ແຊັມກີລາແຫ່ງຊາດຄັ້ງທີ 10 ໃຊ້ນັກກີລາຊຸດເກົ່າປະສົມປະສານກັບຊຸດໃໝ່ ລຸຍບານເຕະທົ່ວປະເທດ

189

ທີມບານເຕະຊາຍ ແຂວງຄໍາມ່ວນ ແຊັມກີລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ຈະຍັງໃຊ້ນັກເຕະຈາກຊຸດດັ່ງກ່າວ ຈໍານວນ 5 ຄົນປະສົມປະສານກັບນັກເຕະອະດີດທີມຊາດ ແລະ ນັກກີລາໜ້າໃໝ່ພາຍໃນແຂວງ ກຽມເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ຕຸລາ 2020.

ທ່ານ ແອນ້ອຍ ຄໍາພັນໄຊເສດຖາ ຄະນະຮັບຜິດຊອບຂອງ ສະຫະພັນບານເຕະແຂວງຄໍາມ່ວນ ເປີດເຜີຍກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ນັກກີລາທີມແຂວງຄໍາມ່ວນຊຸດນີ້ ສ່ວນໃຫຍ່ແມ່ນໃຊ້ນັກເຕະພາຍໃນແຂວງເກືອບ 95%, ເຊິ່ງນັກເຕະດາວເດັ່ນຊຸດນີ້ມີຂ້ອນຂ້າງຈໍາກັດ ປະສົມປະສານກັບນັກເຕະຊຸດເກົ່າທີ່ມີປະສົບການໃນຊຸດແຊັມກີລາແຫ່ງຊາດ ຄັ້ງທີ 10, ປັດຈຸບັນແມ່ນຄັດໄດ້ຄົບ 20 ນັກເຕະເປັນທີ່ຮຽບຮ້ອຍ ໂດຍຊ້ອມໜັກເຊົ້າ ແລະ ແລງ ແນ່ນອນວ່າໃນກຸ່ມຂອງພວກເຮົາແມ່ນງານໜັກຫຼາຍມີທັງ ນະຄອນຫຼວງ ເຈົ້າພາບ, ແຂວງຊຽງຂວາງ ເຈົ້າພາບກີລາແຫ່ງຊາດ ຄັ້ງທີ 11, ສາລະວັນ ແລະ ໄຊສົມບູນ. ຢ່າງໃດກໍຕາມ ພວກເຮົາຈະເຮັດໃຫ້ດີທີ່ສຸດເພື່ອເຂົ້າຮອບເລິກໆໃຫ້ໄດ້.

ຂະນະທີ່ ພູເພັດ ສານຸວົງ ຫົວໜ້າຄູຝຶກຂອງທີມແຂວງຄໍາມ່ວນ ກ່າວວ່າ: ທີມແຂວງຄໍາມ່ວນ ເລີ່ມເຂົ້າຝຶກຊ້ອມ ແລະ ຄັດເລືອກມາແຕ່ວັນທີ 15 ຕຸລາ 2020 ຈົນມາເຖິງວັນທີ 20 ຕຸລາ ສາມາດຄັດໄດ້ 20 ນັກເຕະສຸດທ້າຍ ແຕ່ປັດຈຸບັນມີນັກເຕະ 1 ຄົນບາດເຈັບໜັກຈໍາຕ້ອງໄດ້ເລືອກຕົວແທນ ເຊິ່ງນັກກີລາຊຸດນີ້ມີນັກເຕະທີ່ມີປະສົບການໃນການຄວ້າແຊັມກີລາແຫ່ງຊາດ ຄັ້ງທີ 10 ຈໍານວນ 5 ຄົນ, ມີນັກກີລາອະດີດທີມຊາດ 2 ຄົນໄດ້ແກ່ ຈິວ ນົນມະນີ ກັບ ພູໄມ ສຸວັນດີ, ສ່ວນທີ່ເຫຼືອແມ່ນນັກກີລາພາຍໃນແຂວງ.

