ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ນໍ້າເບີ23 ປິ່ວປົວດີ ໄດ້ອອກໂຮງໝໍແລ້ວ

83

ໃນຕົ້ນເດືອນກັນຍາ ສປປ ລາວ ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນກໍລະນີທີ 23 ເຊິ່ງເປັນ ເພດຊາຍ ອາຍຸ 29 ປີ, ຄົນສັນຊາດລາວ, ຜູ້ກ່ຽວແມ່ນເປັນນັກກິລາກອງທັບ ທີ່ໄດ້ໄປຮ່ວມການແຂ່ງຂັນລົດຖັງຢູ່ປະເທດຣັດເຊຍ. ຫລ້າສຸດມາຮອດ ວັນທີ2 ພະຈິກ 2020 ຜູ້ກ່ຽວໄດ້ຮັບການປິ່ນປົວດີ ແລະ ອອກໂຮງໝໍໄດ້ແລ້ວ ເພື່ອກັບໄປຕິດຕາມອາການຢູ່ເຮືອນອີກ14 ວັນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງສະພາບການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ ປະຈຳວັນທີ 2 ພະຈິກ 2020 ທີ່ ກະຊວງສາທາລະນະສຸກ ວ່າ: ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ ພ້ອມທັງປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal; ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ລາຍລະອຽດການເດີນທາງຂອງຜູ້ຕິດເຊື້ອກໍລະນີທີ 23
– ຜູ້ກ່ຽວໄດ້ເລີ່ມອອກເດີນທາງໄປແຂ່ງຂັນກິລາ ໃນວັນທີ 8 ສິງຫາ 2020 ເພື່ອໄປຍັງປະເທດຣັດເຊຍ ໂດຍຜ່ານປະເທດຫວຽດນາມ, ຜູ້ກ່ຽວເດີນທາງ ໂດຍສາຍການບິນເໝົາລຳຫວຽດນາມໄປ ສ. ຣັດເຊຍ ກ່ອນໜ້າເດີນທາງອອກ ສປປ ລາວ, ຜູ້ກ່ຽວໄດ້ກວດຫາເຊື້ອ COVID-19 (ຄັ້ງທີ 1) ເວລາ 9:00 ໂມງ.
– ວັນທີ 9 ສິງຫາ 2020 ເດີນທາງຮອດ ສ. ຣັດເຊຍ, ທີມແພດໄດ້ເກັບຕົວຢ່າງ ກວດຫາເຊື້ອ COVID-19 ໃນມື້ທຳອິດ ແລະ ກັກໂຕຢູ່ໂຮງແຮມ ແຕ່ວັນທີ 9 ຫາ ວັນທີ 11 ສິງຫາ 2020; ຜົນກວດບໍ່ພົບເຊື້ອ COVID-19 (ຄັ້ງທີ 2).
– ວັນທີ 12 ສິງຫາ ຫາ ວັນທີ 7 ກັນຍາ 2020 ຢູ່ຄ້າຍທະຫານ, ເວລາໄປຮອດຄ້າຍທະຫານ ໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອ COVID-19 (ຄັ້ງທີ 3) ແລະ ຜົນກວດແມ່ນບໍ່ພົບເຊື້ອ. ທີມງານນັກກິລາ ໄດ້ອາໄສຢູ່ຄ້າຍທະຫານ ຈົນຮອດ ມື້ເດີນທາງກັບ ສປປ ລາວ. ໃນໄລຍະທີ່ຢູ່ ສ. ຣັດເຊຍ ບໍ່ໄດ້ໄປຮວ່ມກຸ່ມກັບທີມງານຊາດອື່ນ.
– ມາຮອດວັນທີ 26 ສິງຫາ 2020 ຜູ້ກ່ຽວມີໄຂ້ຄີງຮ້ອນ ໄດ້ພົບແພດ, ໄດ້ກິນຢາດີຫວັດ ແລະ ຢາຕ້ານເຊື້ອ ຈໍານວນ 2 ແຜງ ຫຼັງຈາກນັ້ນອາການດີຂຶ້ນ.
– ມາຮອດ ວັນທີ 7 ກັນຍາ 2020 ນັກກິລາກອງທັບ ແມ່ນໄດ້ເດີນທາງຈາກ ສ. ຣັດເຊຍ ມາ ສສ ຫວຽດນາມ.
– ວັນທີ 8 ກັນຍາ 2020 ມາຮອດ ສສ ຫວຽດນາມ ເຊິ່ງໃນວັນດຽວກັນ ກໍໄດ້ຂຶ້ນຍົນຈາກ ສສ ຫວຽດນາມ ມາຮອດ ສປປ ລາວ ໃນເວລາ 9 ໂມງເຊົ້າ ເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດ້ວຍລົດເມ ພ້ອມທັງເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ).
– ວັນທີ 9 ກັນຍາ 2020 ຜົນກວດຫາເຊື້ອ COVID-19 ບໍ່ຊັດເຈນ.
– ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 09:30 ໂມງ, ຕົວຢ່າງມາຮອດ ສວລ ໃນເວລາ 11:00 ໂມງ; ຜົນກວດອອກມາພົບເຊື້ອພະຍາດ COVID-19.
ຈາກຜົນກວດຂອງຜູ້ກ່ຽວອອກມາພົບເຊື້ອພະຍາດ COVID-19 ເຈົ້າໜ້າທີ່ກໍໄດ້ພາຜູ້ກ່ຽວໄປແຍກປ່ຽວຢູ່ທີ່ ໂຮງໝໍ ແລະ ໄດ້ຕິດຕາມອາການຜູ້ກ່ຽວຢ່າງໃກ້ຊິດ ຈົນມາຮອດວັນທີ 1 ພະຈິກ 2020 ແພດໄດ້ເກັບຕົວຢ່າງຜູ້ກ່ຽວມາກວດເປັນຄັ້ງທີ 2 ປາກົດວ່າຜົນກວດເປັນລົບ 2 ຄັ້ງ ແພດຈຶ່ງໄດ້ອານຸຍາດໃຫ້ຜູ້ກ່ຽວກໍລະນີທີ 23 ກັບໄປຕິດຕາມອາການຢູ່ທີ່ບ້ານເປັນເວລາ 14 ວັນ ພ້ອມທັງໃຫ້ຜູ້ກ່ຽວປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal.