ປັບລາຄານໍ້າມັນແອັດຊັງລົງ ສ່ວນກາຊວນຂຶ້ນ ເລີ່ມປະຕິບັດ 30 ຕຸລາ 2020

139

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລາຄານໍ້າມັນແອັດຊັງພິເສດ ປັບລົງ 150 ກີບ/ລິດ, ແອັດຊັງທໍາມະດາ ປັບລົງ 100 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 70 ກີບ/ລິດ, ເລີ່ມປະຕິບັດ30 ຕຸລາ2020.


ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ0980/ອຄ.ກຄພນລົງວັນທີ 29 ຕຸລາ 2020, ເຖິງສະມາຄົມນ້ໍາມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ນໍ້າຂາຍຍ່ອຍນ້ໍາມັນເຊື້ອໄຟ. ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍເລີ່ມປະຕິບັດ ວັນທີ 30 ຕຸລາ 2020ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.


ການປັບລາຄາຄັ້ງນີ້ ແອັດຊັງພິເສດ ປັບລົງ 150 ກີບ/ລິດ, ແອັດຊັງທໍາມະດາ ປັບລົງ 100 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 70 ກີບ/ລິດ.


ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0933/ອຄ.ກຄພນ, ລົງວັນທີ 15 ຕຸລາ 2020.