“ ກ່ອນໜ້ານີ້ພວກເຮົາບຸກໄປເອົາຊະນະ ທີມແຂວງສະຫວັນນະເຂດ 1-0 ໃນນັດອຸ່ນເຄື່ອງ ເຊິ່ງມາຮອດປັດຈຸບັນນັກເຕະທຸກຄົນແມ່ນເລີ່ມຫຼິ້ນເຂົ້າກັນ ແຕ່ຍັງຕ້ອງເສີມເລື່ອງພາລະກໍາລັງ ແລະ ການປັບຈູນເກມບາງຈຸດ. ຢ່າງໃດກໍຕາມ ພວກເຮົາຍັງຕ້ອງຝຶກຊ້ອມ ແລະ ເຮັດວຽກໜັກ ເພື່ອກຽມພ້ອມຮັບມືກັບທີມທີ່ແຂງແກ່ນທີ່ຢູ່ໃນສາຍ ກ ຖືເປັນສາຍທີ່ແຂງທີ່ສຸດກໍວ່າໄດ້ທີ່ມີທັງ ເຈົ້າພາບ, ແຂວງຊຽງຂວາງ, ສາລະວັນ ແລະ ໄຊສົມບູນ ” ທ່ານ ພູເພັດ ກ່າວ.

ສໍາລັບ ທ່ານ ພູເພັດ ເປັນນັກກີລາຟຸດຊໍຂອງແຂວງຄໍາມ່ວນ, ປີ 2009 ເລີ່ມຫັນມາເປັນຄູຝຶກ ຈົນສາມາດຈົບການຝຶກອົບຮົມເປັນຄູຝຶກລະດັບ C ລາຍເຊັນຂອງ ສະຫະພັນບານອາຊີ ( ເອເອັຟຊີ ) ໃນປີ 2015 ແລະ ປີ 2019 ຈົບຄູຝຶກລະດັບ B ລາຍເຊັນ. ເຄີຍມີປະສົບການໃນການຄຸມທີມຟຸດຊໍແຂວງຄໍາມ່ວນ ໃນກີລາແຫ່ງຊາດ ຄັ້ງທີ 10, ພາທີມແຂວງຄໍາມ່ວນ ທັງຊຸດໃຫຍ່ ແລະ ຊຸດນັກຮຽນ ໄປຮ່ວມແຂ່ງຂັນຫຼາຍໆລາຍການມາແລ້ວ.

ລາຍຊື່ນັກເຕະຂອງທີມແຂວງຄໍາມ່ວນ ປະກອບມີ: ທ້າວ ເປີ້ນທະວີ ດາລາສຸກ ກັບ ແບັດດີ ບຸນຍະຂຽນ 2 ຜູ້ຮັກສາປະຕູ, ສ່ວນນັກເຕະປະກອບມີ ພູໄມ ສຸວັນດີ, ສ່ອງໃສ ໝັ້ນຄໍາສຸກ, ສີພັນດອນ ພົມມະສອນ, ສຸກສະບາຍ ພະຈັນທາ, ຈິວ ນົນມະນີ, ເພັດລະຄອນ ພົວພາສິດ, ໄຊຍາ ໄຊຍະລາດ, ພອນເທວາ ເທບພະວົງສາ, ໂອເລ ຄໍາສຸກຖາວົງ, ແສງເພັດ ດາລາສຸກ, ຄອນປະເສີດ ລາດສະອີງຮັງ, ລໍາສະໄໝ ຈູມມະນີ, ທີ ພິມມະສອນ, ບຸນມາ ເຮືອງສະຫວັນ, ພອນປະເສີດ ບຸດສະດີ, ສຸວັນນະອນ ສຸວັນນະສານ ແລະ ແກ້ວອຸລາ ພົມມະຈັນ.

ຂ່າວ: ຄໍາສອນ, ຮູບຈາກ: ອາຈານ ແອນ້ອຍ