສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ເປັນສິນຄ້າສົ່ງອອກ.