ເມື່ອວັນທີ 27 ຕຸລາຜ່ານມາ ທີ່ນະຄອນລອນດອນ ປະເທດອັງກິດ, 3GPP ໄດ້ປະກາດວ່າ: ພັນທະມິດເຄືອຂ່າຍ 5G Deterministic Networking Alliance ( 5GDNA ) ໄດ້ກາຍເປັນຄູ່ຮ່ວມງານທີ່ເປັນຕົວແທນດ້ານການຕະຫຼາດ ( MRP ) ຂອງຕົນ, ເຮັດໃຫ້ເປັນສະມາຊິກອົງກອນທີ 3 ຈາກອຸດສາຫະກຳແນວຕັ້ງ 5G ຮອງຈາກ 5G Automotive Association ( 5GAA ) ແລະ 5G Alliance for Connected Industries and Automation ( 5G – ACIA ).
ການຮ່ວມມືຄັ້ງນີ້ສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຂອງ 5GDNA ໃນມາດຕະຖານ 5G ແລະ ອຸດສາຫະກໍາ 5G B2B ເຊິ່ງຈະຊ່ວຍເລັ່ງການໃຊ້ຄວາມສາມາດຂອງເຄືອຂ່າຍກໍານົດທິດທາງ 5G Deterministic Networking ( 5GDN ) ນໍາເອົາອຸດສາຫະກໍາໄປສູ່ການມອບປະສົບການທີ່ກໍານົດ ແລະ ເປີດໂອກາດໃໝ່ໆ.
3GPP ເປັນອົງກອນມາດຕະຖານສາກົນດ້ານໂທລະຄົມມະນາຄົມທີ່ໃຫຍ່ ແລະ ສໍາຄັນທີ່ສຸດໃນໂລກ ໂດຍມີສະມາຊິກທີ່ປະກອບດ້ວຍພັນທະມິດຂອງອົງກອນ, MRPs ແລະ ສະມາຊິກແຕ່ລະຄົນ ເຊິ່ງ MRPs ຈະໃຫ້ຂໍ້ກໍານົດ ແລະ ຄຳແນະນຳຂອງຕະຫຼາດກ່ຽວກັບບໍລິການການສື່ສານເຄື່ອນທີ່, ຄຸນສົມບັດ ແລະ ໜ້າທີ່ການເຮັດວຽກ MRP ຂອງ 3GPP ໄດ້ແກ່ GSMA, GSA, IPV6 Forum, 5GAA, 5G – ACIA ແລະ TDIA.
5GDN ໃຊ້ປະໂຫຍດຈາກຊັບພະຍາກອນເຄືອຂ່າຍສາທາລະນະຂອງຜູ້ໃຫ້ບໍລິການ ເພື່ອສ້າງເຄືອຂ່າຍມືຖືສະເພາະ ທີ່ສາມາດຄາດການ, ປັບປ່ຽນໄດ້, ກວດສອບໄດ້ ແລະ ກຳນົດໄດ້, ມອບປະສົບການການບໍລິການທີ່ແຕກຕ່າງ ແລະ ປ່ຽນຜ່ານລະບົບດິຈິຕອນໃນອຸດສາຫະກຳຕ່າງໆ.
5GDNA ກໍ່ຕັ້ງຂຶ້ນໃນເດືອນມິຖຸນາ 2019 ພາຍໃຕ້ການລິເລີ່ມຮ່ວມກັນຂອງຜູ້ປະກອບການຫຼາຍພາກສ່ວນ, ຜູ້ສະໜອງອຸປະກອນ ແລະ ເພື່ອນຮ່ວມງານດ້ານອຸດສາຫະກຳ; ມຸ່ງໝັ້ນທີ່ຈະສ້າງ ແລະ ເຮັດໃຫ້ເຄືອຂ່າຍທີ່ກຳນົດ 5G ເປັນທີ່ນິຍົມ, ສ້າງລະບົບນິເວດຂອງອຸດສາຫະກຳທີ່ເປັນປະໂຫຍດ, ເລັ່ງການເຕີບໂຕຂອງທຸລະກິດ ແລະ ພັດທະນາອຸດສາຫະກຳ 5G ໃຫ້ກ້າວໜ້າ.
