ແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອກະກຽມດຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX

289

ໃນວັນທີ 30 ຕຸລາ 2020 ທີ່ສະພາແຫ່ງຊາດຫຼັກ 6, ຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການເລຂານຸການ ໄດ້ຖະແຫຼງຂ່າວກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສາພະປະຊາຊົນຂັ້ນແຂວງ ຊຸດທີ II, ໂດຍການຖະແຫຼງຂອງທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລາຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.


ທ່ານ ສົມພູ ດວງສະຫວັນ ຖະແຫຼງວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ໂດຍແຕ່ງຕັ້ງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເປັນປະທານຄະນະກໍາມະການເລືອກຕັ້ງລະດັບຊາດ; ມີທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ.
ຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ອອກມະຕິສະບັບເລກທີ 01/ຄລຊ, ລົງວັນທີ 20 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອຊ່ວຍຄະນະກໍາມະການເລືອກຕັ້ງລະດັບຊາດ ກະກຽມ ແລະ ດໍາເນີນວຽກງານເລືອກຕັ້ງໃຫ້ໄປຕາມຂັ້ນຕອນ, ຕາມກໍານົດເວລາ ແລະ ຄາດໝາຍທີ່ວາງໄວ້ ເຊິ່ງປະກອບມີ 5ອະນຸກໍາມະການດັ່ງນີ້:

1.ອະນຸກໍາມະການເລຂານຸການ ມີທ່ານ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຜູ້ປະຈໍາການຄະນະປະຈໍາການ ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານລັດຖະມມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ພ້ອມດ້ວຍກໍາມະການອີກຈໍານວນ 7ທ່ານ
2.ອະນຸກໍາມະການໂຄງປະກອບ ແລະ ບຸກຄະນະລາກອນ ມີທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ; ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ພ້ອມດ້ວຍກໍາມະການອີກ 9 ທ່ານ


3.ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ມີທ່ານ ບຸນທອງ ຈິດມະນີ ກໍາມະການກົມ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ແລະ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ເປັນຮອງຫົວໜ້າອະນຸກໍາມະການ ພ້ອມດ້ວຍກໍາມະການອີກຈໍານວນ 13 ທ່ານ
4.ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ພ້ອມດ້ວຍກໍາມະການອີກຈໍານວນ 7ທ່ານ.

5.ອະນຸກໍາມະການງົບປະມານ ມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ພ້ອມດ້ວຍກໍາມະການອີກຈໍານວນ 3 ທ່ານ.

ສໍາລັບການປະກາດວັນເລືອກຕັ້ງ ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈໍານວນສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ແມ່ນຈະມີການຖະແຫຼງຂ່າວຕື່ມ
ຂ່າວ: ເອຢິບ,ພາບ: ສຸກສະຫວັນ