ສົມກັບຄູ່ຊີງ ຊ້າງນ້ອຍ ເອັຟຊີ ບຽດ ເມືອງຫາດ ຄວ້າແຊັມບານເຕະຊີງຂັນ ສຕລ ກັບບົດສະຫຼຸບ(ຄລິບ)

142

ການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ ຈັດຂຶ້ນມາເປັນປີທີ 2 ໂດຍປີນີ້ ເມືອງຫາດ ຢູໄນເຕັດ ສ້າງຄວາມຕື່ນເຕັ້ນດ້ວຍການເອົາຊະນະ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ 2-0 ຜ່ານເຂົ້າຊີງຊະນະເລີດກັບ ຊ້າງນ້ອຍ ເອັຟຊີ ທີ່ເອົາຊະນະ ເອັສຣາ ເອັຟຊີ ໃນການດວນຈຸດໂທດ 5-4 ຫຼັງສະເໝີກັນ 2-2.

ໂດຍນັດຊີງຊະນະເລີດຈັດຂຶ້ນໃນວັນທີ 31 ຕຸລາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ປາກົດວ່າ: ຊ້າງນ້ອຍ ເອັຟຊີ ໄດ້ປະຕູຂຶ້ນນໍາຢ່າງໄວວາໃນນາທີໆ 7 ຈາກການຍິງຂອງ ທາກູມູ ກ່ອນທີ່ ເມືອງຫາດ ຢູໄນເຕັດ ຈະໄດ້ປະຕູຕີສະເໝີນາທີໆ 88 ຈາກການຍິງຂອງ ກີຕ້າ ສີສະຫວາດ ເຊິ່ງເກມທໍາທ່າວ່າຈະຈົບທີ່ຄະແນນດັ່ງກ່າວ ແຕ່ແລ້ວໃນໄລຍະຕໍ່ເວລາບາດເຈັບ 4 ນາທີ ຊ້າງນ້ອຍ ເອັຟຊີ ມາໄດ້ປະຕູໄຊຈາກການຍິງຂອງ ທາກູມູ ເຮັດໃຫ້ ຊ້າງນ້ອຍ ເອົາຊະນະໄປ 2-1 ຄວ້າແຊັມໄປຄອງ.

ບົດສະຫຼຸບການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ມີດັ່ງນີ້:
-ແຊັມ: ຊ້າງນ້ອຍ ເອັຟຊີ ໄດ້ຮັບຂັນແຊັມ, ເງິນລາງວັນ 30 ລ້ານກີບ ພ້ອມຫຼຽນລາງວັນ
-ຮອງແຊັມ: ເມືອງຫາດ ຢູໄນເຕັດ ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຫຼຽນລາງວັນ
-ດາວຍິງສູູງສຸດ: ກີຕ້າ ສີສະຫວາດ ກອງໜ້າຂອງ ເມືອງຫາດ ຢູໄນເຕັດ ຍິງໄປ 7 ປະຕູ

-ຜູ້ຮັກສາປະຕູດີເດັ່ນ: ໄຊນາຄອນ ດາລາແສນ ຜູ້ຮັກສາປະຕູຂອງ ເມືອງຫາດ ຢູໄນເຕັດ ເສຍປະຕູພຽງ 5 ໜ່ວຍ.
-ນັກເຕະດີເດັ່ນ: ທາກູມູ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ.
-ຄູຝຶກດີເດັ່ນ: ທ່ານ ອໍາໄພວັນ ຈັນທະລາວົງ ຫົວໜ້າຄູຝືກຂອງ ເມືອງຫາດ ຢູໄນເຕັດ
ຂ່າວ: ຄໍາສອນ; ຮູບ:​ ເມລີ