OPPO A93 ເປີດໂຕຢ່າງເປັນທາງການແລ້ວ

233

ອ໋ອບໂປ້ລາວໄດ້ຈັດງານເປີດໂຕສະມາດໂຟນລຸ້ນໃໝ່ OPPO A93 ໃນວັນທີ 29 ຕຸລາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີປະທານບໍລິສັດລູກຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ. OPPO A93 ມາພ້ອມກັບເທັກໂນໂລຊີລໍ້າສະໄໝ ໂດຍສະເພາະກ້ອງຖ່າຍຮູບມີຄວາມລະອຽດສູງ, ຂະໜາດຄວາມເບົາບາງ ແລະ ລະບົບຄວາມປອດໄພໃນເວລາສາກໂທລະສັບ.

ທ່ານ ອະນຸສອນ ວົງຈັນ ຜູ້ຈັດການຝ່າຍຂາຍ ອ໋ອບໂປ້ລາວໄດ້ກ່າວວ່າ: ການອອກແບບມີຄວາມສວຍງາມຂອງໂຕເຄື່ອງ, ແຟຊັ້ນຕ່າງໆ ແລະ ຄວາມຫຼູຫຼາ, ໜ້າຈໍເຕັມກວ້າງໃຫຍ່ 6,43 ນີ້ວ ຄົມຊັດ, ລະດັບ Super AMOLED ໂຕເຄື່ອງບາງສຸດ 7,48 ມິນລີແມັດ. ສໍາລັບການຖ່າຍພາບກ້ອງ AI Portrait ມີທັງໝົດ 6 ໜ່ວຍໃນນັ້ນ ດ້ານຫຼັງມີ 4 ໜ່ວຍ ຄວາມລະອຽດສູງເຖິງ 48 ລ້ານຟິກເຊວ ແລະ ກ້ອງໜ້າ ມີ 2 ໜ່ວຍ ເປັນເລນຄູ່ ຄວາມລະອຽດສູງເຖິງ 16 ລ້ານຟີກເຊວ , ໃຫ້ຄວາມຄົມຊັດ, ລະອຽດທີ່ສຸດ ບໍ່ວ່າຈະຖ່າຍໃນຕອນກາງເວັນ ແລະ ຕອນກາງຄືນ, ການໃຊ້ງານທີ່ສະດວກສະບາຍ, ແລະຍັງມາພ້ອມກັບຄວາມຈໍາຫຼາຍ RAM 8GB+ROM128GB.

OPPO A93 ມີຄວາມສາມາດພິເສດ ແບັກເຕີລີທົນທານ ສາກ 5 ນາທີ ສາມາດລົມໂທລະສັບໄດ້ 3 ຊົ່ວໂມງ, ສາກ 5 ນາທີສາມາດເບິ່ງຢູທູບໄດ້ 1 ຊົ່ວໂມງ, ຫຼິ້ນອິນສາຕາແກຣມໄດ້ 1 ຊົ່ວໂມງ, ພ້ອມນັ້ນໃນເວລາກາງຄືນເຮົາແບັກເຕີລີເຕັມ ເຮົາສາມາດຕັ້ງໂມງເຕືອນກໍ່ໄດ້, ປະຢັດພະລັງງານໄດ້ດີທີ່ສຸດ ເຊິ່ງແບັກເຕີລີ ຍັງເຫຼືອແຕ່ 5% ສາມາດໃຊ້ງານ ໂທສະສັບໄດ້ 70 ນາທີ, ສົ່ງເອັສເອັມເອັສໄດ້ 49 ນາທີ.

ໃນພິທີ່ຍັງໄດ້ເປີດໂຕ ພີເຊັນເຕີ້ ນັ້ນກໍຄື ນ້ອງ ແຮນນາ ແລະ ສາວບາບີ້.

ສຳລັບລາຄາ ຂອງ OPPO A93 ຢູ່ທີ່ 2,899,000ກີບ ເທົ່ານັ້ນ