ສທໜ ເປີດກອງປະຊຸມໃຫຍ່ ຄັ້ງທີ IV ສະຫຼຸບຜົນງານ 5 ປີ 2015-2020 ພ້ອມວາງແຜນວຽກງານ 5 ປີຕໍ່ໜ້າ

179

ໃນວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ສະມາຄົມນກທຸລະກິດໜຸ່ມແຫ່ງຊາດລາວ ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດລາວ, ບັນດາສະມາຊິກສະມາຄົມໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.ທີ່ໂຮງແຮມແລນມາກ.

ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ແຕ່ປີ 2015-2020 ຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ທິດທາງ ແລະ ແຜນການເຄື່ອນໄຫວຂອງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໃນໄລຍະ 5 ຕໍ່ໜ້າ 2020-2025  ແລະ ມາດຕະການຈັດຕັ້ງປະຕິບັດ ໂດຍການລາຍງານຂອງທ່ານ ວິໄລສານ ພົມວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ     ໄດ້ຍົກໃຫ້ເຫັນບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ ພວກເຮົາໄດ້ເປັນເຈົ້າການປຸກລະດົມທາງດ້ານການເມືອງ-ແນວຄິດ, ການເຕົ້າໂຮມຄວາມສາມັກຄີພາຍໃນສະມາຊິກ, ແນ່ໃສ່ເຮັດໃຫ້ເຂົາເຈົ້າມີນໍ້າໃຈຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ອົງກອນ ແລະ ມີຄວາມກະຕືລືລົ້ນຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ. ໂດຍລວມແລ້ວເຫັນວ່າສະມາຊິກ ສທໜ ມີແນວຄິດອຸ່ນອ່ຽນທຸ່ນທ່ຽນ, ມີຄວາມບຸກບືນຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ ແລະ ດໍາເນີນທຸລະກິດຂອງຕົນຢ່າງຕັ້ງໜ້າ ເຖິງແມ່ນວ່າສະພາບການທັງພາຍໃນ ແລະ ຕ່າງປະເທດມີການປ່ຽນແປງ, ສະມາຊິກມີຕົ້ນກໍາເນີດມາຈາກຫຼາຍສາຂາວິຊາຊີບທີ່ແຕກຕ່າງກັນ ແຕ່ກໍ່ສາມາດຮັກສາໄດ້ຄວາມສາມັກຄີ ທີ່ເປັນຈິດໜຶ່ງໃຈດຽວຢ່າງສະເໝີຕົ້ນສະເໝີປາຍ, ພ້ອມກັນສູ້ຊົນເຮັດສໍາເລັດໜ້າທີ່ລວມຂອງ ສທໜ ກໍ່ຄືພັດທະນາຫົວໜ່ວຍທຸລະກິດຂອງຕົນເອງໃຫ້ສໍາເລັດຜົນຢ່າງຕັ້ງໜ້າ.

ຈົນປະຈຸບັນສາມາດຂະຫຍາຍສາຂາ ແລະ ສະມາຊິກ, ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ທີ່ໄດ້ກໍານົດເອົາວຽກງານການຂະຫຍາຍຕາໜ່າງຂອງ ສທໜ ຈາກສູນກາງລົງສູ່ທ້ອງຖິ່ນ ຫຼື ບັນດາແຂວງທີ່ມີເງື່ອນໄຂ ແນ່ໃສ່ເຕົ້າໂຮມບັນດານັກທຸລະກິດໜຸ່ມ ທີ່ມີກໍາລັງທາງດ້ານທຶນຮອນວິຊາສະເພາະ ເພື່ອເຂົ້າຮ່ວມໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ພັດທະນາຄົນຮຸ່ນໜຸ່ມ ໃຫ້ກາຍເປັນນັກທຸລະກິດໜຸ່ມຜູ້ສືບທອດ ເປັນນັກຮົບເສດຖະກິດຂອງພັກ ພວກເຮົາສາມາດຂະຫຍາຍສາຂາຢູ່ໃນ 18 ແຂວງ ແລະ ເພີ່ມຈໍານວນສະມາຊິກໃນຂອງເຂດທົ່ວປະເທດ ເກືອບ 780 ບໍລິສັດ ເຊິ່ງມີຕົວເລກສະແດງອອກຄື: ສະມາຊິກປັດຈຸບັນທົ່ວປະເທດມີ 780 ບໍລິສັດ ມີມູນຄ່າການລົງທຶນ 780.000.000 ແລະ ສາມາດສ້າງວຽກເຮັດງານທໍາໄດ້ 31.200 ຄົນ.

ທ່ານ ຍັງກ່າວຕື່ມວ່າ: ສຳລັບທິດທາງ ແລະ ແຜນການເຄື່ອນໄຫວຂອງ ສທໜ ໃນໄລຍະ 5 ປີຕໍ່ໜ້າ 2020-2025 (1) ສືບຕໍ່ແຜນກໍ່ສ້າງບຸກຄະລາກອນ ແລະ ມະຫາຊົນຜູ້ກ້າວໜ້າຢູ່ໃນບາງຫົວໜ່ວຍທຸລະກິດ ໃຫ້ມີເງື່ອນໄຂໄດ້ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ, ການຈັດຕັ້ງມະຫາຊົນອື່ນໆ ແລະ ກາຍເປັນສະມາຊິກພັກ ເປັນຜູ້ນໍາຫຼັກແຫຼ່ງໃນຫົວໜ່ວຍທຸລະກິດຕ່າງໆ; (2) ສືບຕໍ່ປັບປຸງການຈັດຕັ້ງ ສທໜ ຂັ້ນສູນກາງ ໂດຍແບ່ງໜ້າທີ່ຮັບຜິດຊອບໃຫ້ຄະນະບໍລິຫານງານໃຫ້ເໝາະສົມ ປະກອບມີຫຼາຍຂະແໜງການ ເພື່ອສ້າງຄວາມເຂັ້ມແຂງ ແລະ ມີທ່າແຮງເພີ່ມຂຶ້ນ. ປັບປຸງການຈັດຕັ້ງ ແລະ ວິທີການເຄື່ອນໄຫວວຽກງານຂອງ ສທໜ ຂັ້ນແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງແທດເໝາະກັບສະພາບ ແລະ ຈຸດພິເສດຂອງທ້ອງຖິ່ນ; (3) ສືບຕໍ່ການປຸກລະດົມຂົນຂວາຍ ສ້າງຕັ້ງ ສທໜ ບັນດາແຂວງ, ເມືອງ ທີ່ຍັງບໍ່ທັນມີ ແລະ ຂະຫຍາຍສະມາຊິກໃໝ່ໃຫ້ໄດ້ຢ່າງໜ້ອຍ 30% ຂອງຈໍານວນທີ່ມີຢູ່ໃນປັດຈຸບັນ, ເຮັດແນວໃດເຕົ້າໂຮມໃຫ້ໄດ້ນັກທຸລະກິດໜຸ່ມໃຫ້ເຂົ້າສູ່ການຈັດຕັ້ງ ເພື່ອສຶກສາອົບຮົມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກາຍເປັນກໍາລັງແຮງພັດທະນາປະເທດຊາດ; (4) ເອົາໃຈໃສ່ປັບປຸງ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ກັນຈະແຈ້ງ, ມີລະບອບປະຊຸມສ່ອງແສງລາຍງານສະພາບການເປັນປົກກະຕິ, ມີການສໍາຫຼວດກວດກາຕີລາຄາແບ່ງປະເພດໃນແຕ່ລະໄລຍະ; (5) ສືບຕໍ່ສ້າງນັກທຸລະກິດໜຸ່ມລຸ່ນສືບທອດ ໂດຍຜ່ານໂຄງການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ດ້ວຍການຈັດຊຸດຝຶກອົບຮົມ, ການແຂ່ງຂັນສ້າງແຜນທຸລະກິດ, ການຄັດເລືອກ ແລະ ຊອກຫາຊາວໜຸ່ມທີ່ດ້ອຍໂອກາດ ແຕ່ມີຄວາມຕັ້ງໃຈຢາກເຮັດທຸລະກິດເປັນຂອງຕົນເອງ. ຜ່ານການຄັດເລືອກຈາກໂຄງການດັ່ງກ່າວ ສທໜ ຈະໄດ້ສືບຕໍ່ປະຕິບັດນະໂຍບາຍພິເສດໃຫ້ເຂົາເຈົ້າໄດ້ເຂົ້າເປັນສະມາຊິກ ໂດຍບໍ່ເສຍຄ່າທໍານຽມສະມາຊິກຈົນກວ່າຈະມີທຸລະກິດເປັນຂອງຕົນເອງ.