ການຈັດສະແດງ ແລະ ຄວາມສໍາເລັດໃນອຸດສາຫະກໍາທີ່ດີທີ່ສຸດຫຼາຍຢ່າງເກີດຂຶ້ນຈາກຄວາມພະຍາຍາມຂອງສະມາຊິກຫຼາຍກວ່າ 100 ຄົນ ຈາກ 5GDNA ຕົວຢ່າງ ເຊັ່ນ:ສະມາ ຊິກໄດ້ສະແດງໃຫ້ເຫັນໝາກຜົນໃນການປະກວດນຳໃຊ້ 5G ທີ່ຈັດຂຶ້ນໂດຍກະຊວງອຸດສາຫະກໍາເຕັກໂນໂລຊີ ແລະ ການສື່ສານ ( MIIT ) ຂອງ PRC ໃນໄລຍະສອງປີທີ່ຜ່ານມາ ໄດ້ລິເລີ່ມໂຄງການວິໄຈກ່ຽວກັບຕາຂ່າຍອັດສະລິຍະ 5G ໃນ 3GPP R18.
5GDNA ໄດ້ຮັບສິດເຂົ້າເປັນສະມາຊິກ MRP ຢ່າງເປັນທາງການ ໂດຍ 3GPP ເມື່ອວັນທີ 16 ຕຸລາ 2020 ພັນທະມິດຈະໃຫ້ບົດບາດຢ່າງເຕັມທີ່ໃນຖານະຜູ້ບຸກເບີກ ແລະ ເປັນຈຸດເຊື່ອມຕໍ່ລະຫວ່າງອຸດສາຫະກຳແນວຕັ້ງ ເຊັ່ນ: Industrial Internet, Energy Internet, multimedia, Healthcare Internet, Smart Transportation, Smart Ports ແລະ Smart Mines ໂດຍດໍາເນີນການດັ່ງກ່າວຈະຊ່ວຍຍົກລະດັບມາດຕະຖານຂອງການໃຊ້ງານໃນອຸດສາຫະກຳ 5G ປະກອບສ່ວນທີ່ເປັນເອກະລັກໃຫ້ແກ່ການປະສົມປະສານອຸດສາຫະກໍາ 5G ແລະ ຂັບເຄື່ອນການຫັນເປັນດິຈິຕອນອຸດສາຫະກຳໄປສູ່ອະນາຄົດທີ່ສົດໃສ.
ທ່ານ Jason Dai ປະທານ 5GDNA ແລະ ປະທານຝ່າຍຍຸດທະສາດ ແລະ ພັດທະນາທຸລະກິດຂອງເຄືອຂ່າຍ Cloud ຂອງ ຫົວເຫວີຍ ກ່າວວ່າ: “ 5GDN ເປັນຮາກຖານທີ່ສໍາຄັນຂອງການປ່ຽນແປງທາງດິຈິຕອນໃນອຸດສາຫະກໍາ ແລະ ການເຂົ້າຮ່ວມ 3GPP ໃນຖານະ MRP ຖືເປັນກ້າວສຳຄັນຂອງການພັດທະນາ 5GDNA ພວກເຮົາຍິນດີຕ້ອນຮັບພັນທະມິດໃນອຸດສາຫະກຳອື່ນໆ ເພື່ອເຂົ້າຮ່ວມກັບເຮົາ ແລະ ມຸ່ງໝັ້ນທີ່ຈະເປີດກວ້າງການເຮັດວຽກ ແລະ ຄວາມສໍາເລັດຮ່ວມກັນ. ເປົ້າໝາຍຂອງເຮົາຄືການໃຊ້ປະໂຫຍດຈາກແບບຢ່າງອຸດສາຫະກຳ ເພື່ອກວດສອບ ຄວາມເປັນໄປໄດ້ທາງເຕັກນິກໃນຮູບແບບການຄ້າຂອງ 5GDN; ກໍານົດມາດຕະຖານ ແລະ ນະໂຍບາຍອຸດສາຫະກໍາ ເພື່ອສໍາຮອງການໃຊ້ 5GDN ໃນຮູບແບບການຄ້າຂະໜາດໃຫຍ່ ແລະ ທຳລາຍກຳແພງດ້ານເຕັກໂນໂລຊີ, ທຸລະກິດລະບົບນິເວດຂອງອຸດສາຫະກຳ ແລະ ກົດລະບຽບເພື່ອຮ່ວມກັນນຳໄປສູ່ອະນາຄົດປະສົບຄວາມສຳເລັດສຳລັບອຸດສາຫະກຳ 5G ”.