ທ່ານ ຄຳແສນ ສີສະວົງ ໄດ້ຮັບເລືອກຕັ້ງເປັນປະທານ ສທໜຊ ອີກໜຶ່ງສະໄໝ

304

ໃນກອງປະຊຸມ ໃຫຍ່ຄັ້ງທີ IV ຂອງສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ສະມາຄົມນກທຸລະກິດໜຸ່ມແຫ່ງຊາດລາວ ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດລາວ, ບັນດາສະມາຊິກສະມາຄົມໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ. ທີ່ໂຮງແຮມແລນມາກ.

ໃນກອງປະຊຸມນອກຈາກໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ແຕ່ປີ 2015-2020 ຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ທິດທາງ ແລະ ແຜນການເຄື່ອນໄຫວຂອງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໃນໄລຍະ 5 ຕໍ່ໜ້າ 2020-2025  ແລະ ມາດຕະການຈັດຕັ້ງປະຕິບັດແລ້ວ.

ກອງປະຊຸມບັນດາຜູ້ແທນຍັງໄດ້ປ່ອນບັດເລືອກຕັ້ງເອົາ ຍັງໄດ້ມີການມອບໃບຍ້ອງຍໍຜົນງານ 5 ປີ ແກ່ຄະນະບໍລິຫານງານ ສທໜ ໃຫ້ອະດີດປະທານ, ປະທານ ສທໜຊ ປະຈຸບັນ, ປະທານ ສທໜ ແຂວງ, ນະຄອນຫຼວງ ບັນດາສະມາຊິກພາຍໃນ ສທໜ ທີ່ມີຜົນງານພົ້້ນເດັ່ນໃນການປະຕິບັດວຽກງານ ແລະ ການດຳເນີນທຸລະກິດ ຈຳນວນ 21 ທ່ານ.

ຂະນະດຽວກັນ ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສທໜຊ ຊຸດທີ IV ໂດຍຜົນແມ່ນໄດ້ເລືອກເອົາທ່ານ ຄຳແສນ ສີສະວົງ ໄດ້ຮັບການເລືອກຕັ້ງເປັນປະທານ ສທໜຊ ອີກໜຶ່ງສະໄໝ, ພ້ອມເລືຶອກເອົາຮອງປະທານ ສທໜຊ ຈຳນວນ 12 ທ່ານຄື: ທ່ານ ນາງ ສຸວາລີ ຄຳຜຸຍ, ທ່ານ ຄຳຄູນ ຄູນທະວົງ, ທ່ານ ວິບູນ ສິດທິມໍລະດາ, ທ່ານ ຖາວອນ ອາດມະໝຸດ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ທ່ານ ນາງ ກໍລະກັນ ທຳມະວົງ, ທ່ານ ຄຳປະສິດ ເທບວົງສາ, ທ່ານ ນາງ ໄຊທານີ ຈັນທະວົງສາ, ທ່ານ ສົມພົງ ໂພທິສານ, ທ່ານ ນາງ ພິໄລພອນ ວົງປະເສີດ, ທ່ານ ນາງ ສຸລິພອນ ໄຊຍະລຸນ ແລະ ມີຄະນະບໍລິຫານງານ ສທໜຊ ຈຳນວນ 30 ທ່ານ; ເລືອກຕັ້ງເອົາ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ເປັນປະທານ  ກວດກາ ພ້ອມຮອງ 4 ທ່ານຄື: ທ່ານ ນາງ ວີ ສີໃສແກ້ວ, ທ່ານ ຈິດຕະກອນ ຈິດສົມນົງ, ທ່ານ ນາງ ລັດປະໄພ ເຫຼືອງແຈ່ມ, ທ່ານ ຫຸມພັນ ໄຊຍະລາດ; ພ້ອມເລືອກຕັ້ງເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ VIII; ເລືອກຕັ້ງເອົາຜູ້ແທນສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ຕົກລົງຮັບຮອງເອົາ ທີ່ປຶກສາ ສທໜຊ 5 ທ່ານ.