ຕະຫລາດທຶນລາວສະຫລອງການສ້າງຕັ້ງຄົບຮອບ 10ປີ, ປັດຈຸບັນມີ11ບໍລິສັດຈົດທະບຽນຊື້ຂາຍໃນຕະຫຼາດຫຼັກຊັບລາວ

135

ວັນທີ 30ຕຸລາ2020ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫລວງວຽງຈັນ ໄດ້ມີພິທີສະຫລຸບຜົນງານ10ປີ ຕະຫລາດທຶນລາວ

ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍການນໍາຂະແຫນງການທີ່ກ່ຽວຂ້ອງພ້ອມດ້ວຍຄູ່ຮ່ວມທຸລະກິດ, ບໍລິສັດຫລັກຊັບລາວ ແລະ ພາກທຸລະກິດເຂົ້າຮ່ວມ.


ໃນພິທີ ມີການເລົ່າປະຫວັດຄວາມເປັນມາຂອງການສ້າງຕັ້ງຕະຫລາດທຶນລາວ ນັບແຕ່ ປີ 2010 ມາຮອດປັດຈຸບັນຄົບຮອບ 10ປີ ມີບໍລິສັດຈົດທະບຽນ 11ບໍລິສັດ.

ຕະຫລອດໄລຍະຜ່ານມາ ສາມາດ ລະດົມທຶນໄດ້ທັງຫມົດ 24.502ຕື້ກີບກວມເອົາ 15%ຂອງຈີດີພີເຊິ່ງທຶນດັ່ງກ່າວໄດ້ຖືກຫມູນໃຊ້ເຂົ້າໃນການຜະລິດທຸລະກິດ ການບໍລິການ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແກ້ໄຂຊິວີດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ.

.

ມາຮອດເດືອນຕຸລາ ປີ 2020 ຕະຫລາດທຶນລາວ ມີບັນຊີຜູ້ລົງທຶນທັງຫມົດ 15ພັນບັນຊີ ໃນນັ້ນຜູ້ລົງທຶນຕ່າງປະເທດ 3ພັນບັນຊີ ທີ່ມາຈາກ47ປະເທດ, ຜູ້ລົງທຶນພາຍໃນ12ພັນບັນຊີ.

.

ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ 311ໃບ ແລະ ມອບໃບຊົມເຊີຍໃຫ້ບຸກຄົນ ແລະ ກົມກອງ 84ໃບ

.

ໃນງານຄັ້ງນີ້ ຍັງມີການຈັດວາງສະແດງຜົນງານຕະຫຼາດ10ປີຂອງຕະຫຼາດທຶນລາວ ເຊິ່ງມີບັນດາບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບຕະຫຼາດທຶນເຂົ້າຮ່ວມ.

.