ແລະ (6) ການປັບປຸງກົດລະບຽບການ ເພື່ອເປັນການສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຄົມນັກທຸລະກິດໜຸ່ມ ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ.​ ເວົ້າສະເພາະນະໂຍບາຍການສົ່ງເສີມທຸລະກິດ ຂອງນັກທຸລະກິດໜຸ່ມຜູ້ສືບທອດໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີລະບົບ, ສະໝໍ່າສະເໝີ, ມີຄວາມໝັ້ນຄົງ ແລະ ຖືກຕ້ອງຕາມລະບຽບກົດໝາຍ; (7) ສືບຕໍ່ການຮ່ວມມືກັບນັກທຸລະກິດພາຍໃນປະເທດ ດ້ວຍຮູບແບບຊຸກຍູ້ໃຫ້ສະມາຊິກ ເຕົ້າໂຮມກັນສ້າງຕັ້ງເປັນສະຫະບໍລິສັດ ເຊິ່ງຈະເປັນການຍົກລະດັບຄວາມສາມາດດ້ານທຶນຮອນ, ດ້ານບຸກຄະລາກອນ, ນໍາໃຊ້ລະບົບບໍລິຫານຈັດການແບບມືອາຊີບ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຂອງລັດຖະບານ ຫຼື ໂຄງການຊ່ວຍເຫຼືອຂອງສາກົນໃຫ້ແກ່ລັດຖະບານ; (8) ຂະຫຍາຍການພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອປະຕິບັດໂຄງການຕ່າງໆ ແລະ ຮ່ວມມືກັບບັນດາປະເທດອາຊຽນ ແລະ ປະເທດອື່ນ ເພື່ອສ້າງເງື່ອນໄຂທຸລະກິດໃຫ້ແກ່ສະມາຊິກ ເພື່ອຂະຫຍາຍຕະຫຼາດ ແລະ ດຶງດູດການລົງທຶນ; (9) ສືບຕໍ່ຈັດກິດຈະກໍາຕ່າງໆເພື່ອສ້າງລາຍຮັບເຂົ້າກອງທຶນພັດທະນາ ສທໜ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ແລະ ຊ່ວຍເຫຼືອສັງຄົມ; (10) ສະເໜີອົງການມະຫາພາກທີ່ກ່ຽວຂ້ອງໃຫ້ນະໂຍບາຍພິເສດ ເພື່ອກະຕຸກຊຸກຍູ້ ສທໜ ໂດຍສະເພາະແມ່ນບຸລິມະສິດໃນການປະຕິບັດໂຄງການຂອງລັດຖະບານ, ທັງນີ້ເພື່ອເຮັດໃຫ້ການຈັດຕັ້ງ ແລະ ສະມາຊິກຂອງ ສທໜ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຍືນຍົງ; (11) ສືບຕໍ່ສະເໜີຂໍສະຖານທີ່ນໍາລັດຖະບານ ກໍ່ຄືສູນກາງ ຊປປລ ເພື່ອລົງທຶນກໍ່ສ້າງເປັນຫົວໜ່ວຍທຸລະກິດບໍລິການ ແລະ ເປັນສໍານັກງານຫ້ອງການປະຈໍາການຂອງຄະນະບໍລິຫານງານ ສທໜ ຢູ່ນະຄອນຫຼວງວຽງຈັນ ເຊິ່ງອາຄານດັ່ງກ່າວ ຈະກາຍເປັນບ່ອນເຕົ້າໂຮມສະມາຊິກນັກທຸລະກິດໜຸ່ມ ແລະ ການເປັນທຸລະກິດຮ່ວມສະມາຊິກ ສທໜ.

ເຊິ່ງພາຍໃນງານ ຍັງໄດ້ມີການມອບໃບຍ້ອງຍໍຜົນງານ 5 ປີ ແກ່ຄະນະບໍລິຫານງານ ສທໜ ໃຫ້ອະດີດປະທານ, ປະທານ ສທໜ ປະຈຸບັນ, ປະທານ ສທໜ ແຂວງ, ນະຄອນຫຼວງ ບັນດາສະມາຊິກພາຍໃນ ສທໜ ທີ່ມີຜົນງານພົ້້ນເດັ່ນໃນການປະຕິບັດວຽກງານ ແລະ ການດຳເນີນທຸລະກິດ ຈຳນວນ 21 ທ່ານ.