ພົງສະຫວັນ ປະກັນໄພ ຈັບມື ສະຕາຟິນເທັກ ສ້າງຄວາມສະດວກໃຫ້ລູກຄ້າຜ່ານບໍລິການ ຢູມັນນີ

326

ຕັ້ງແຕ່ນີ້ໄປລູກຄ້າ ບໍລິສັດພົງສະຫວັນ ປະກັນໄພ ( ເອພີເອ ) ຈໍາກັດ ແມ່ນສາມາດເຮັດທຸລະກໍາປະກັນໄພແບບດິຈິຕອນ ຜ່ານລະບົບບໍລິການຂອງ ບໍລິສັດ ສະຕາຟິນເທັກ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money ).

ພິທີເຊັນສັນຍາ ຮ່ວມມືວ່າດ້ວຍ “ ການເຮັດທຸລະກໍາປະກັນໄພແບບດິຈິຕອນ ຂອງພົງສະຫວັນ ປະກັນໄພ ( ເອພີເອ ) ຜ່ານບໍລິການ u-money ” ໄດ້ມີຂຶ້ນຕອນແລງວັນທີ 27 ຕຸລາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ເຊິ່ງລົງນາມລະ ຫວ່າງ ທ່ານ ດີນ ໂຣເບີດຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ) ຈໍາກັດ ກັບ ທ່ານ ເຈິນ ມິ່ງ ດຶກ ຮອງອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ.

ການເຊັນສັນຍາຄັ້ງນີ້ແມ່ນເພື່ອເພີ່ມຊ່ອງທາງການຊໍາລະໃຫ້ແກ່ລູກຄ້າທີ່ເຮັດທຸລະກໍາປະກັນໄພແບບດິຈິຕອນ ຂອງພົງສະຫວັນ ປະກັນໄພ ( ເອພີເອ ) ຜ່ານບໍລິການ u-money ໄດ້ໂດຍກົງຜ່ານແອັບ u-money ຫຼື ຜ່ານໜ້າຈໍ *999# ໂທອອກ ເຊິ່ງລູກຄ້າສາມາດຊໍາລະຄ່າປະກັນໄພຂອງ ພົງສະຫວັນ ( ເອພີເອ ) ເຊັ່ນ: ປະກັນໄພອຸບັດເຫດ ( ຊື້ສັນຍາປະກັນໄພໃໝ່ ຫຼື ການຕໍ່ສັນຍາ ). ນອກນັ້ນ, ລູກຄ້າຍັງສາມາດນໍາໃຊ້ໃບຢັ້ງຢືນຄຸ້ມຄອງປະກັນໄພຜ່ານແອັບ u-money ໄດ້ ຫຼື ຈະເອົາໃບຢັ້ງຢືນສະບັບແທ້ໄດ້ຈາກສູນບໍລິການຂອງຢູນີເທວ ແລະ ພົງສະຫວັນ ປະກັນໄພ ( ເອພີເອ ) ເຊິ່ງຈະນໍາເອົາຄວາມສະດວກສະບາຍການຊົມໃຊ້ທີ່ສະດວກຍິ່ງຂຶ້ນ ແລະ ນີ້ຖືເປັນຄັ້ງທໍາອິດທີ່ມີການຊໍາລະປະກັນໄພຜ່ານກະເປົາເງິນເອເລັກໂຕຣນິກ.

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money ) ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາໂທລະຄົມ ເຊິ່ງໄດ້ຮັບການອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຣນິກຢ່າງເປັນທາງການ ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ແລະ ປະຊາຊົນທົ່ວໄປທີ່ອາໄສຢູ່ທຸກຂົງເຂດປະເທດລາວ ສາມາດເຂົ້າເຖິງທະນາຄານແບບດິຈິຕອນໄດ້ຢ່າງງ່າຍດາຍທີ່ສຸດ.

ການຮ່ວມມືໃນຄັ້ງນີ້ເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ແລະ ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ) ຈໍາກັດ ເພື່ອຕອບສະໜອງຄວາມຕ້ອງການລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນ ຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດຮ່ວມກັນ ແລະ ມີຜົນດີຕໍ່ສັງຄົມໃນອະນາຄົດ.